ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ 2025 ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ທ່ານ ເຫຼັກໄຫຼ ສີວິໄລ ຊີ້ແຈງວ່າ: ກະຊວງ ຍທຂ ໄດ້ມອບໃຫ້ບັນດາແຂວງ ນະຄອນຫຼວງ ເປັນເຈົ້າການຄັດຈ້ອນເສັ້ນທາງຫຼວງແຫ່ງ ຊາດສາຍຫຼັກຈໍານວນໜຶ່ງ ທີ່ມີການເປ່ເພໜັກ ມີການຂົນສົ່ງສິນຄ້າ ແລະ ໂດຍສານຫຼາຍ ເພື່ອສ້ອມແປງແລະປັບປຸງຍົກລະດັບ ໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ພ້ອມທັງມອບໃຫ້ແຂວງ ຄົ້ນຄວ້າຄັດເລືອກບໍລິສັດທີ່ມີທ່າແຮງ ມີມາດຖານເງື່ອນໄຂຄົບ ຖ້ວນ ໃຫ້ສອດຄ່ອງຕາມລະບຽບການ ສາມາດປະຕິບັດໄດ້ຢ່າງວ່ອງໄວ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອດໍາເນີນການສໍາຫຼວດ ສຶກສາຄວາມເປັນໄປໄດ້ ແລະ ອອກແບບຕາມຂໍ້ກຳນົດຂອບເຂດໜ້າວຽກ (TOR) ເພື່ອໃຫ້ທັນຈັດຕັ້ງປະຕິບັດໃນປີ 2026 ແລະ ຜ່ານມາກໍໄດ້ມີ ແຂວງຈໍານວນໜຶ່ງໄດ້ສໍາເລັດການເຊັນ MOU ແລ້ວ ເປັນຕົ້ນແຂວງວຽງຈັນ ແຂວງຄໍາມ່ວນ ແຂວງບໍລິຄໍາໄຊ ແຂວງສະຫວັນນະເຂດ ແຂວງອຸດົມໄຊ ແຂວງຊຽງຂວາງ ແຂວງຫົວພັນ ແຂວງຫຼວງນໍ້າທາ ຢູ່ບາງຕອນທາງຂອງບັນດາເສັ້ນທາງ 13 ເໜືອ 13 ໃຕ້ ທາງເລກ 22 ພູເກົ້າຫຼັກ ກາສີ-ເມືອງນານ R3 1D 1C 7 6 8 ທາງເລກ 21 ປາກຊັນ-ທ່າສີ-ທາງ 1D ຊາຍແດນ ແຂວງໄຊສົມບູນ ສະເພາະເສັ້ນທາງເລກ 9 ໄດ້ຕົກລົງສ້າງເປັນຕົວແບບໃນການປະຕິບັດ ໃນຮູບແບບ OPBRC ແລະ PRTC ແມ່ນໄດ້ສໍາເລັດການເຊັນສັນຍາການກໍ່ສ້າງແລ້ວ ໃນວັນທີ 20 ຕຸລາ 2025 ແລະ ປັດຈຸບັນລັດວິສາຫະກິດກໍ່ສ້າງທາງເລກ 8 ໄດ້ໃຫ້ທີມງານວິຊາການລົງພາກສະໜາມ ແລະ ເລີ່ມຕົ້ນຈັດຕັ້ງປະຕິບັດຟື້ນຟູ ແລະ ສ້ອມແປງເສັ້ນທາງຕາມແຜນທີ່ກຳນົດໄວ້.
ສ່ວນການເກັບເງິນ ແມ່ນຄາດວ່າຈະໃຫ້ໄດ້ເລີ່ມຕົ້ນເກັບເງິນໃນວັນທີ 1 ມັງກອນ 2026 ປັດຈຸບັນກະຊວງ ຍທຂ ໄດ້ເຫັນດີກຳນົດຈຸດເກັບເງິນ ແບບແຕ້ມຈຸດເກັບເງິນ ຄົ້ນຄວ້າອັດຕາການເກັບຄ່າຜ່ານທາງປະເພດລົດບັນທຸກສິນຄ້າ ໂດຍສານທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ (ປັດຈຸບັນກໍາລັງສະເໜີຂັ້ນເທິງອະນຸມັດ) ແລະ ຈະເອົາທາງເລກ 9 ເປັນຕົວແບບໃຫ້ແກ່ເສັ້ນທາງອື່ນໆ ສໍາລັບລະບົບເກັບເງິນ ແມ່ນຈະນໍາໃຊ້ລະບົບເກັບເງິນທີ່ທັນສະໄໝ ຊິງຊັ່ງນໍ້າໜັກທັນສະໄໝ ເຊິ່ງກະຊວງ ຍທຂ ຈະສົມທົບກັບກະຊວງການເງິນ ໃນລາຍລະອຽດຕື່ມ.
ກະຊວງ ຍທຂ ໄດ້ຄົ້ນຄວ້າຟື້ນຟູກອງສ້ອມແປງທາງຄືນໃໝ່ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ສໍາເລັດການອອກຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງການເຄື່ອນໄຫວຂອງໜ່ວຍງານສ້ອມແປງເສັ້ນທາງຫຼວງ ເຊິ່ງນິຕິກຳດັ່ງກ່າວ ຈະເປັນນິຕິກຳພື້ນຖານ ແລະ ເປັນບ່ອນອີງໃຫ້ແກ່ການສ້າງໜ່ວຍງານສ້ອມແປງ ຢູ່ນະ ຄອນຫຼວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ງົບປະມານກອງທຶນທາງໃນປີ 2026 ແມ່ນໄດ້ແບ່ງໃຫ້ແຂວງລະ 1,5 ຕື້ກີບ.
ທ່ານ ເຫຼັກໄຫຼ ສີວິໄລ ຊີ້ແຈງຕື່ມວ່າ: ສໍາລັບມາດຕະການໃນການຄວບຄຸມນໍ້າໜັກ ກະຊວງ ຍທຂ ໄດ້ອອກແຈ້ງການ ໃຫ້ຈັດເກັບຄ່າຜ່ານທາງ ສໍາລັບລົດບັນທຸກສິນຄ້າ ໂດຍສະເພາະລົດຂົນສົ່ງແຮ່ ເພື່ອມາສ້ອມແປງ ຟື້ນຟູ ແລະ ບູລະນະຮັກສາທາງຫຼວງ ຕາມເນື້ອໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍມອບໃຫ້ທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ຈະຄົ້ນຄວ້າເກັບໃນລະຫວ່າງ 1,5 ໂດລາ/ໂຕນແຮ່ທາດຕໍ່ຖ້ຽວ ໄລຍະທາງ 10 ກມ ຂຶ້ນໄປ ກໍລະນີໄລຍະການຂົນສົ່ງຜ່ານເສັ້ນທາງບໍ່ຮອດ 10 ກມ ໃຫ້ເກັບຫຼຸດອັດຕາທີ່ສອງຝ່າຍເອກະພາບກັນ ສໍາລັບງົບປະມານທີ່ເກັບໄດ້ ແມ່ນມອບເຂົ້າກອງທຶນທາງເພື່ອມາສ້ອມແປງ ແລະ ຟື້ນຟູທາງຫຼວງ.