ໜັງສືພິມກອງທັບ ອວຍພອນໜັງສືພິມວຽງຈັນໃໝ່ ຄົບຮອບ 45 ປີ

        ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ (13/8/1950-13/8/2020) ແລະ ວັນສ້າງຕັ້ງໜັງສືພິມວຽງຈັນໃໝ່ ຄົບຮອບ 45 ປີ (1/9/1975-1/9/2020) ໃນວັນທີ 28 ສິງຫາ 2020 ທີ່ ສຳນັກງານໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດສັງຄົມ ບ້ານໜອງບຶກໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທ່ານ ຄຳສາວ ແກ້ວວິເສດ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ນຳກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດສັງຄົມ ຕາງໜ້າຮັບຂອງທ່ານ ນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

error: Content is protected !!