5 ປີຜ່ານມາ ເມືອງຫາດຊອງຟອງມີຄະດີເກີດຂຶ້ນ 1.465 ເລື່ອງ ແກ້ໄຂໄດ້ 1.158 ເລື່ອງ

ໄລ­ຍະ​ຜ່ານ​ມາ ກອງ​ບັນ­ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ເມືອງ​ຫາດ​ຊາຍ​ຟອງ ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ບັນ­ດາ​ຄາດ­ໝາຍ​ສູ້​ຊົນ​ຂອງ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື​ເມືອງ​ວາງ​ອອກ​ເປັນ​ໃຫ້​ເປັນ​ຮູບ​ປະ​ທຳ ເປັນ­ຕົ້ນ ການ​ເພີ່ມ​ທະ­ວີ​ບົດ­ບາດ​ການ​ນຳ­ພາ​ຂອງ​ຄະ­ນະ​ພັກ ຄະ­ນະ​ບັນ­ຊາ​ການ​ຕິດ​ພັນ​ກັບ​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ຕົນ.

ສະ­ຫາຍ​ພັນ​ໂທ ແສງ​ທອງ ເກື້ອ​ບຸນ​ລ້ຳ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ເມືອງ​ຫາດ​ຊາຍ​ຟອງ ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ຫາດ​ຊາຍ​ຟອງ ວັນ​ທີ 27 ສິງ­ຫາ 2020 ຜ່ານ​ມາ​ວ່າ ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ທົ່ວ​ເມືອງ​ມີ​ຄະ­ດີ​ເກີດ​ຂຶ້ນ 1.465 ເລື່ອງ ແກ້​ໄຂ​ໄດ້ 1.158 ເລື່ອງ ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ໄດ້ 1.201 ຄົນ ຍິງ 71 ຄົນ ໃນ​ນີ້ ຄະ­ດີ​ເກີດ​ຂຶ້ນ​ຫຼາຍ​ກວ່າ​ໝູ່​ແມ່ນ​ລັກ​ຊັບ​ພົນ­ລະ­ເມືອງ ຄ້າ-ຂາຍ​ຢາ​ເສບ​ຕິດ ນັກ­ເລງ​ອັນ​ຕະ​ພານ ບັນ­ຫາ​ອຸ­ບັດ­ເຫດ ແລະ ອື່ນໆ ໄດ້​ສ້າງ​ຜົນ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ແກ່​ຊັບ​ສິນ​ຂອງ​ລັດ ລວມ​ໝູ່ ແລະ ພົນ­ລະ­ເມືອງ ມີ​ລົດ­ຈັກ 346 ຄັນ ລົດ​ໃຫຍ່ 4 ຄັນ ປືນ​ສັ້ນ 2 ກະ­ບອກ ເງິນ​ກີບ 500 ລ້ານ​ກວ່າ​ກີບ ເງິນ​ບາດ 1 ລ້ານ​ກວ່າ​ບາດ ເງິນ​ໂດ​ລາ 21.000 ກວ່າ​ໂດ​ລາ ຄຳ​ຮູບ​ປະ­ພັນ​ໜັກ 75 ບາດ ໂທລະ­ສັບ 82 ໜ່ວຍ ເລີກ​ຮື້​ກຸ່ມ​ແກ້ງ​ລັກ​ລົດ­ຈັກ​ໄດ້ 38 ກຸ່ມ ກັກ​ຕົວ​ໄດ້ 136 ຄົນ ແລະ ວັດ­ຖຸ​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ ປັດ­ຈຸ­ບັນ ສາ­ມາດ​ເກັບ​ກູ້​ຂອງ​ກາງ­ຄືນ​ປະ­ເພດ​ລົດ­ຈັກ​ໄດ້  110 ຄັນ ລົດ​ໃຫຍ່ 1 ຄັນ ເງິນ​ກີບ​ໄດ້ 92 ລ້ານ​ກວ່າ​ກີບ  ໂທລະ­ສັບ 42 ໜ່ວຍ ປືນ​ສັ້ນ 2 ກະ­ບອກ.

ສະ­ເພາະ​ຄະ­ດີ​ຢາ​ເສບ​ຕິດ ສາ­ມາດ​ມ້າງ​ໄດ້ 510 ເລື່ອງ ກັກ​ຕົວ​ໄດ້ 667 ຄົນ ຄະ­ດີ​ລາຍ​ໃຫຍ່​ສາ­ມາດ​ມ້າງ​ໄດ້ 6 ລາຍ ກັກ​ຜູ້​ຕ້ອງ​ຫາ​ໄດ້ 9 ຄົນ  ສົມ­ທົບ​ແກ້​ໄຂ​ພວກ​ມົ້ວ​ສຸມ​ຢາ​ເສບ​ຕິດ​ໄດ້ 205 ລາຍ ຜູ້​ຕ້ອງ​ຫາ 194 ຄົນ ສຶກ​ສາ​ອົບ­ຮົມ​ແລ້ວ​ມອບ​ໃຫ້​ຜູ້​ປົກ­ຄອງ 104 ຄົນ ຢຶດ​ຂອງ​ກາງ​ທີ່​ພົວ­ພັນ​ກັບ​ຢາ​ເສບ​ຕິດ​ປະ­ເພດ​ຢາ​ບ້າ​ໄດ້ 403.678 ເມັດ ຢາ​ໄອສ໌ 46.884 ກຣາມ ກັນ­ຊາ​ອັດ​ແທ່ງ 14 ແທ່ງ ລົດ​ໃຫຍ່ 5 ຄັນ ລົດ­ຈັກ 32 ຄັນ ປືນ​ເຊ​ກາ​ເຊ​ດັດ­ແປງ 1 ກະ­ບອກ ພ້ອມ​ລູກ­ປືນ 6 ລູກ ປືນ​ສັ້ນ​ຫັນ​ລີ 38 ຈຳ­ນວນ 1 ກະ­ບອກ​ພ້ອມ​ລູກ­ປືນ 33 ລູກ ປືນ​ສັ້ນ​ດັດ­ແປງ 10 ກະ­ບອກ ພ້ອມ​ລູກ­ປືນ 159 ລູກ ເງິນ​ກີບ 195 ລ້ານ​ກວ່າ​ກີບ ເງິນ​ບາດ 4 ແສນ​ກວ່າ​ບາດ ເງິນ​ໂດ​ລາ 1.000 ກວ່າ​ໂດ​ລາ ແລະ ໂທລະ­ສັບ​ມື​ຖື 12 ໜ່ວຍ.

error: Content is protected !!