ນໍາສະເໜີລົດ Fortuner ຮຸ່ນໃໝ່

    ບໍລິສັດ ໂຕໂຢຕ້າ ລາວ ຈໍາກັດ ຈັດພິທີນໍາສະເໜີລົດອະເນກປະສົງ ຟໍຈູນເນີ້ (Fortuner) ຮຸ່ນໃໝ່ຫຼ້າສຸດ ພ້ອມຄຳນິຍາມ “ໃຫ້ຊີວິດທີ່ເໜືອລະດັບ” ຂຶ້ນວັນທີ 28 ສິງຫາ 2020 ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນການນໍາສະເໜີຜ່ານສື່ສັງຄົມອອນລາຍ.

    ທ່ານ ມາຊາອາກິ ຄາວາບາຕະ ຜູ້ອໍານວຍການບໍລິສັດ ໂຕໂຢຕ້າ ລາວ ຈໍາກັດ ກ່າວວ່າ: ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານ ທີ່ໃຫ້ການຕອບ-ຮັບຢ່າງຫຼວງຫຼາຍ ກັບ ໂຕໂຢຕ້າ HILUX Revo ໃໝ່ ທີ່ໄດ້ນໍາສະເໜີໃນວັນທີ 31 ກໍລະກົດ ຜ່ານມາ ໂດຍຜ່ານທາງສື່ສັງຄົມອອນລາຍ ແລະ ມື້ນີ້ ຕົນມີຄວາມຍິນດີອີກຄັ້ງ ທີ່ຈະນຳສະເໜີລົດໂຕໂຢຕ້າ Fortuner ຮຸ່ນໃໝ່ ທີ່ເປັນລົດອະເນກປະສົງທີ່ສະທ້ອນເຖິງພາບລັກຄວາມສຳເລັດ ແລະ ຄວາມເປັນຜູ້ນຳຂອງທ່ານໄດ້ເປັນຢ່າງດີ Fortuner ໃໝ່ ຖືກອອກແບບ ແລະ ພັດທະນາດ້ວຍເຕັກໂນໂລຊີ ນະວັດຕະກຳໃໝ່ຂອງໂຕໂຢຕ້າ ໃຫ້ມີຄວາມສວຍງາມ ຫຼູຫຼາ ທັນສະໄໝ ທັງພາຍນອກ ແລະ ພາຍໃນ ພ້ອມລະບົບຄວາມປອດໄພສູງສຸດ ເພື່ອໃຫ້ທ່ານມີຄວາມອຸ່ນໃຈ ແລະ ໝັ້ນໃຈທຸກຄັ້ງໃນທຸກການຂັບຂີ່ ແລະ ມີຄວາມຍິນດີທີ່ຈະນໍາສະເໜີທີ່ສຸດຂອງຮູບເງົາຄັ້ງທຳອິດຂອງໂຕໂຢຕ້າ ໃນ ສປປ ລາວ ເພື່ອມອບຄວາມບັນເທີງໃຫ້ທຸກທ່ານໃນໄລຍະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

    ໂຕໂຢຕ້າ Fortuner ໃໝ່ ໄດ້ພັດທະນາ 5 ຫົວຂໍ້ສໍາຄັນ ໂດຍສະເພາະການອອກແບບທີ່ທັນສະໄໝຫຼາຍຂຶ້ນ ເພີ່ມແຮງມ້າ ຈາກ 177Ps ເປັນ 204Ps ແຮງບິດ ຈາກ 450 Nm ເປັນ 500 Nm ປະຢັດນ້ຳມັນຂຶ້ນ 4% ຈາກຮຸ່ນປັດຈຸບັນ ເພີ່ມສະດວກສະບາຍຫຼາຍຂຶ້ນ ລະບົບເຊັນເຊີ 6 ແຈ້ງເຕືອນດ້ວຍສຽງ ລະບົບຊ່ວຍປ້ອງກັນການອອກລົດຜິດວິທີ ເຊິ່ງຈະຊ່ວຍໃຫ້ຜູ້ຂັບຂີ່ໝັ້ນໃຈໃນຄວາມປອດໄພ ກໍລະນີອອກລົດຜິດວິທີ ສໍາລັບລູກຄ້າທີ່ສົນໃຈສາມາດເຂົ້າເບິ່ງລົດຕົວຈິງ ພ້ອມສອບຖາມລາຍລະອຽດຕ່າງໆໄດ້ທີ່ຫ້ອງຂາຍໂຕໂຢຕ້າທຸກສາຂາທົ່ວປະເທດ.

 # ຂ່າວ & ພາບ: ສະບາໄພ

error: Content is protected !!