ສຸມໃສ່ສ້າງຕ່ອງໂສ້ການຜະລິດກະສິກຳສະອາດ ເປັນສິນຄ້າຕາມທິດສີຂຽວຍືນຍົງ

    ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ຂະແໜງກະສິກຳ ແລະ ປ່າໄມ້ ນວ ໄດ້ສຸມໃສ່ນຳພາສ້າງລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ໂດຍໄດ້ປະຕິບັດ 8 ໂຄງການຄື: ໂຄງການຜະລິດຊີ້ນງົວເປັນສິນຄ້າ ໂຄງການປູກເຂົ້າອິນຊີ ໂຄງການປູກຜັກອິນຊີ ໂຄງການປູກສາລີເປັນສິນຄ້າ ໂຄງການປູກມັນຕົ້ນເປັນສິນຄ້າ ໂຄງການລ້ຽງໝູເປັນສິນຄ້າ ໂຄງການລ້ຽງສັດປີກເປັນສິນຄ້າ ໂຄງການລ້ຽງປາ ແລະ ສັດນໍ້າເປັນສິນຄ້າ.

    ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ໃຫ້ສຳພາດວັນທີ 27 ສິງຫາ 2020 ວ່າ: ຜ່ານການຈັດຕັ້ງປະຕິບັດຜ່ານມາ ສ້າງໄດ້ຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ 5 ປີຜ່ານມາຄື:ຕ່ອງໂສ້ງຜັກອິນຊີສາມາດຜະລິດຜັກອິນຊີໄດ້ 14.566 ໂຕນ ໃນນັ້ນ ສະໜອງໃຫ້ຕະຫຼາດນັດກະສິກຳອິນຊີ 2.573 ໂຕນຕໍ່ປີ ຂາຍຢູ່ 6 ຈຸດ ລວມມູນຄ່າຊື້ຂາຍໄດ້ທັງໝົດ 35,8 ຕື້ກີບ ສະເລ່ຍ 7,16 ຕື້ກີບຕໍ່ປີ ຖ້າທຽບໃສ່ປີ 2015 ມູນຄ່າຊື້ຂາຍເພີ່ມຂຶ້ນປະມານ 3,1 ເທື່ອ ສ່ວນຕ່ອງໂສ້ການລ້ຽງໝູເປັນສິນຄ້າ ຕິດພັນກັບການປັບປຸງຍົກລະດັບໂຮງງານຂ້າສັດ ຮັບຮອງມາດຕະຖານ GMP ສະໜອງໝູໄດ້ 600-800 ໂຕຕໍ່ວັນ ສົ່ງຊີ້ນໝູໄປຕ່າງແຂວງ 69.425 ໂຕ ລ້ຽງໄກ່ພັນໄຂ່ ຜົນຜະລິດໄຂ່ໄດ້ 48.321 ໂຕນ ສົ່ງອອກໄປຕ່າງແຂວງ 69.425 ໂຕ ໄກ່ພັນໄຂ່ຜົນຜະລິດໄຂ່ໄດ້ 48.321 ໂຕນ ສົ່ງອອກໄປຕ່າງແຂວງ 8.764 ໂຕນ ແລະ ສາມາດສະໜອງຄວາມຕ້ອງການປານິນໃຫ້ ນວ ໄດ້ຢ່າງພຽງພໍ ແລະ ສົ່ງອອກໄປຕ່າງແຂວງ 95.146 ໂຕນ  ນອກນັ້ນຍັງລ້ຽງປາໃນໜອງມີເນື້ອທີ່ 2.695 ເຮັກຕາ ສາມາດຜະລິດຊີ້ນໄດ້ 53.694 ໂຕນ ລື່ນແຜນການ 7% ທັງໄດ້ສຸມໃສ່ພັດທະນາຕ່ອງໂສ້ພັນງົວຊີ້ນວຽງຈັນແບບເປັນຟາມ ສ້າງກຸ່ມລ້ຽງງົວຄຸນນະພາບຢູ່ເມືອງສັງທອງ 1 ກຸ່ມ ມີສະມາຊິກ 26 ຟາມ  ແລະ ສະມາຄົມລ້ຽງງົວວຽງຈັນມີ 16 ຟາມ ມີງົວໃນລະບົບທັງໝົດ 4.000 ໂຕ ຂະຫຍາຍທົ່ງຫຍ້າອາຫານສັດ 1.225 ເຮັກຕາ ຄັງລ້ຽງສັດ 4.395 ເຮັກຕາ ແລະ ສາມາດສະໜອງງົວຂຸ່ນເຂົ້າຕະຫຼາດ 400-500 ໂຕຕໍ່ປີ  ນອກນັ້ນຍັງມີເຂົ້າຫອມສັງທອງອິນຊີ ມີການຈັບຄູ່ຊື້-ຂາຍຜົນຜະລິດລະຫວ່າງຜູ້ປະກອບການ ແລະ ກຸ່ມການຜະລິດເຂົ້າອິນຊີ 10 ກຸ່ມ ຜະລິດເນື້ອທີ່ 300-400 ເຮັກຕາຕໍ່ປີ ມີເຂົ້າຫອມສັງທອງອິນຊີອອກສູ່ຕະຫຼາດ 1.400-1.600 ໂຕນຕໍ່ປີ ແລະ ໃນ 5 ປີຜ່ານມາສາມາດສົ່ງອອກຜົນຜະລິດກະສິກຳໄປຕ່າງປະເທດ ມູນຄ່າ 95 ລ້ານໂດລາສະຫະລັດ ຫຼື ປະມານ 850 ຕື້ກີບ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!