ຢືນຢັນລາວພົບ 2 ກໍລະນີ ຕິດເຊື້ອພະຍາດ COVID-19

ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ຕອບໂຕ້ພະຍາດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 (Covid-19) ໄດ້ອອກມາຢືນຢັນວ່າ ລາວເຮົາພົບ 2 ກໍລະນີຕິດເຊື້ອພະຍາດ Covid-19 ຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ຍົກລະດັບການປ້ອງກັນຄວບຄຸມພະຍາດນີ້ເປັນລະດັບ 2.


ທ່ານ ພູທອນ ເມືອງປາກ ຮອງລັດຖະມົນກະຊວງສາທາລະນະສຸກ ໃນນາມກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ຕອບໂຕ້ພະຍາດ Covid-19 ພ້ອມດ້ວຍຄະນະ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 24 ມີນາ 2020 ທີ່ກະຊວງສາທາລະນະສຸກວ່າ: ໃນ 2 ວັນຜ່ານມາ ໄດ້ມີແຮງງານລາວທີ່ໄດ້ໄປອອກແຮງງານຢູ່ປະເທດໃກ້ຄຽງ ໂດຍສະເພາະ ປະເທດໄທກັບຄືນມາພູມລຳເນົາຂອງຕົນເອງ ໂດຍຜ່ານ 10 ດ່ານສາກົນ ທີ່ມີຊາຍແດນຕິດຈອດກັບໄທ ມີທັງໝົດ 26.326 ຄົນ ໃນນີ້ ກວມເອົາຄົນລາວເປັນສ່ວນໃຫຍ່ ຕໍ່ເຫດການນີ້ຄະນະເຝົ້າລະວັງກໍໄດ້ປະຕິບັດມາດຕະການຢ່າງເຂັ້ມງວດໃນການປ້ອງກັນສະກັດກັ້ນ ເພື່ອຄັດກອງຜູ້ທີ່ມີອາການໄຂ້ເພື່ອປະຕິບັດຕາມມາດຕະການທາງດ້ານວິຊາການ ໃນຜູ້ທີ່ເດີນທາງເຂົ້າມາທັງໝົດມີ 7 ຄົນທີ່ມີອາການໄຂ້ ເຊິ່ງໄດ້ຜ່ານເຂົ້າມາທາງດ່ານຊ່ອງເມັກ ທາງແຂວງຈຳປາສັກ ໃນ 7 ຄົນໄດ້ນຳສົ່ງແຍກປ່ຽວຢູ່ໂຮງໝໍ ແລະ ໄດ້ເກັບຕົວຢ່າງສົ່ງມາກວດໃນຫ້ອງວິເຄາະຢູ່ສູນກາງ ສ່ວນຜູ້ທີ່ບໍ່ມີອາການໄຂ້ໄດ້ແນະນຳວິທີປ້ອງກັນ ວິທີຮັກສາອະນາໄມ ແລະ ວິທີຈຳກັດບໍລິເວນຂອງຕົນເອງຢູ່ເຮືອນຂອງຕົນເອງ ແລະ ໄດ້ແຈກຢາຍຄູ່ມື ວິທີການປະຕິບັດຕົນໃນການຈຳກັດ ບໍລິເວນ ແລະ ໄດ້ແຈກຢາຍຜ້າອັດປາກດັງໃຫ້ໃນໄລຍະທີ່ເຂົາເຈົ້າເດີນທາງເຖິງບ້ານເຮືອນຂອງເຂົາເຈົ້າ ພ້ອມກັນນັ້ນກໍໄດ້ມອບໃຫ້ອຳນາດການປົກຄອງແຕ່ລະທ້ອງຖິ່ນຕິດຕາມ.


ມາຮອດປັດຈຸບັນລາວເຮົາມີກໍລະນີສົງໄສ 131 ກໍລະນີທີ່ເຂົ້າກັບນິຍາມ ທັງໝົດນີ້ແມ່ນໄດ້ເກັບເອົາຕົວຢ່າງມາວິເຄາະເພື່ອຢັ້ງຢືນມາບົ່ງມະຕິຢູ່ຫ້ອງວິເຄາະ ແລະ ວັນທີ 23 ມີນາ 2020 ມີກໍລະນີສົງໄສ 14 ກໍລະນີ ທີ່ໄດ້ເກັບຕົວຢ່າງມາວິເຄາະ ໃນນັ້ນ 12 ກໍລະນີສົງໄສທີ່ເປັນແຮງງານລາວນັ້ນ ຜ່ານການກວດບໍ່ພົບເຊື້ອ ແລະ ສະເພາະຢູ່ນະຄອນຫຼວງວຽງຈັນ 2 ກໍລະນີແມ່ນເປັນຄົນລາວທີ່ມີປະຫວັດເດີນທາງໄປຕ່າງປະເທດ ແລະ ພົວພັນກັບຕ່າງປະເທດ ຜ່ານການກວດວິເຄາະຢືນຢັນໃນເວລາ 21:00 ໂມງຂອງວັນທີ 23 ມີນາ 2020 ໄດ້ຮູ້ວ່າທັງ 2 ກໍລະນີແມ່ນພົບເຊື້ອພະຍາດ Covid-19.


ສຳລັບການປະຕິບັດມາດຕະການຕໍ່ຜູ້ທີ່ຕິດເຊື້ອໃນ 2 ກໍລະນີນີ້ ພາຍຫຼັງທີ່ໄດ້ຮັບຊາບ ທາງທີມງານໄດ້ນຳສົ່ງຜູ້ກ່ຽວເຂົ້າໄປແຍກປ່ຽວຢູ່ໂຮງໝໍມິດຕະພາບ (150 ຕຽງ) ຜູ້ທີໜຶ່ງແມ່ນເປັນເພດຍິງ ອາຍຸ 36 ປີ ສັນຊາດລາວ ອາຊີບນໍາພານັກທ່ອງທ່ຽວຕ່າງປະເທດ ເຊິ່ງໄດ້ນໍາພານັກທ່ອງທ່ຽວຈາກປະເທດເອີຣົບຜ່ານມາລາວ ແລ້ວໄດ້ນຳພາໄປທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ແລະ ໄດ້ນຳສົ່ງນັກທ່ອງທ່ຽວນັ້ນໄປປະເທດກຳປູເຈຍ ເມື່ອບັນດານັກທ່ອງທ່ຽວໄດ້ເດີນທາງໄປປະເທດກຳປູເຈຍຈຶ່ງໄດ້ມີການຄັດກອງ ເຊິ່ງ 2 ວັນຜ່ານມາເຂົາເຈົ້າມີອາການໄຂ້ເຂົ້າກັບນິຍາມຂອງພະຍາດນີ້ຈຶ່ງໄດ້ກວດບົ່ງມະຕິວິເຄາະຢັ້ງຢືນວ່າ ນັກທ່ອງທ່ຽວກຸ່ມນັ້ນໄດ້ມີການຕິດເຊື້ອພະຍາດນີ້ ຫຼັງຈາກນັ້ນທາງກຳປູເຈຍໄດ້ແຈ້ງການມາເຖິງລາວ ເມື່ອໄດ້ຮັບຂ່່າວກໍລະນີທີ່ຕິດເຊື້ອພະຍາດທີ່ເປັນເພດຍິງນີ້ຈຶ່ງໄດ້ຖືກນຳສົ່ງໄປແຍກປ່ຽວກວດຫາເຊື້ອພະຍາດນີ້ ຜົນອອກມາເປັນບວກ ພົບວ່າຕິດເຊື້ອ.


ກໍລະນີທີ 2 ເປັນເພດຊາຍ ອາຍຸ 28 ປີ ສັນຊາດລາວ ເປັນພະນັກງານຢູ່ໂຮງແຮມຄຣາວພາຊາຜູ້ກ່ຽວມີປະຫວັດການເດີນທາງໄປເຝິກອົບຮົມສຳມະນາຢູ່ບາງກອກ ປະເທດໄທ ເວລາກັບຄືນມາຜູ້ກ່ຽວໄດ້ຈຳກັດຕົນເອງຢູ່ເຮືອນ ແຕ່ພົບວ່າ ມີອາການໄຂ້ ຈຶ່ງໄດ້ເຂົ້າມາກວດທີ່ໂຮງໝໍມິດຕະພາບ ຈຶ່ງໄດ້ດຳເນີນການແຍກປ່ຽວເກັບເອົາຕົວຢ່າງມາກວດ ຢັ້ງຢືນວ່າ ພົບການຕິດເຊື້ອ ປັດຈຸບັນທັງ 2 ກໍລະນີ ໄດ້ດຳເນີນການປິ່ນປົວຢູ່ໂຮງໝໍມິດຕະພາບ ເຊິ່ງອາການແມ່ນຢູ່ໃນຂອບເຂດທີ່ດີ ແລະ ໄດ້ຮັບການເອົາໃຈໃສ່ຈາກທີມງານແພດ ທີມພະຍາບານ ແລະ ໄດ້ຮັບຄວາມສະດວກຈາກຄະນະຮັບຜິດຊອບໃນໂຮງໝໍມິດຕະພາບ ຕໍ່ກໍລະນີນີ້ ທາງທີມງານເຝົ້າລະວັງໄດ້ລົງເກັບກຳຂໍ້ມູນເບື້ອງຕົ້ນແລ້ວ ແລະ ພວມປະຕິບັດມາດຕະການຄົ້ນຫາຜູ້ທີ່ໃກ້ຊິດທັງ 2 ກໍລະນີນີ້ ລວມທັງສະຖານທີ່ພັກເຊົາ ແລະ ບ່ອນປະຕິບັດວຽກງານ ແລະ ບ່ອນທີ່ໄດ້ເດີນທາງໄປໃນຈຸດຕ່າງໆ ກໍຄື ຜູ້ທີ່ໄດ້ພົວພັນກັບເຂົາເຈົ້າເພື່ອປະຕິບັດມາດຕະການຈຳກັດບໍລິເວນ ແລະ ແນະນຳວິທີຈັດຕັ້ງປະຕິບັດ ລວມທັງຈະໄດ້ລົງແນະນຳວິທີການອະນາໄມຂ້າເຊື້ອຢູ່ສະຖານທີ່ທີ່ພວກເຂົາພັກເຊົາ.
ສຳລັບການປິ່ນປົວພະຍາດນີ້ ໂຮງໝໍພວກເຮົາໄດ້ມີການກຽມຄວາມພ້ອມດ້ວຍການເຝິກຊ້ອມ ແລະ ໄດ້ຖອດຖອນບົດຮຽນຕຳລາການປິ່ນປົວຂອງຕ່າງປະເທດ ເຊິ່ງໄດ້ມີຂັ້ນຕອນຂອງເຮົາ ໂດຍສະເພາະ ຜູ້ຊ່ຽວຊານອົງການອະນາໄມໂລກ ແລະ ໄດ້ປະສານງານກັບຄະນະກຳມະການສຸຂະພາບຂອງ ສປ ຈີນ ເຊິ່ງໃນເວລາທີ່ເຮົາພົບກໍລະນີເປັນໄປໄດ້ທີ່ຈະມີຊ່ຽວຊານຕ່າງປະເທດເຂົ້າມາຊ່ວຍໃນການຄຸ້ມຄອງກໍລະນີ ແລະ ສຳລັບຢາປິ່ນປົວພະຍາດນີ້ກະຊວງສາທາລະນະສຸກໄດ້ຖອດຖອນບົດຮຽນນຳປະເທດຕ່າງໆ ແລະ ໄດ້ກະກຽມສຳຮອງໄວ້ແລ້ວ ແຕ່ສິ່ງສຳຄັນສັງຄົມບໍ່ຕ້ອງແຕກຕື່ນ ແລະ ໃຫ້ເອົາໃຈໃສ່ປ້ອງກັນຕົນເອງເປັນຢ່າງດີ ພ້ອມທັງປະຕິບັດຕາມແຈ້ງການຕ່າງໆ.

ຂ່າວ: ເພັດສະໝອນ

error: Content is protected !!