5​ ​ປີ ຜ່ານມາ​ ເສດຖະກິດ​ ຫາດຊາຍຟອງຂະຫຍາຍຕົວຢ່າງຕໍ່ເນື່ອງ

    ສະຫາຍ​ ຄຳແກ່ງ ດວງພະຈັນ ຮອງ​ເລຂາ​ພັກ​ເມືອງ​ ຮອງເຈົ້າເມືອງຫາດຊາຍຟອງ ໄດ້ລາຍງານແຜນພັດທະນາເສດຖະກິດ-ສັງຄົມ​ 5​ ປີ​ ຕໍ່ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຫາດຊາຍຟອງ ຄັ້ງທີ VII​ ວ່າ: 5​ ປີຜ່ານມາ​ ຄະນະພັກ ຄະນະນຳການປົກຄອງເມືອງຫາດຊາຍຟອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ເຮັດໃຫ້ຈັງຫວະການຂະຫຍາຍຕົວດ້ານເສດຖະກິດມີລັກສະນະຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 4.243 ຕື້ກີບ ທຽບໃສ່ແຜນການ (3.537 ຕື້ກີບ)​ ລື່ນແຜນ​ 19.96% ເພີ່ມຂຶ້ນສະເລ່ຍແຕ່ລະປີບັນລຸໄດ້ 538 ຕື້ກີບຕໍ່ປີ ດ້ວຍອັດຕາການຂະຫຍາຍຕົວເພີ່ມຂື້ນສະເລ່ຍ 7,04% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນບັນລຸໄດ້ 41​ ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ​ 4.682 ໂດລາຕໍ່ຄົນຕໍ່ປີ.​

     ດ້ານໂຄງປະກອບເສດຖະກິດ ມີການປ່ຽນແປງໄປໃນທິດທາງທີ່ວ່ອງໄວ ໂຄງປະກອບເສດຖະກິດຕາມຂະແໜງການ​ ແລະ​ ການສ້າງມູນຄ່າເພີ່ມ ຂອງບັນດາຂະແໜງການໄດ້ມີການເໜັງຕິງໃນລະດັບດີ ແລະ​ ໄປຕາມທິດທີ່ກຳນົດໄວ້ເຊັ່ນ: ກະສິກຳ ປ່າໄມ້​ ແລະ ການປະມົງປະຕິບັດໄດ້ 27,23% ຂອງ GDP ທຽບໃສ່ແຜນການ (34%)​ ຫຼຸດລົງ​ 6,77% ອຸດສາຫະກຳ​ ປະຕິບັດ​ໄດ້​34,50% ຂອງ GDP ທຽບໃສ່ແຜນການ (33%) ເພີ່ມຂຶ້ນ​1,5% ການບໍລິການປະຕິບັດໄດ້ 38,27% ຂອງGDP (33%)​ ເພີ່ມຂຶ້ນ​ 5,​27%.​

    ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດລົບລ້າງຄວາມທຸກຍາກພັດທະນາເຂດຈຸດສຸມ ສາມາດປະກາດບ້ານພັດທະນາໄດ້ 33​ ບ້ານ​ ສຳເລັດການສຳຫຼວດບ້ານພັດທະນາ ແລະ​ພົ້ນທຸກຂອງເມືອງ ທັງໝົດ​ 60​ ບ້ານ​ແລະ​ປ້ອນຂໍ້ມູນເຂົ້າໂປຣແກຣມມາດຖານພົ້ນທຸກ ແລະ​ ມາດຖານພັດທະນາ 58 ບ້ານ ຍັງເຫຼືອ​ 2 ບ້ານທີ່ບໍ່ທັນສຳເລັດຄື ບ້ານຫົວຫ້າ ແລະ​ ບ້ານໂພສີ.​

error: Content is protected !!