ປກສ ແຂວງ ຄອງແຊັມບານເຕະ ຊີງຂັນເຈົ້າແຂວງຈຳປາສັກ

ການ​ແຂ່ງ­ຂັນ​ນັດ​ຊີງ​ຊະ­ນະ​ເລີດ ບານ­ເຕະ​ຊີງ​ຂັນ​ທ່ານ​ເຈົ້າ­ແຂວງ​ຈຳ­ປາ​ສັກ ປະ­ຈຳ​ປີ 2020 ຄູ່​ທີ 1 ເປັນ​ການ​ພົບ​ກັນ​ລະ­ຫວ່າງ ປກສ ແຂວງ ພົບ​ກັບ​ວິ­ທະ­ຍາ­ໄລ​ເຕັກ­ນິກ​ວິ­ຊາ​ຊີບ​ຈຳ­ປາ​ສັກ (ຮຸ່ນ​ທົ່ວ​ໄປ) ແລະ ບໍ­ລິ­ສັດ ຕູ່​ຂົນ­ສົ່ງ ພົບ​ກັບ​ເມືອງ​ປາກ​ຊ່ອງ (ຢູ-19) ຄັ້ງ​ນີ້ ຈັດ​ຂຶ້ນ​ວັນ​ທີ 23 ສິງ­ຫາ 2020 ຢູ່​ສະ­ໜາມ​ກີ­ລາ​ແຂວງ​ຈຳ­ປາ​ສັກ ນະ­ຄອນ​ປາກ​ເຊ (ຫຼັກ2) ມີ​ທ່ານ ພົນ​ໂທ ວິ­ໄລ ຫຼ້າ​ຄຳ​ຟອງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ທ່ານ ວິ­ໄລ​ວົງ ບຸດ​ດາ​ຄຳ ເຈົ້າ­ແຂວງ​ຈຳ­ປາ​ສັກ ບັນ­ດາ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ພະ​ແນກ ຫ້ອງ­ການ ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ບານ­ເຕະ​ແຂວງ ພ້ອມ​ດ້ວຍ​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ປະ­ຊາ­ຊົນ​ແຂວງ​ຈຳ­ປາ​ສັກ ກໍ​ຄື ຊາວ​ນະ­ຄອນ​ປາກ​ເຊ​ເຂົ້າ​ຮ່ວມ​ຊົມ ແລະ ເຊຍ​ຫຼາຍ​ພັນ​ຄົນ.

ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ຮຸ່ນ​ທົ່ວ​ໄປ​ເປັນ​ໄປ​ຕາມ​ຄາດ​ທີມ​ນັກ­ກີ­ລາ​ບານ­ເຕະ ປກສ ແຂວງ ສາ­ມາດ​ເອົາ​ຊະ­ນະ ທີມ​ວິ­ທະ­ຍາ­ໄລ​ເຕັກ­ນິກ​ວິ­ຊາ​ຊີບ ແຂວງ​ຈຳ­ປາ​ສັກ 2-0 ປະ­ຕູ ຄວ້າ​ແຊັມ​ໄປ​ຄອງ ແລະ ເປັນ​ສະ­ໄໝ​ທີ 2 ສ່ວນ​ວິ­ທະ­ຍາ­ໄລ​ເຕັກ­ນິກ​ຈຳ­ປາ​ສັກ ອັນ​ດັບ​ທີ 3 ທີມ​ກາ­ຍາ​ນັງ​ເອ​ພີ​ເອັຟ​ຊີ ແລະ ອັນ​ດັບ​ທີ 4 ທີມ​ສະ­ມາ­ຄົມ​ຫວຽດ­ນາມ ຂະ­ນະ​ທີ່​ລາ­ງວັນ​ນັກ​ເຕະ​ດີ­ເດັ່ນ​ຕົກ​ເປັນ​ຂອງ ອຸ­ດົມ​ສິດ ສິງ​ລາດ​ສົມ­ບູນ ອະ­ດີດ​ນັກ­ກີ­ລາ​ບານ­ເຕະ​ທີມ​ຊາດ​ລາວ ຈາກ ປກສ ແຂວງ ສ່ວນ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ຫຼື ຢູ-19 ອັນ​ດັບ​ທີ 1 ບໍ­ລິ­ສັດ ຕູ່​ຂົນ­ສົ່ງ ອັນ​ດັບ​ທີ 2 ເມືອງ​ປາກ​ຊ່ອງ ອັນ​ດັບ​ທີ 3 ບໍ­ລິ­ສັດ ນ້ຳ​ດື່ມ ພູ​ຟ້າ ແລະ ອັນ​ດັບ​ທີ 4 ໄອ​ດີ​ຊີ ຈຳ­ປາ​ສັກ.

ການ​ແຂ່ງ­ຂັນ​ລາຍ­ການ​ນີ້ ເພື່ອ​ເປັນ​ການ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ຍຸດ​ທະ​ສາດ ການ​ພັດ­ທະ­ນາ​ຂອງ​ສະ­ຫະ­ພັນ​ບານ​ແຂວງ ແນ­ໃສ່​ສົ່ງ­ເສີມ​ການ​ພັດ­ທະ­ນາ​ວົງ​ການ​ກີ­ລາ​ບານ­ເຕະ​ແຂວງ​ໃຫ້​ມີ​ທ່າ​ກ້າວ​ທີ່​ພົ້ນ​ເດັ່ນ ພ້ອມ​ທັງ​ຊຸກ­ຍູ້​ເສີມ​ຂະ­ຫຍາຍ​ການ​ພັດ­ທະ­ນາ​ນັກ­ກີ­ລາ​ລູກ​ຫຼານ​ພາກ​ໃຕ້ ດິນ­ແດນ​ວັດ​ພູ​ຈຳ­ປາ​ສັກ ໄດ້​ມີ​ການ­ເຄື່ອນ­ໄຫວ​ຢ່າງ​ຕໍ່​ເນື່ອງ ສາ­ມາດ​ກ້າວ​ຂຶ້ນ​ໄປ​ຕິດ​ທີມ​ແຂວງ ແລະ ທີມ​ຊາດ​ໃນ​ອະ­ນາ­ຄົດ ເຊິ່ງ​ການ​ແຂ່ງ­ຂັນ​ຄັ້ງ​ນີ້​ມີ 16 ພາກ­ສ່ວນ​ເຂົ້າ​ຮ່ວມ​ນັ້ນ ຢູ-19 ມີ 8 ທີມ ແລະ ຮຸ່ນ​ທົ່ວ​ໄປ​ມີ 8 ທີມ.

error: Content is protected !!