
ອົງການກາແດງລາວ ຈັດກອງປະຊຸມພົບປະແລກປ່ຽນກ່ຽວກັບວຽກງານກາແດງ ແລະ ກົດໝາຍວ່າດ້ວຍວຽກງານກາແດງລາວ ຮ່ວມກັບສື່ມວນຊົນ ຂຶ້ນໃນວັນທີ 26 ສິງຫາ 2020 ທີ່ໂຮງແຮມເສດຖາປາລາສ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງກາແດງລາວ ແລະ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ບັນດາຫົວໜ້າບັນນາທິການ ນັກຂ່າວຈາກສື່ຕ່າງໆເຂົ້າຮ່ວມ.

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ຄົບຮອບ 70 ປີ (13/08/1950-13/08/2020) ຢ່າງຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຢ່າງໜັກແໜ້ນ ເປັນການພົບປະແລກປ່ຽນວຽກງານກາແດງລາວ ແລະ ກົດໝາຍກາແດງ ວ່າດ້ວຍວຽກງານກາແດງກັບສື່ມວນຊົນ ທັງເປັນການຂອບໃຈສື່ມວນຊົນລາວ ທີ່ເຮັດວຽກປະກອບສ່ວນຢ່າງຕັ້ງໜ້າ ໃນການລາຍງານຂໍ້ມູນ-ຂ່າວສານ ປຸກລະດົມສັງຄົມ ຊັ້ນຄົນຕ່າງໆໃນການບໍລິຈາກ ຊ່ວຍເຫຼືອ ແລະ ການປະກອບສ່ວນເຫື່ອແຮງ ແລະ ຈິດໃຈໃນຂອບເຂດທົ່ວປະເທດ.
