ເຈົ້າພາບພ້ອມຮອບດ້ານ ຈັດງານກີລາ ຊຽງຂວາງ ເກມ

ທ່ານ ບົວ​ລີ ພັນ​ນາ​ວົງ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວ​ຊຽງ​ຂວາງ ໃນ​ນາມ​ກອງ​ເລ­ຂາ​ຜູ້​ປະ­ຈຳ­ການ​ຈັດ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI (ຊຽງ​ຂວາງ ເກມ) ໃຫ້​ສຳ­ພາດ​ເນື່ອງ​ໃນ​ໂອ­ກາດ​ເປີດ​ກອງ​ປະ­ຊຸມ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ແລະ ກີ­ລາ ທົ່ວ​ປະ­ເທດ​ປະ­ຈຳ​ປີ 2019-2020 ຈັດ​ຂຶ້ນ​ວັນ​ທີ 27-28 ສິງ­ຫາ 2020 ຢູ່​ສູນ​ເຝິກ­ອົບ­ຮົມ​ແນວ​ລາວ​ສ້າງ​ຊາດ ກ່ຽວ​ກັບ​ກິດ­ຈະ­ກຳ​ຕ່າງໆ​ຂອງ​ແຕ່​ລະ​ກຳ­ມະ­ການ ທີ່​ໄດ້​ຫ້າງ​ຫາ​ກະ­ກຽມ​ຈັດ​ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ ຍັງ​ບໍ່​ທັນ​ສຳ­ເລັດ ພ້ອມ​ກັບ​ງົບ­ປະ­ມານ​ທີ່​ນຳ​ໃຊ້​ຜ່ານ​ມາ ແລະ ແຜນ​ວຽກ​ໃນ­ຕໍ່­ໜ້າ​ຮັບ​ໃຊ້​ງານ​ຊຽງ​ຂວາງ​ເກມ​ໃຫ້​ຮູ້​ວ່າ: ສຳ­ລັບ​ວຽກ​ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ ສຳ­ເລັດ​ໄປ​ແລ້ວ­ແຕ່​ລະ​ກຳ­ມະ­ການ ອະ­ນຸ​ກຳ­ມະ­ການ​ທີ່​ຮັບ­ຜິດ­ຊອບ​ແຕ່​ລະ​ວຽກ​ໄດ້​ເຂົ້າ​ປະ­ຈຳ­ການ​ມາ​ແຕ່​ວັນ​ທີ 13 ມັງ­ກອນ​ຫາ​ວັນ​ທີ 17 ມີ­ນາ 2020 ເຫັນ​ວ່າ​ມີ​ຄວາມ​ພ້ອມ ຖ້າ​ງານ​ບໍ່​ເລື່ອນ​ສາ­ມາດ​ຂັບ​ເຄື່ອນ​ງານ​ມະ​ຫະ​ກຳ​ກີ­ລາ​ຄັ້ງ​ນີ້​ໄປ​ດ້ວຍ​ດີ ທາງ​ດ້ານ​ເນື້ອ​ໃນ ນິ­ຕິ​ກຳ ເອ­ກະ­ສານ​ຕ່າງໆ​ຂອງ​ທຸກ​ກຳ­ມະ­ການ ເພື່ອ​ຮັບ​ໃຊ້​ການ​ຈັດ​ງານ​ຄັ້ງ​ນີ້​ກະ­ກຽມ​ສຳ­ເລັດ 100%.

ຂະ­ນະ​ທີ່​ດ້ານ​ງົບ­ປະ­ມານ​ບໍ­ລິ­ຫານ​ຈັດ​ງານ​ຮັບ​ໃຊ້ 11 ກຳ­ມະ­ການ ແລະ 43 ອະ­ນຸ​ກຳ­ມະ­ການ​ທີ່​ລັດ­ຖະ­ບານ​ອະ­ນຸ­ມັດ​ທັງ​ໝົດ 47,33 ຕື້​ກີບ ໃນ​ນີ້ ກະ­ຊວງ​ການ​ເງິນ ແລະ ກະ­ຊວງ​ສຶກ​ສາ​ໄດ້​ໂອນ​ມາ​ໃຫ້​ຄັງ​ເງິນ​ແຫ່ງ​ຊາດ ປະ­ຈຳ​ແຂວງ​ຊຽງ​ຂວາງ​ທັງ​ໝົດ​ແລ້ວ ການ​ໃຊ້​ຈ່າຍ​ຜ່ານ​ມາ​ທີ່​ມີ​ຂໍ້​ຕົກ­ລົງ​ອະ­ນຸ­ມັດ​ຈ່າຍ​ຈາກ​ເຈົ້າ­ແຂວງ ປະ­ທານ​ຈັດ​ງານ 25,58 ຕື້​ກີບ ກວມ 54,05% ຍັງ​ເຫຼືອ 21,74 ຕື້​ກີບ ເທົ່າ​ກັບ 45,94% ຮ່ວງ​ງົບ­ປະ­ມານ​ຮັບ​ໃຊ້​ການ​ສ້ອມ­ແປງ​ສະ­ຖານ­ທີ່​ພັກ​ຂອງ​ນັກ­ກີ­ລາ ແລະ ຄູ​ເຝິກ 27 ແຫ່ງ ສະ­ຖານ­ທີ່​ຮັບ​ໃຊ້​ການ​ແຂ່ງ­ຂັນ​ກີ­ລາ​ປະ­ເພດ​ຕ່າງໆ 11 ແຫ່ງ ລວມ 38 ແຫ່ງ ແບ່ງ​ເປັນ 19 ພູດ ເປັນ​ງົບ­ປະ­ມານ​ທັງ​ໝົດ 9,21 ຕື້​ກີບ ທີ່​ໄດ້​ຈ່າຍ​ໄປ​ແລ້ວ 9,19 ຕື້​ກີບ ຍັງ​ເຫຼືອ 12.950.414 ກີບ ຮ່ວງ​ເງິນ​ລະ­ດົມ​ທຶນ​ໄດ້​ທັງ​ໝົດ 3,41 ຕື້​ກີບ ຈ່າຍ​ໄປ​ແລ້ວ 3 ຕື້​ກີບ ຍັງ​ເຫຼືອ​ຕົວ​ຈິງ 326.943.800 ກີບ.

ສຳ­ລັບ​ແຜນ​ໃນ­ຕໍ່­ໜ້າ​ສືບ­ຕໍ່​ປົກ​ປັກ​ຮັກ­ສາ​ພື້ນ­ຖານ​ໂຄງ​ລ່າງ ບັນ­ດາ​ສະ­ໜາມ​ທີ່​ພັກ​ຕ່າງໆ​ທີ່​ໄດ້​ກໍ່­ສ້າງ​ສ້ອມ­ແປງ​ໄປ​ແລ້ວ ແລະ ສິ່ງ​ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ຕົວ​ເມືອງ ແລະ ສະ­ໜາມ​ເປີດ-ປິດ ນຳ​ສະ­ເໜີ​ປະ­ທານ​ຈັດ​ງານ​ຂໍ​ເບີກ​ຈ່າຍ​ເງິນ​ຂອງ​ກຳ­ມະ­ການ​ເປີດ-ປິດ​ທີ່​ໄດ້​ປະ­ຕິ­ບັດ​ສຳ­ເລັດ​ໄປ​ແລ້ວ​ນັ້ນ ຄື: ການ​ຈັດ​ຊື້-ຈັດ​ຈ້າງ ເຄື່ອງ​ໄຟ ແສງ-ສີ-ສຽງ ເຄື່ອງ­ນຸ່ງ​ນັກ­ສະ­ແດງ ເຊິ່ງ​ໄລ­ຍະ​ຜ່ານ​ມາ ແມ່ນ​ກຳ­ມະ­ການ​ບໍ່​ສົ່ງ​ຕົວ​ເລກ​ເຂົ້າ​ໄປ​ສັງ​ລວມ​ແຜນ​ຈ່າຍ​ຢູ່​ທ້ອງ­ຖິ່ນ ສືບ­ຕໍ່​ສ້າງ​ແຜນ​ງົບ­ປະ­ມານ​ບໍ­ລິ­ຫານ​ຂອງ​ແຕ່​ລະ​ກຳ­ມະ­ການ​ທີ່​ໄດ້​ໃຊ້​ຈ່າຍ​ຜ່ານ​ມາ ແລ້ວ​ເພື່ອ​ສະ­ເໜີ​ຂໍ​ງົບ­ປະ­ມານ​ນຳ​ລັດ­ຖະ­ບານ​ຕື່ມ​ອີກ ທົດ​ແທນ​ຮ່ວງ​ທີ່​ໄດ້​ໃຊ້​ຈ່າຍ​ໄປ​ແລ້ວ​ໃນ​ສິ່ງ​ທີ່​ຈຳ­ເປັນ ສືບ­ຕໍ່​ຄຸ້ມ​ຄອງ​ເຄື່ອງ ວັດ­ຖຸ​ອຸ­ປະ­ກອນ​ຕ່າງໆ​ທີ່​ໄດ້​ດຳ­ເນີນ​ການ​ຈັດ​ຊື້​ໄປ​ແລ້ວ​ນັ້ນ​ຢູ່​ໃນ​ສາງ ຮັບ­ປະ­ກັນ​ບໍ່​ໃຫ້​ຕົກ­ເຮ່ຍ​ເສຍ​ຫາຍ ແລະ ສາ­ມາດ​ນຳ​ໃຊ້​ເຂົ້າ​ໃນ​ງານ​ດັ່ງ­ກ່າວ​ໄດ້ ສືບ­ຕໍ່​ປັບ­ປຸງ​ຂໍ້​ຕົກ­ລົງ​ຄະ­ນະ​ຮັບ­ຜິດ­ຊອບ​ແຕ່​ລະ​ພາກ­ສ່ວນ ແລະ ປັບ­ປຸງ​ແຜນ​ດຳ­ເນີນ​ງານ ເອ­ກະ­ສານ​ນິ­ຕິ​ກຳ​ຕ່າງໆ​ທີ່​ມີ​ການ​ຄາດ­ເຄື່ອນ ແລະ ບໍ່​ເໝາະ​ສົມ​ຄືນ­ໃໝ່ ແລະ ໃນ​ຕອນ​ທ້າຍ​ທ່ານ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ​ແຂວງ​ຊຽງ​ຂວາງ ຍັງ​ສະ­ເໜີ​ຈັດ​ກອງ​ປະ­ຊຸມ​ຮ່ວມ​ກັບ​ຄະ­ນະ​ລະ­ດັບ​ຊາດ ເພື່ອ​ກຳ­ນົດ​ວັນ​ເວ­ລາ​ຈັດ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ສະ­ເໜີ​ຕໍ່​ລັດ­ຖະ­ບານ ໃນ​ເວ­ລາ​ອັນ​ຄວນ.

error: Content is protected !!