5 ປີຜ່ານມາກຳລັງປ້ອງກັນຄວາມສະຫງົບ ສາມາດມ້າງຄະດີ ໄດ້ 20.000 ກວ່າເລື່ອງ

ກະຊວງປ້ອງກັນຄວາມສະຫງົບ ໂດຍໄດ້ຮັບມອບໝາຍຈາກລັດຖະບານ ໃຫ້ເປັນໃຈກາງ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະປີ 2021-2025 ຜ່ານການຈັດຕັ້ງປະຕິບັດຕົວຈິງ ຕໍ່ການແກ້ໄຂບັນຫາດັ່ງກ່າວ ນັບແຕ່ເດືອນ ກໍລະກົດ ປີ 2021 ຫາ ເດືອນ ຕຸລາ ປີ 2025 ການປະຕິບັດໃນທົ່ວປະເທດ ສາມາດມ້າງຄະດີໄດ້ 21.003 ເລື່ອງ ຈັບຜູ້ຖືກຫາໄດ້ 31.289 ຄົນ ຍິງ 3.254 ຄົນ.

ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການການແກ້ໄຂບັນຫາຢາເສບຕິດ (2021-2025) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກ 2025 ທີ່ ສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ  ໃຫ້ຮູ້ວ່າ: ພາຍຫຼັງທີ່ກົມການເມືອງສູນກາງພັກ ໄດ້ອອກຄໍາສັ່ງ ສະບັບເລກທີ 02/ກມສພ ວ່າດ້ວຍເພີ່ມທະວີການນໍາພາ ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບ ຕິດ ສະພາແຫ່ງຊາດ ໄດ້ອອກມະຕິຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ສະບັບເລກທີ  04/ສພຊ ແລະ ສະພາແຫ່ງຊາດ ຮັບຮອງເອົາທິດທາງ ແຜນການ ແລະ ວິທີແກ້ໄຂໃນຕໍ່ໜ້າ ອອກໄປຮອດທ້າຍປີ 2025 ສະບັບເລກທີ 110/ສພຊ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເປັນເຈົ້າການເພີ່ມທະວີ ຍົກລະດັບການນໍາພາ-ຊີ້ນໍາ ການເຄື່ອນໄຫວພາລະບົດບາດ ເປັນໃຈ ກາງໃນການປະສານສົມທົບ ກັບບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄປຕາມ 6 ວຽກຈຸດ.

ຜ່ານການຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ເຫັນວ່າມີຜົນສໍາເລັດເປັນຢ່າງດີ ເຊິ່ງສະແດງໃຫ້ເຫັນຕົວເລກຄະດີທີ່ໄດ້ແກ້ໄຂແຕ່ເດືອນກໍລະກົດ ປີ 2021 ຫາ ເດືອນຕຸລາ ປີ 2025 ການຈັດຕັ້ງປະຕິບັດໃນທົ່ວປະເທດສາມາດມ້າງຄະດີໄດ້ທັງໝົດ 21.003 ເລື່ອງ ຈັບຜູ້ຖືກຫາ 31.289 ຄົນ ຍິງ 3.254 ຄົນ ໃນນີ້ມີຕ່າງປະເທດ 938 ຄົນ ຍິງ 85 ຄົນ ຢຶດຂອງກາງປະເພດ ເຮໂຣອິນ ໄດ້ 1.852 ກິໂລກຣາມ ຢາບ້າ 69.261 ກິໂລກຣາມ ຢາຝິ່ນ 574 ກິໂລກຣາມ ຢາໄອສ 17.386 ກິໂລກຣາມ ຄັນຊາ 27.626 ກິໂລກຣາມ ເຄຕາມິນ 7.972 ກິໂລກຣາມ ໂຄເຄນ 4 ກິໂລກຣາມ ຢາອີ 16.519 ເມັດ ກັບ 92 ກິໂລກຣາມ ແປ້ງຝຸ່ນປະສົມຢາເສບຕິດ 103.348 ກິໂລກຣາມ ຄາເຟອິນ 168 ກຣາມ ນໍ້າຢາສານເຄມີ 10 ກິໂລກຣາມ 101 ຖັງ ກັບ 905 ຕຸກ ນໍ້າ ກົດ 9.400 ລິດ ພາຫະນະລົດໃຫຍ່ 649 ຄັນ, ລົດຈັກ 3.377 ຄັນ ເຮືອ 5 ລໍາ ແລະ ເຄື່ອງຂອງກາງອື່ນໆຈຳນວນໜຶ່ງ.

error: Content is protected !!