ມອບ-ຮັບໜ້າທີ່ຫົວໜ້າພະແນກພາຍໃນ ນວ

    ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 26 ສິງຫາ 2020 ຢູ່ຫ້ອງວ່າການປົກຄອງ ນວ ລະຫວ່າງທ່ານ ສົມເຫຼັກ ວົງສາ ຮັກສາການຫົວໜ້າພະແນກພາຍໃນ ນວ (ຜູ້ເກົ່າ) ແລະ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກພາຍໃນ ນວ (ຜູ້ໃໝ່) ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມຈັດຕັ້ງ  ແລະ ພະນັກງານ ກະຊວງພາຍໃນ ຫົວໜ້າ ຮອງຫົວໜ້າພະແນກການ ຫົວໜ້າຫ້ອງການພາຍໃນ 9 ເມືອງ ແລະ ພະນັກງານເຂົ້າຮ່ວມ.

    ທ່ານ ສົມເຫຼັກ ວົງສາ ໄດ້ລາຍງານການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ ໄດ້ປະກອບຄໍາເຫັນຊ່ວຍຂັ້ນເທິງ ສະເໜີຂັ້ນເທິງມີທິດຊີ້ນໍາ ແລະ ໄດ້ເປັນເຈົ້າການປະຕິບັດໜ້າທີ່ວຽກງານຕ່າງໆ ເປັນຕັ້ນ ໄດ້ປະກອບຄໍາເຫັນໃສ່ຮ່າງແມ່ບົດການຫັນເປັນໄອຊີທີ ແລະ ສ້າງ ນວ ເປັນອັດສະລິຍະ ປະກອບຄໍາເຫັນຊ່ວຍການນໍາ ນວ ກ່ຽວກັບການປັບປຸງກົດໝາຍການປົກຄອງທ້ອງຖິ່ນ (ສະບັບປັບປຸງປີ 2015) ບາງມາດຕາ ເປັນເຈົ້າການຊຸກຍູ້ອົງການທຽບເທົ່າພະແນກຂັ້ນ ນວ ຂັ້ນເມືອງ ປັບປຸງພາລະບົບບາດຂອງຕົນ ເພື່ອເປັນບ່ອນອີງໃນການຂຽນກໍານົດຕໍາແໜ່ງງານໃຫ້ຖືກຕ້ອງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ຊຸກຍູ້ບັນດາພະແນກການຂັ້ນ ນວ ບໍ່ໃຫ້ມີໜ່ວຍງານ ແລະ ຂັ້ນເມືອງບໍ່ໃຫ້ມີຈຸງານ ຊຸກຍູ້ຕິດຕາມບັນດາເມືອງ ເປັນເຈົ້າການນໍາໃຊ້ຖານຂໍ້ມູນຄຸ້ມຄອງພົນລະເມືອງທົ່ວ ນວ ພ້ອມທັງຊຸກຍູ້ຕິດຕາມ ແລະ ເປັນເຈົ້າການລົງສໍາຫຼວດເຂດແດນເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ຂອງ 27 ບ້ານຕົວແບບຢູ່ 9 ເມືອງ ພ້ອມນີ້ ເປັນເຈົ້າການໃນການປະສານສົມທົບກັບຄະນະຮັບຜິດຊອບແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງ ນວ ກັບແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ.

    ນອກນີ້ ຍັງໄດ້ຮັບການມອບໝາຍຈາກຂັ້ນເທິງເພື່ອຮັບຜິດຊອບວຽກງານຂະແໜງການພາຍໃນທົ່ວ ນວ ກ່ຽວກັບການຄຸ້ມຄອງ ການປົກຄອງບໍລິຫານລັດຢູ່ທ້ອງຖິ່ນຄື: ການປັບປຸງກົງຈັກການຈັດຕັ້ງ ການກໍານົດຕໍາແໜ່ງງານ ສະເໜີຂັ້ນເທິງຈັດແບ່ງປະເພດຫົວໜ່ວຍການປົກຄອງ ໂຄງປະກອບກົງຈັກການຈັດຕັ້ງຂອງອົງການປົກຄອງເມືອງ ເທດສະບານ ແລະ ນະຄອນ ການປະເມີນຜົນວຽກຂອງລັດຖະກອນ.

    ໂອກາດນີ້ ທ່ານ ສີຫຸນ ສິດທິລືໄຊ ຮຽກຮ້ອງມາຍັງບັນດາຄະນະພະແນກ ຈົ່ງສືບຕໍ່ຊີ້ນໍາ-ນໍາພາ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໂດຍສະເພາະໃຫ້ມີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ສູງຂຶ້ນກວ່າເກົ່າ ພ້ອມທັງເປັນເຈົ້າການຄົ້ນຄວ້າຈັດຕັ້ງຜັນຂະຫຍາຍມະຕິ 6 ຂອງອົງຄະນະພັກ ນວ ກໍານົດວຽກງານຄາດໝາຍຈຸດສຸມສູ້ຊົນຈັດຕັ້ງປະຕິບັດຂະບວນແຂ່ງຂັນພາຍໃນ ໂດຍສະເພາະຂະບວນແຂ່ງຂັນຮັກຊາດ ແລະ ພັດທະນ ຕິດພັນກັບວຽກງານ 3 ສ້າງ.        

error: Content is protected !!