ວາລະສານປ້ອງກັນຊາດ ອວຍພອນໜັງສືພິມວຽງຈັນໃໝ່

ວັນ​ທີ 28 ສິງ­ຫາ 2020 ທ່ານ ພັນ​ເອກ ທິມ​ສາວ ດວງ​ຈຳ­ປາ ຫົວ­ໜ້າ​ບັນ­ນາ­ທິ­ການ​ວາ­ລະ­ສານ​ປ້ອງ​ກັນ​ຊາດ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ພ້ອມ​ຄະ­ນະ ໄດ້​ເຂົ້າ​ອວຍ­ພອນ​ທ່ານ ນາງ ແກ້ວ​ຊ້ອນ ຈັນ­ທະ​ນາມ ຫົວ­ໜ້າ​ບັນ­ນາ­ທິ­ການ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ຄະ­ນະ ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ຄົບ­ຮອບ 45 ປີ (1/9/1975-1/9/2020).

ໂອ­ກາດ​ນີ້ ທ່ານ ພັນ​ເອກ ທິມ​ສາວ ດວງ​ຈຳ­ປາ ໄດ້​ກ່າວ​ອວຍ­ພອນ ແລະ ສະ­ແດງ​ຄວາມ​ຊົມ­ເຊີຍ​ມາ​ຍັງ​ຄະ­ນະ​ບັນ­ນາ­ທິ­ການ ແລະ ພະ­ນັກ­ງານ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ທີ່​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ຕົນ ສາ­ມາດ​ຍາດ​ໄດ້­ຜົນ​ອັນ​ພົ້ນ​ເດັ່ນ​ຫຼາຍ​ດ້ານ​ໃນ​ຜ່ານ​ມາ ທີ່​ເປັນ​ສື່​ສິ່ງ​ພິມ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຢູ່​ໃນ​ອັນ​ດັບ​ຕົ້ນໆ ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ແລະ ຂໍ້​ມູນ​ຂ່າວ­ສານ​ຕ່າງໆ​ໃຫ້​ສັງ­ຄົມ ກໍ​ຄື​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ຮູ້​ຢ່າງ​ກວ້າງ­ຂວາງ ໂດຍ​ສະ­ເພາະ ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ນາມ​ເປັນ​ກະ­ບອກ​ສຽງ​ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ນາງ ແກ້ວ​ຊ້ອນ ຈັນ­ທະ​ນາມ ຕາງ­ໜ້າ​ໃຫ້​ຄະ­ນະ​ບັນ­ນາ­ທິ­ການ ແລະ ພະ­ນັກ­ງານ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ໄດ້​ສະ­ແດງ​ຄວາມ​ຂອບ​ອົກ​ຂອບ­ໃຈ ມາ​ຍັງ​ຄະ­ນະ​ບັນ­ນາ­ທິ­ການ​ວາ­ລະ­ສານ​ປ້ອງ​ກັນ​ຊາດ ທີ່​ມາ​ອວຍ­ພອນ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່​ຄັ້ງ​ນີ້ ເປັນ​ການ­ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ­ມັກ­ຄີ​ຮັກ­ແພງ​ໃນ​ນາມ​ສື່​ດ້ວຍ​ກັນ ແລະ ໃນ​ອະ­ນາ­ຄົດ ຈະ​ກ້າວ​ໄປ​ເຖິງ​ການ​ພົວ­ພັນ​ຮ່ວມ​ມື​ທີ່​ດີ​ນຳ​ກັນ​ລະ­ຫວ່າງ​ສອງ​ສື່ ເປັນ­ຕົ້ນ​ການ​ແລກ­ປ່ຽນ​ຖອດ​ຖອນ​ບົດ­ຮຽນ​ວຽກ​ງານ​ວິ­ຊາ​ສະ­ເພາະ ແລະ ອື່ນໆ ໃນ​ສະ­ພາບ​ປັດ­ຈຸ­ບັນ ທີ່​ສື່​ດັ່ງ​ເດີມ​ກຳ­ລັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ ພວກ​ເຮົາ​ຕ້ອງ​ຮ່ວມ​ກັນ​ຜ່ານ​ຜ່າ​ໄປ​ດ້ວຍ​ດີ ແລະ ພ້ອມ​ກັນ​ປະ­ຕິ­ບັດ​ໜ້າ­ທີ່​ການ­ເມືອງ​ຮັບ​ໃຊ້​ພັກ-ລັດ ແລະ ສັງ­ຄົມ​ຕະ­ຫຼອດ​ໄປ.

error: Content is protected !!