ສັກຢາກັນພະຍາດ ເຮັດໃຫ້ອັດຕາການຕາຍຂອງສັດຫຼຸດລົງຫຼາຍ

    ທ່ານ ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວັນທີ 27 ສິງຫາ 2020 ທີ່ກົມດັ່ງກ່າວວ່າ: ຢູ່ປະເທດລາວມີການລ້ຽງຫຼາຍພໍສົມຄວນ ສະເລ່ຍການຂະຫຍາຍຕົວຂອງສັດໃນລະດັບ 4-5% ທຽບໃສ່ປີ 2015 ເພີ່ມຂຶ້ນ 24%​ ປັດຈຸບັນ ມີຄວາຍ 1,22 ຕື້ໂຕ ງົວ 2,11 ຕື້ໂຕ ໝູ 4,11 ຕື້ໂຕ ແລະ ສັດປີກ 43,6 ຕື້ໂຕ ໄດ້ປະກອບສ່ວນເຂົ້າຍອດຜະລິດຕະພັນພາຍໃນ 4% ນອກນັ້ນ ຈໍານວນສັດລ້ຽງເປັນຟາມເພີ່ມຂຶ້ນ ສັດໃຫຍ່ 23% ໝູ 26% ແບ້ 27% ໄຂ່ໄກ່ເພີ່ມຂຶ້ນ 5% ແລະ ໄກ່ຊີ້ນເພີ່ມຂຶ້ນ 11% ໄລຍະຜ່ານມາຂະແໜງການລ້ຽງສັດ ແລະ ການປະມົງ ໄດ້ເອົາໃຈໃສ່ຜັນຂະຫຍາຍປະຕິບັດແຜນນະໂຍບາຍ ໂດຍສະເພາະແຜນງານຄໍ້າປະກັນຄວາມໝັ້ນຄົງຂອງສະບຽງອາຫານ ແລະ ຜະລິດເປັນສິນຄ້າຂອງກະຊວງກະສິກໍາ ແລະ ປ່າໄມ້ ພິເສດການຄວບຄຸມພະຍາດສັດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການຄວບຄຸມພະຍາດປາກເປື່ອຍລົງເລັບລາວ-ນູແວນເຊລັງ ໂດຍຜ່ານອົງການພະຍຸສັດສາກົນ OIE ໂດຍໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2016 ເປັນຕົ້ນມາ ຄາດວ່າຈະສໍາເລັດເດືອນທັນວາ 2020.

    ໂຄງການໄດ້ຮັບທຶນສະໜັບສະໜູນມູນຄ່າ 6 ລ້ານໂດລານູແວນເຊລັງ ຫຼື ປະມານ 3,5 ລ້ານໂດລາສະຫະລັດ ຈັດຕັ້ງປະຕິບັດຢູ່ແຂວງຈໍາປາສັກ ສະຫວັນນະເຂດ ແລະ ແຂວງຊຽງຂວາງ ມີຈຸດປະສົງພັດທະນາຮູບແບບການປ້ອງກັນ ແລະ ຄວບຄຸມພະຍາດປາກເປື່ອຍລົງເລັບ ກໍ່ສ້າງພະນັກງານ ແລະ ຕາໜ່າງສັດຕະວະແພດບ້ານຢ່າງເປັນລະບົບ ສັກຢາປ້ອງກັນ ແລະ ຄວບຄຸມການເຄື່ອນໄຫວຍ້າຍສັດປ່າຢ່າງເປັນລະບົບ ແລະ ກວດປະເມີນຜົນໃນນີ້ ພິເສດ ໂຄງການໄດ້ເອົາໃຈໃສ່ການສັກຢາກັນພະຍາດປາກເປື່ອຍລົງເລັບ ແລະ ສັກຢາກັນເຕົ້າໂຮມເລືອດງົວຄວາຍ ຈັດຕັ້ງປະຕິບັດຢູ່ 23 ເມືອງ ຂອງ 3 ແຂວງ ມີຫຼາຍກວ່າ 337 ບ້ານທີ່ໄດ້ຈັດຕັ້ງປະຕິບັດໂດຍກົງ ແລະ ທາງອ້ອມ ພ້ອມນັ້ນ ຫຼາຍກວ່າ 500 ບ້ານ ຫຼາຍກວ່າ 9.000 ຄອບຄົວທີ່ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການ ແລະ ຫຼາຍກວ່າ 50.000 ຄອບຄົວໄດ້ຮັບຜົນປະໂຫຍດທາງອ້ອມ ນອກນັ້ນ ໄດ້ເອົາໃຈໃສ່ໝາຍເບີຫູສັດທັງໝົດຫຼາຍກວ່າ 160.000 ໂຕ ໄດ້ສັກຢາ 8 ຄັ້ງ ໃນນີ້ລວມມີຢາກັນພະຍາດປາກເປື່ອຍລົງເລັບ 6 ແສນເຂັມ ແລະ ຢາກັນເຕົ້າໂຮມເລືອດງົວຄວາຍ 6 ແສນເຂັມ ຄຽງຄູ່ກັນນັ້ນ ໄດ້ກໍ່ສ້າງບຸກຄະລາກອນຂັ້ນເມືອງ 60 ຄົນ ແລະ ຕາງໜ່າງສັດຕະວະແພດຂັ້ນບ້ານ 900 ຄົນ ຜ່ານການຈັດຕັ້ງປະຕິບັດເຮັດໃຫ້ອັດຕາການຕາຍຂອງສັດໃຫຍ່ມີພຽງ 5-7% (ຈາກເມື່ອກ່ອນຕາຍປະມານ 20-25%). 

    ທ່ານ ສີແສງ ຂຸນສີ ກ່າວຕື່ມວ່າ: ເພື່ອເປັນການຄວບຄຸມພະຍາດສັດໃນແຕ່ລະປີ ຂະແໜງການລ້ຽງສັດ ແລະ ການປະມົງໃນທົ່ວປະເທດ ຈະໄດ້ພ້ອມກັນເປີດຂະບວນການສັກຢາກັນພະຍາດໃຫ້ສັດປີລະ 2 ຄັ້ງ ປັດຈຸບັນສັກໄດ້ປະມານ 35% ຂອງຝູງສັດ ເຫັນວ່າຍັງຢູ່ໃນລະດັບຕໍ່າ ເນື່ອງສັດສ່ວນຫຼາຍ 75% ລ້ຽງປະປ່ອຍ 25% ລ້ຽງເປັນຟາມ ສໍາລັບທ້າຍປີ 2020 ໂດຍສະເພາະວັນທີ 11 ພະຈິກ 2020 ເປັນວັນສັກຢາກັນພະຍາດສັດແຫ່ງຊາດ ກົມລ້ຽງສັດ ແລະ ການປະມົງກໍຄືຂະແໜງການກ່ຽວຂ້ອງຈະໄດ້ຈັດຕັ້ງປະຕິບັດໃຫ້ໄດ້ຕາມຕົວເລກຄາດໝາຍ ສະເພາະສັກຢາກັນປາກເປື່ອຍລົງເລັບໃຫ້ໄດ້ 40.000 ເຂັມ ແລະ ອື່ນໆ.

 # ຂ່າວ & ພາບ: ຂັນທະວີ

error: Content is protected !!