ຄູ່ແຊັມດອກປີກໄກ່ ພໍໃຈຜົນງານຫຼັງປ້ອງກັນແຊັມ ເບຍລາວ ໂອເພັນ

ທ້າວ ພັນ­ທະ​ລັງ ອຸ­ໄທ​ທາ­ນີ (ເຈມ​ບອນ) ນັກ­ກີ­ລາ​ດອກ​ປີກ​ໄກ່​ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ນາງ ເພັດ​ມະ­ນີ ແກ້ວ​ເພຍ​ຈັນ (ແອນ​ນ່າ) ສາວ​ນັກ­ກີ­ລາ​ຕີ​ດອກ​ຈາກ​ແຂວງ​ຄຳ​ມ່ວນ ຈາກ​ທະ­ນາ­ຄານ ລາວ-ຫວຽດ­ນາມ ສາ­ມາດ​ປ້ອງ​ກັນ​ແຊັມ​ປະ­ເພດ​ທີມ​ຄູ່​ປະ­ສົມ​ຮຸ່ນ​ທົ່ວ​ໄປ ສະ­ໄໝ​ທີ 2 ຕິດ­ຕໍ່​ກັນ ໃນ​ການ​ແຂ່ງ­ຂັນ​ດອກ​ປີກ​ໄກ່​ທົ່ວ​ປະ­ເທດ ຄັ້ງ​ທີ 20 ຊີງ​ຂັນ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ປະ­ຈຳ​ປີ 2020 ຫຼື ລາຍ­ການ​ເບຍ​ລາວ​ໂອ​ເພັນ 2020 ຫຼັງ​ຈາກ​ສຳ­ເລັດ​ການ​ແຂ່ງ­ຂັນ ໃຫ້​ສຳ­ພາດ​ວ່າ: ພວກ​ນ້ອງ​ມີ​ຄວາມ​ຮູ້­ສຶກ​ພາກ­ພູມ​ໃຈ ແລະ ເປັນ​ກຽດ​ຢ່າງ​ສູງ ທີ່​ສາ­ມາດ​ປ້ອງ​ກັນ​ແຊັມ ສ້າງ​ສະ­ຖິ­ຕິ​ໃຫ້​ແກ່​ຕົນ​ເອງ ກໍ​ຄື ສ້າງ​ຜົນ­ງານ​ໃຫ້​ຕົ້ນ​ສັງ­ກັດ​ທະ­ນາ­ຄານ ລາວ-ຫວຽດ­ນາມ ມີ​ກຽດ ແລະ ຊື່​ສຽງ​ໃນ​ວົງ​ການ​ກີ­ລາ​ດອກ​ປີກ​ໄກ່ ທີ່​ໃຫຍ່​ທີ່​ສຸດ​ໃນ​ລາວ ເພື່ອ​ສ້າງ​ຂະ​ບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ລັດ​ຖະ​ທຳ​ມະ­ນູນ​ແຫ່ງ​ຊາດ ຄົບ­ຮອບ 29 ປີ ຈັດ​ຂຶ້ນ​ວັນ​ທີ 20-23 ສິງ­ຫາ 2020 ທີ່​ສະ­ໂມ­ສອນ​ເສດ​ຖາ (ບຶງ​ຂະ​ຫຍອງ).

ເຈມ​ບອນ ກ່າວ​ຕື່ມ​ອີ​ກວ່າ: ຕົນ​ເອງ​ຈະ​ສືບ­ຕໍ່​ເຝິກ­ຊ້ອມ​ຢ່າງ​ຕໍ່​ເນື່ອງ ແລະ ຈະ​ນຳ​ເອົາ​ປະ­ສົບ​ການ​ຕ່າງໆ​ທີ່​ເຄີຍ​ຜ່ານ​ມາ​ຢ່າງ​ຫຼວງ­ຫຼາຍ ທັງ​ເຄີຍ​ຫຼິ້ນ​ໃຫ້​ຕົ້ນ​ສັງ­ກັດ​ໃນ​ໄລ­ຍະ​ໄປ​ສຶກ​ສາ​ຮຽນ​ຕໍ່​ທີ່​ມະ­ຫາ­ວິ­ທະ­ຍາ­ໄລ Zhe Jiang Li Gong Da Xue ສປ ຈີນ ເຂົ້າ​ຮ່ວມ​ລາຍ­ການ​ລະ­ດັບ​ອາ­ຊີບ ກໍ​ຈະ​ນຳ​ເອົາ​ບົດ­ຮຽນ​ເຫຼົ່າ­ນັ້ນ ມາ​ເຝິກ­ຝົນ​ຫຼໍ່​ຫຼອມ​ມາ​ພັດ­ທະ­ນາ​ໃຫ້​ມີ​ທ່າ​ກ້າວ​ທີ່​ພົ້ນ​ເດັ່ນ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ກຽມ​ຄວາມ​ພ້ອມ​ທຸກ​ສະ­ຖາ­ນະ​ການ ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ໃຫຍ່ໆ​ລະ­ດັບ​ຊາດ ຈະ​ຈັດ​ຂຶ້ນ​ທ້າຍ​ປີ​ນີ້ ໂດຍ​ສະ­ເພາະ ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ​ທີ່​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າ­ພາບ.

ແອນ​ນ່າ ກ່າວ​ອີ​ກວ່າ: ກ່ອນ​ຈະ​ເຂົ້າ​ຮ່ວມ​ລາຍ­ການ ເບຍ​ລາວ ໂອ​ເພັນ 2020 ນ້ອງ​ບໍ່​ມີ​ເວ­ລາ​ໄດ້​ເຝິກ­ຊ້ອມ​ຢ່າງ​ເຕັມ­ທີ່ ຍ້ອນ​ບັນ­ຫາ​ໂຄ​ວິດ-19 ທີ່​ແຜ່​ລະ­ບາດ​ຢ່າງ​ໜັກ ແຕ່​ກໍ​ຍ້ອນ​ປະ­ສົບ​ການ​ທີ່​ເຄີຍ​ໄປ​ເຝິກ­ຊ້ອມ​ກັບ​ສະ­ໂມ­ສອນ ແກນ​ດູ​ລ້າ ຈາກ​ນະ­ຄອນ­ຫຼວງ​ບາງ­ກອກ ສະ­ໂມ­ສອນ​ລະ­ດັບ​ແຖວ​ໜ້າ​ຂອງ​ປະ­ເທດ​ໄທ ໃນ 1 ເດືອນ ກ່ອນ​ຈະ​ເຂົ້າ​ຮ່ວມ​ຊຽງ​ຂວາງ​ເກມ ເດືອນ​ກຸມ­ພາ 2020 ບວກ​ກັບ​ຜົນ­ງານ​ທີ່​ສາ­ມາດ​ຍາດ​ໄດ້​ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຫຼື ຈຳ­ປາ​ສັກ​ເກມ​ປີ 2008 ໄດ້​ຫຼຽນ​ທອງ​ປະ­ເພດ​ທີມ​ຍິງ ຫຼວງ​ພະ​ບາງ​ເກມ ປີ 2011 ຍາດ​ໄດ້ 1 ຫຼຽນ​ເງິນ​ດ່ຽວ​ຍິງ ແລະ 1 ຫຼຽນ​ທອງ​ຄູ່​ປະ­ສົມ ອຸ­ດົມ​ໄຊ ເກມ ປີ 2014 ກໍ​ສາ­ມາດ​ຍາດ​ໄດ້​ຫຼຽນ​ເງິນ​ດ່ຽວ​ຍິງ ແລະ ປະ­ສົບ​ການ​ທີ່​ໄດ້​ເຄື່ອນ​ໄຫວ​ຮ່ວມ​ກັບ ເຈມ​ບອນ ທີ່ ສປ ຈີນ ຈຶ່ງ​ເຮັດ​ໃຫ້​ຕົນ​ເອງ​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ລາຍ­ການ​ເບຍ​ລາວ ໂອ​ເພັນ 2020 ແນວ­ໃດ​ກໍ​ດີ ເພື່ອ​ເປັນ​ການ​ຮັບ­ປະ­ກັນ​ໃນ​ການ​ສ້າງ​ຜົນ­ງານ​ໃຫ້​ບ້ານ​ເກີດ​ແຂວງ​ຄຳ​ມ່ວນ ໃນ​ຊຽງ​ຂວາງ​ເກມ ແລະ ລາຍ­ການ​ລະ­ດັບ​ຊາດ​ໃນ­ຕໍ່­ໜ້າ ຈະ​ສືບ­ຕໍ່​ເຝິກ­ຊ້ອມ​ໃຫ້​ຕໍ່​ເນື່ອງ ເພື່ອ​ສ້າງ​ຄວາມ​ແຂງ​ແກ່ນ​ຢ່າງ​ສະ​ໝ່ຳ​ສະ­ເໝີ.

ສຳ­ລັບ​ຜົນ­ງານ​ຂອງ​ທັງ​ສອງ​ຄົນ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ດອກ​ປີກ​ໄກ່ ເບຍ​ລາວ ໂອ​ເພັນ 2020 ຈັດ​ຂຶ້ນ​ວັນ​ທີ 20-23 ສິງ­ຫາ​ນີ້ ໂດຍ​ແມ່ນ​ບໍ­ລິ­ສັດ ເບຍ​ລາວ ໃຫ້­ການ​ອຸ­ປະ­ຖຳ​ຫຼັກ 162 ລ້ານ​ກີບ ສະ­ເພາະ ເຈມ​ບອນ ລົງ​ແຂ່ງ­ຂັນ 2 ລາຍ­ການ ປະ­ເພດ​ຄູ່​ຊາຍ ແລະ ຄູ່​ປະ­ສົມ​ທົ່ວ​ໄປ ໃນ​ນັ້ນ ສ້າງ​ຜົນ­ງານ​ຍາດ​ໄດ້​ພຽງ​ຫຼຽນ​ຄຳ ປະ­ເພດ​ຄູ່​ປະ­ສົມ ສ່ວນ ນາງ ແອນ​ນ່າ ລົງ​ແຂ່ງ­ຂັນ 2 ລາຍ­ການ​ເຊັ່ນ​ກັນ ແລະ ສາ­ມາດ​ໄດ້ 1 ຫຼຽນ​ຄຳ ຄູ່​ປະ­ສົມ ແລະ 1 ຫຼຽນ​ເງິນ ປະ­ເພດ​ທີມ​ຄູ່​ຍິງ.

error: Content is protected !!