ຈະເຕົ້າໂຮມເອົາສິນຄ້າພາຍໃນ ມາລວມຕົວຢູ່ສູນການຄ້າທາດຫຼວງພລາຊາ

    ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນໃຫ້ເປັນທີ່ຮູ້ຈັກຂອງຄົນພາຍໃນ ແລະ ຕ່າງປະເທດ ນັບມື້ຫຼາຍຂຶ້ນ ບໍລິສັດ ລາວເບັດສ໌ ຈຳກັດ ແລະ ສະມາຄົມທຸລະກິດແມ່ຍິງລາວຈຶ່ງມີແນວຄວາມຄິດຢາກເຕົ້າໂຮມເອົາສິນຄ້າພາຍໃນປະເພດເຄື່ອງບໍລິໂພກ-ອຸປະໂພກທີ່ປະຊາຊົນບັນດາເຜົ່າຜະລິດຢູ່ແຕ່ລະທ້ອງຖິ່ນມາລວມສູນຂາຍຢູ່ຊັ້ນ 2 ສູນການຄ້າທາດຫຼວງພລາຊາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປັດຈຸບັນກຳລັງຈັດຕັ້ງປະຕິບັດ ຄາດວ່າໂຄງການນີ້ຈະໃຫ້ສຳເລັດພາຍໃນທ້າຍປີ 2020.

    ທ່ານ ນາງ ລັດສະໝີ ເວດສະພົງ ປະທານບໍລິສັດ ລາວເບັດສ໌ ຈໍາກັດ ໃຫ້ສໍາພາດວັນທີ 25 ສິງຫາ 2020 ວ່າ: ປັດຈຸບັນບໍລິສັດ ລາວເບັດສ໌ ໄດ້ນຳເອົາສິນຄ້າຂອງຕົນ ແລະ ປະຊາຊົນມາວາງຈຳໜ່າຍຂາຍຢູ່ຊັ້ນ 2 ສູນການຄ້າທາດຫຼວງພລາຊາ ນອກນີ້ ຍັງມີສິນຄ້າໂອທັອບ ໂອດັອບຈາກປະເທດຈຳນວນໜຶ່ງມາວາງຂາຍປົນນຳ ປັດຈຸບັນ ກຳລັງກະກຽມສະຖານທີ່ເພື່ອຮອງຮັບສິນຄ້າຂອງລາວແຕ່ພາກເໜືອຮອດພາກໃຕ້ ທີ່ຫົວໜ່ວຍທຸລະກິດຂະໜາດນ້ອງ ຂະໜາດກາງ ແລະ ປະຊາຊົນຜະລິດເອງ ມາຈຳໜ່າຍຂາຍຕື່ມອີກໃນອະນາຄົດອັນໃກ້ນີ້ ໂຄງການນີ້ໄດ້ຮ່ວມກັບສະມາຄົມທຸລະກິດແມ່ຍິງລາວ ໂດຍການຈັດເຮັດເປັນເຂດຂາຍບໍ່ໃຫ້ປົນເປກັນລະຫວ່າງສິນຄ້າລາວ ແລະ ສິນຄ້າໄທ ການຈັດຕັ້ງໂຄງການນີ້ຂຶ້ນມາ ເພື່ອເປັນຈຸດແລກປ່ຽນບົດຮຽນນັບແຕ່ຂອດການຜະລິດ ຕະຫຼາດຈຳໜ່າຍ ການເຂົ້າຫາແຫຼ່ງທຶນ ແລະ ອື່ນໆ ໂດຍປະຊາຊົນ ແລະ ຫົວໜ່ວຍທຸລະກິດ ສາມາດມາຈ່ອງຂາຍສິນຄ້າຂອງຕົນເອງ ທີ່ລາຄາເຊົ່າສະຖານທີ່ຖືກສະເລ່ຍວັນລະ 10.000 ກວ່າກີບ ແຕ່ມີຄວາມສະດວກຫຼາຍຢ່າງ ບໍ່ວ່າຈະເປັນສະຖານທີ່ມີແອ ຄວາມປອດໄພ ນໍ້າປະປາ ໄຟຟ້າ ຫ້ອງນໍ້າ ບ່ອນຈອດລົດ ແລະ ອື່ນໆ ເຊິ່ງຄາດວ່າການກະກຽມໂຄງການນີ້ຈະໃຫ້ສຳເລັດທ້າຍປີ 2020.

    ໂຄງການນີ້ ເປັນໂຄງການຊ່ວຍເຫຼືອຫົວໜ່ວຍທຸລະກິດດ້ານການຂາຍ ການຜະລິດທີ່ມີຄຸນນະພາບ ແລະ ການເຂົ້າເຖິງແຫຼ່ງທຶນ ໂດຍສະເພາະການແກ້ໄຂຈຸດບົກຜ່ອງ ແລະ ຄວາມຫຍຸ້ງຍາກຂອງຫົວໜ່ວຍທຸລະກິດທີ່ກຳລັງປະເຊີນໜ້າໃນປັດຈຸບັນ ໂດຍສະມາຄົມທຸລະກິດແມ່ຍິງລາວຈະເປັນຜູ້ຊ່ວຍດ້ານບຸຄະລາກອນໃຫ້ຄວາມຮູ້ແກ່ຫົວໜ່ວຍທຸລະກິດ ແລະ ເປັນຜູ້ປະສານງານແລ່ນເອກະສານຕ່າງໆລະຫວ່າງພາກລັດ ແລະ ພາກທຸລະກິດ ສ່ວນບໍລິສັດ ລາວເບັດສ໌ຈະເປັນຜູ້ປະສານກັບບັນດາຫົວໜ່ວຍທຸລະກິດ ເຈົ້າຂອງຜະລິດຕະພັນ ນຳເອົາສິນຄ້າມາຂາຍຢູ່ສູນການຄ້າທາດຫຼວງພລາຊາ ໂດຍໂຄງການຈະຊອກຫາຈຸດແຂງ ຈຸດອ່ອນຂອງຫົວໜ່ວຍທຸລະກິດ ເພື່ອຈະໄດ້ຊອກຫາທາງອອກນຳກັນ ເນື່ອງຈາກປັດຈຸບັນ ພາກລັດມີນະໂຍບາຍຖືກຕ້ອງ ແຕ່ຜູ້ປະກອບການ ຜູ້ຜະລິດສິນຄ້າຍັງເຂົ້າບໍ່ເຖິງນະໂຍບາຍດັ່ງກ່າວ ເປັນຕົ້ນ ແຫຼ່ງທຶນດອກເບ້ຍຕໍ່າກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ຫຼາຍຫົວໜ່ວຍທຸລະກິດເຂົ້າບໍ່ເຖິງຍ້ອນມາດຖານຂອງເພີ່ນບໍ່ເໝາະສົມກັບເງື່ອນໄຂ ດັ່ງນັ້ນ ພວກເຮົາຈະໄດ້ມາແກ້ໄຂບັນຫານີ້ ເພື່ອເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງໄປໄດ້ດີຂຶ້ນໃນການມີທຶນມາສະໜັບສະໜູນ ມີຕະຫຼາດຈຳໜ່າຍ ແລະ ມີຜູ້ບໍລິໂພກສິນຄ້າຈະເຮັດໃຫ້ພວກເຮົາມີລາຍຮັບ ແລະ ມີວຽກເຮັດງານທຳ.​

error: Content is protected !!