ກອງປະຊຸມຫຸ້ນສ່ວນທົ່ວໂລກ FORLAND 2026 ໄດ້ເປີດຂຶ້ນຢ່າງຍິ່ງໃຫຍ່

ວັນທີ 12 ພະຈິກ 2025, ເວັບໄຊ Chinatruck.org ໄດ້ລາຍງານວ່າ FORLAND ໄດ້ຈັດກອງປະຊຸມຫຸ້ນສ່ວນທົ່ວໂລກ 2026 ຂອງຕົນຂຶ້ນຢູ່ສປ.ຈີນ. ບໍລິສັດຄູ່ຮ່ວມຈາກຫ້າທະວີບໄດ້ມາຊຸມນຸມກັນເພື່ອປຶກສາຫາລືເຖິງອະນາຄົດຂອງອຸດສາຫະກໍາລົດທີ່ໃຊ້ເພື່ອການຄ້າແລະ ຊອກຫາໂອກາດຮ່ວມມື, ນະວັດຕະກໍາສີຂຽວ, ແລະ ການເຕີບໂຕແບບຍືນຍົງ.

ອຸດສາຫະກໍາລົດເພື່ອການຄ້າໂລກກ້າວສູ່ຍຸກສະໄຫມສີຂຽວ

ຕະຫຼາດລົດການຄ້າໂລກກໍາລັງມີການປ່ຽນແປງຄັ້ງໃຫຍ່ ກ້າວສູ່ການເປັນເຕັກໂນໂລຊີຂົນສົ່ງທີ່ມີການປ່ອຍກາກບອນຕໍ່າ ແລະ ອັດສະລິຍະ. ອີງຕາມຂໍ້ມູນຈາກສະມາຄົມອຸດສາຫະກໍາລົດຍົນຈີນ (CAAM), ການສົ່ງອອກລົດເພື່ອການຄ້າຂອງຈີນຕິດໜຶ່ງໃນອັນດັບສູງສຸດຂອງໂລກຕິດຕໍ່ກັນເປັນເວລາຫ້າປີ, ແລະ ລົດທີ່ນຳໃຊ້ເພື່ອການຄ້າທີ່ໃຊ້ພະລັງງານໃໝ່ ໃນປັດຈຸບັນມີສ່ວນແບ່ງໃນຕະຫຼາດໂລກຫຼາຍກວ່າ 18% ໃນປີ 2025.

ທ່າມກາງການປ່ຽນແປງຂອງອຸດສາຫະກໍາລົດ, ບັນດາບໍລິສັດຜະລິດລົດຈີນໄດ້ເລັ່ງຍຸດທະສາດສາກົນຂອງຕົນ ແລະ FORLAND ກໍຢືນຢູ່ໃນແຖວຫນ້າຂອງຄວາມພະຍາຍາມຄັ້ງນີ້.

26 ປີ ແຫ່ງການເຕີບໃຫຍ່: ຈາກ “ຜະລິດໃນຈີນ” ສູ່ “ຜະລິດເພື່ອໂລກ”

ຈາກ 26 ປີແຫ່ງການພັດທະນາ, FORLAND ໄດ້ກາຍເປັນຍີ່ຫໍ້ທີ່ໄວ້ວາງໃຈໄດ້ຂອງໂລກ, ໃຫ້ບໍລິການຜູ້ໃຊ້ງານໄດ້ຫຼາຍກວ່າ 6.8 ລ້ານຄົນໃນທົ່ວໂລກ. ສ້າງຕັ້ງຂຶ້ນໃນປີ 1996, FORLAND ກາຍເປັນຍີ່ຫໍ້ທີ່ຂາຍດີທີ່ສຸດໃນປະເທດຈີນໄດ້ຢ່າງໄວວາ. ໃນປີ 2008, ບໍລິສັດໄດ້ກ້າວເຂົ້າສູ່ຕະຫຼາດລົດຕ່າງປະເທດເປັນຄັ້ງທໍາອິດ, ນໍາເອົາການຜະລິດລົດຂອງຈີນສູ່ຕະຫຼາດໂລກ. ປະຈຸບັນ, FORLAND ເປັນຜູ້ໃຫ້ບໍລິການລົດຫຼາກຫຼາຍປະເພດ ທັງລົດໄຟຟ້າ, ລົດໄຮບຣິດ, ແລະ ລົດທີ່ໃຊ້ພະລັງງານໄຮໂດຣເຈນ ເປັນການຫັນປ່ຽນຈາກເຕີບໃຫຍ່ທີ່ເນັ້ນປະລິມານ ສູ່ການເຕີບໃຫຍ່ ທີ່ຂັບເຄື່ອນດ້ວຍນະວັດຕະກໍາ.

ໃນປີ 2024, FORLAND ໄດ້ສ້າງຕັ້ງພະແນກທຸລະກິດທົ່ວໂລກ ເປັນສ່ວນໜຶ່ງຂອງຍຸດທະສາດຕ່າງປະເທດທີ່ສຳຄັນ, ເລັ່ງການຫັນປ່ຽນຕົນເອງຈາກຜູ້ສົ່ງອອກລົດ ສູ່ການເປັນຜູ້ດໍາເນີນທຸລະກິດລະດັບໂລກ.

ຂັບເຄື່ອນການເຕີບໂຕທົ່ວໂລກ ດ້ວຍເຕັກໂນໂລຢີ ແລະ ຄວາມໜ້າເຊື່ອຖືໃນຍີ່ຫໍ້

ໃນປັດຈຸບັນ FORLAND ໄດ້ໃຫ້ບໍລິການລົດໃຊ້ເພື່ອການຄ້າແບບຄົບຊຸດ ໃນນີ້ ລວມທັງລົດຕູ້ ລົດບັນທຸກຂະໜາດນ້ອຍ, ລົດບັນທຸກຂະໜາດກາງ, ແລະ ພາຫະນະເພື່ອການກໍ່ສ້າງ ທີ່ຖືກອອກແບບໂດຍສະເພາະເພື່ອຕອບສະຫນອງຄວາມຕ້ອງການດ້ານການຂົນສົ່ງທີ່ຫຼາກຫຼາຍ.

ບໍລິສັດຍັງລົງທຶນຢ່າງຫຼວງຫຼາຍໃສ່ເຕັກໂນໂລຢີພະລັງງານໃຫມ່, ການຂັບຂີ່ແບບໄຮ້ຄົນຂັບ, ແລະ ການຂົນສົ່ງຜ່ານໂດຣນ (ຍານພາຫະນະບໍ່ມີຄົນຂັບ), ພ້ອມທັງສ້າງລະບົບສະໜອງທົ່ວໂລກ ແລະ ລະບົບການຕະຫຼາດດິຈິຕອນ ເພື່ອຂະຫຍາຍບົດບາດໃນຕະຫຼາດສາກົນ.

ເດີນຕາມແຜນຍຸດທະສາດຂອງບໍລິສັດ:

2025–2027: ສ້າງຄວາມເຂັ້ມແຂງໃຫ້ກັບວຽກງານວິໄຈ ແລະ ການພັດທະນາ ລວມທັງບໍລິສັດທ້ອງຖິ່ນຢູ່ຕ່າງປະເທດ.

2028–2030: ພັດທະນາຕົນເອງໃຫ້ເປັນຍີ່ຫໍ້ລົດເພື່ອການຄ້າຂະໜາດເບົາຊັ້ນນໍາຂອງໂລກ, ໃຫ້ບໍລິການລູກຄ້າໃນຫຼາຍກວ່າ 150 ປະເທດ ແລະ ພາກພື້ນ, ມີຜູ້ຊົມໃຊ້ທົ່ວໂລກເພີ່ມຂຶ້ນ 10 ລ້ານຄົນ, ແລະ ສ້າງລາຍໄດ້ 40 ຕື້ຢວນຕໍ່ປີ.

ເພື່ອປະຕິບັດຕາມວິໄສທັດດັ່ງກ່າວ, FORLAND ໄດ້ສ້າງຄໍາຂວັນຍີ່ຫໍ້ໃຫມ່ “Forland, For You!” (ຟໍແລນ, ເພື່ອທ່ານ!), ສະທ້ອນໃຫ້ເຫັນຄຸນຄ່າຫຼັກຫ້າປະການ: ໄວ (Fast), ຕະຫຼອດການ (Forever), ດີເລີດ (Fantastic), ອິດສະຫຼະ (Freedom), ແລະ ອະນາຄົດ (Future). ຫຼັກການເຫຼົ່ານີ້ ເນັ້ນໃຫ້ເຫັນຄວາມມຸ່ງຫວັງຂອງຍີ່ຫໍ້ ທີ່ຢາກພັດທະນາເລື່ອງຄວາມວ່ອງໄວ, ຄວາມໜ້າເຊື່ອຖື, ຄຸນນະພາບ, ງ່າຍຕໍ່ການນໍາໃຊ້, ແລະ ນະວັດຕະກໍາ.

ຍຸດທະສາດ 3 ຂັ້ນຕອນກ້າວສູ່ລະດັບໂລກ

ໃນກອງປະຊຸມ, ທ່ານ ຕົ້ງ ຢອງເຊິ່ງ (Dong Yongsheng), ຜູ້ຈັດການທົ່ວໄປ ພະແນກສາກົນ FORLAND, ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດຢູ່ຕະຫຼາດໂລກຂອງບໍລິສັດ ແລະ ອະທິບາຍແຜນຍຸດທະສາດ “3 ຂັ້ນຕອນ ກ້າວສູ່ລະດັບໂລກ” ຂອງບໍລິສັດ:

ພື້ນຖານ: ສ້າງພື້ນຖານການຄ້າທີ່ເຂັ້ມແຂງ ຜ່ານການສົ່ງອອກຍານພາຫະນະ ແລະ ຊິ້ນສ່ວນ (CKD).

ຫັນເປັນທ້ອງຖິ່ນ: ສະຫນັບສະຫນູນການຜະລິດ ແລະ ການຕະຫຼາດທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບການດໍາເນີນທຸລະກິດໃນພາກພື້ນ.

ລົງເລິກການເຊື່ອມໂຍງ: ສ້າງລະບົບວິໄຈ-ພັດທະນາ, ບໍລິການ, ການເງິນ, ແລະ ການຜະລິດທ້ອງຖິ່ນ ເພື່ອສ້າງລະບົບນິເວດຕ່າງປະເທດທີ່ສົມບູນ.

ເພື່ອສະຫນັບສະຫນູນຍຸດທະສາດນີ້, FORLAND ວາງແຜນທີ່ຈະເພີ່ມຈຳນວນຜະລິດຕະພັນຂອງຕົນ, ສົ່ງເສີມການວິໄຈ ແລະ ພັດທະນາ ກ່ຽວກັບ ລົດບັນທຸກຫນັກ, ການຂັບຂີ່ແບບບໍ່ມີຄົນຂັບ, ແລະ ການຂົນສົ່ງອັດສະລິຍະ, ລວມທັງ ສົ່ງເສີມການຮ່ວມມືໃນລະບົບສະໜອງທົ່ວໂລກຂອງຕົນ ສົ່ງເສີມການເຕີບໃຫຍ່ຮ່ວມກັນກັບຄູ່ຮ່ວມງານທົ່ວໂລກ.

ຜະລິດຕະພັນໃຫມ່ ແລະ ການຮ່ວມມືທົ່ວໂລກ

ໃນລະຫວ່າງກອງປະຊຸມ, FORLAND ໄດ້ເປີດຕົວຜະລິດຕະພັນໃຫມ່ສອງລາຍການສໍາລັບຕະຫຼາດໂລກ ລົດບັນທຸກເກຍອໍໂຕ L7 ແລະ ລຸ້ນ U7 ຊີຣີ້ ແລະ ນຳສະເໜີເຕັກໂນໂລຢີການຂັບຂີ່ແບບອິສະລະຫຼ້າສຸດຂອງຕົນ.

error: Content is protected !!