ກອງປະຊຸມໃຫຍ່​ຄັ້ງທີ​ VII​ ຜູ້ແທນອົງ​ຄະນະພັກ​ເມືອງ​ ຫາດຊາຍຟອງໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ​ 27​ ສິງຫາ​ 2020​ ໂດຍເປັນປະທານຂອງສະຫາຍ ບຸນເພັງ ສີນະວົງພອນ ວ່າການເລຂາຄະນະພັກເມືອງ ເຈົ້າເມືອງຫາດຊາຍຟອງ ໂດຍມີທ່ານ​ ອານຸພາບ ຕຸລາລົມ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງ ພ້ອມຜູ້ແທນສົມບູນ ພະນັກງານອາວຸໂສບຳນານ ແລະ​ ແຂກຖືກເຊີນເຂົ້າຮ່ວມ.​

    ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ 2​ ພາກ​ ຕໍ່ກອງປະຊຸມໃຫຍ່ ຜ່ານຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ 5​ ປີ​ ແລະ​ແຜນການ​ 5​ ປີຕໍ່ໜ້າ 2020​-2025 ປະກອບຄຳຄິດເຫັນໃນຫົວຂໍ້ນຳພາພັກ ຕ້ານ ແລະ​ ສະກັດກັ້ນປາກົດການຫຍໍ້ທໍ້​ ການຍົກສູງບົດບາດການນຳພາຂອງພັກ ໃນການສ້າງໜ່ວຍພັກປອດໃສ​ ເຂັ້ມແຂງ ໜັກແໜ້ນຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກສະໄໝທີ  VI​ ນອກນັ້ນກອງປະຊຸມຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດທີ VII​ ແລະ​ ເລືອກເອົາຜູ້ແທນສົມບູນ ສຳຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຫຼວງວຽງຈັນ.​

    ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍຮອງເລຂາຄະນະພັກ ນວ​ ຕື່ມອີກ.

error: Content is protected !!