ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກ 2019-2020 ຈັດຂຶ້ນໃນວັນທີ 27-28 ສິງຫາ 2020 ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດ ເປັນປະທານຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີຄະນະກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ບັນດາຮອງລັດຖະມົນຕີ ອະດີດການນຳກະຊວງ ອະທິການບໍດີ-ຮອງອະທິການບໍດີ ຫົວໜ້າພະແນກ-ຮອງພະແນກສຶກສາທິການ ແລະ ກິລາ ທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປີດຂຶ້ນໃນທ່າມກາງທີ່ບັນຍາກາດທົ່ວພັກ ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມອອກແຮງແຂ່ງຂັນເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະແມ່ນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຢ່າງເປັນຂະບວນຟົດຟື້ນ ແລະ ເລິກເຊິ່ງ ສະນັ້ນ ເພື່ອເປັນການຕີລາຄາຄວາມຄືບໜ້າ ການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ ປະຈຳສົກຮຽນ 2018-2019 ແລະ ພ້ອມກັນກຳນົດທິດທາງແຜນການ ສົກຮຽນ 2020-2021 ໃນກອງປະຊຸມຈະໄດ້ປຶກສາຫາລື ແລະ ເອກະພາບກັນຫຼາຍບັນຫາ ໂດຍສະເພາະຈະໄດ້ສຸມໃສ່ບັນດາບົດລາຍງານຈາກຂະແໜງການສຶກສາ ທີ່ໄດ້ຂຶ້ນຜ່ານຕໍ່ກອງປະຊຸມຄັ້ງນີ້ ແລະ ໄດ້ກຳນົດທິດທາງຕໍ່ໜ້າຂອງຂະແໜງການສຶກສາຢ່າງມີຈຸດສຸມ.