ມອບຄວາມບັນເທິງຍິ່ງຂຶ້ນເທິງຊຳຊຸງສະມາດທີວີ (SAMSUNG Smart TV) ດ້ວຍ Apple Music ທີ່ມີເພງໃຫ້ເລືອກກວ່າ 60 ລ້ານເພງ ແບບບໍ່ມີໂຄສະນາກັບລຽງລຳດັບນັບພັນ ທີ່ໄດ້ຮັບການຄັດສັນມາເປັນຢ່າງດີ ພ້ອມ Music Video Live Radio ແລະ ຄວາມບັນເທີງອື່ນໆອີກຫຼວງຫຼາຍ.
ຊຳຊຸງ ປະກາດເປັນຍີ່ຫໍ້ໂທລະພາບລາຍທຳອິດທີ່ມອບບໍລິການ Apple Music ໃຫ້ຜູ້ບໍລິໂພກຫຼາຍກວ່າ 100 ປະເທດ ສາມາດເຂົ້າເຖິງບໍລິການ Apple Music ໄດ້ທັນທີເທິງຊຳຊຸງສະມາດທີວີ.
ເມື່ອທຸກຄົນທົ່ວໂລກຕ້ອງໃຊ້ເວລາຢູ່ໃນເຮືອນຫຼາຍຂຶ້ນ ຊຳຊຸງຈຶ່ງໄດ້ຊ່ວຍເພີ່ມຕົວເລືອກດ້ານຄວາມບັນເທີງ ແລະ ສຸຂະພາບທີ່ດີກວ່າເທິງພື້ນທີ່ຂອງສະມາທີວີໃຫ້ແກ່ຜູ້ບໍລິໂພກ ໂດຍສະມາຊິກ Apple Music ສາມາດຮັບຊົມເນື້ອຫາຄວາມບັນເທີງຢູ່ໃນລາຍການໂທລະພາບຮຸ່ນປີ 2018 ໄປຈົນເຖິງປີ 2020 ພ້ອມເລືອກນາມສະກຸນເພງກວ່າ 60 ລ້ານລາຍການແບບບໍ່ມີໂຄສະນາ ຫຼື ເລືອກຮັບຊົມ Music Video ແລະ ຟັງເພງຈາກບັນຊີຫຼິ້ນນັບພັນລາຍການທີ່ຜ່ານການຄັດເລືອກມາ.
ສະມາຊິກ Apple Music ຍັງໄດ້ຮັບ Daily Recommendations ແລະ ຮັບຟັງເນື້ອຫາຈາກສຸດຍອດສະຖານີດົນຕີຊ່ອງ Beats 1 ພ້ອມການສະແດງສຸດພິເສດຈາກສິລະປິນລະດັບໂລກຢ່າງ Frank Ocean Nicki Minaj The Weeknd DJ Khaled Elton John ຍິ່ງໄປກວ່ານັ້ນ ຍັງສາມາດຮັບຟັງຂໍ້ຄວາມພິເສດ “At Home With Apple Music” ຊຶ່ງປະກອບດ້ວຍບັນຊີຫຼິ້ນໃໝ່ຈາກບັນນາທິການ ການເຂົ້າຮ່ວມສົນທະນາແບບກຸ່ມກັບສິລະປິນຈາກເຮືອນຜ່ານ FaceTime ຟັງບົດສຳພາດ ລາຍຊື່ຈາກສິລະປິນ ແລະ ເນື້ອຫາອື່ນໆ ເພື່ອສັງສັນເຊື່ອມຄວາມສຳພັນຜ່ານຊຸມຊົນອອນລາຍ ໃນໄລຍະການເວັ້ນໄລຍະຫ່າງທາງສັງຄົມ (Social Distancing).
“ເປົ້າໝາຍຂອງເຮົາຄື ການມອບປະສົບການຄວາມບັນເທີງທີ່ດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ ແລະ ໃນເວລານີ້ທີ່ທຸກຄົນໃຊ້ເວລາຢູ່ກັບເຮືອນຫຼາຍຂຶ້ນ ເຮົາໄດ້ເພີ່ມຄວາມມຸ່ງໝັ້ນຫຼາຍຍິ່ງຂຶ້ນຕາມໄປດ້ວຍ” ທ່ານ ຊາເລກ ບຣອດສະກີ້ ຮອງປະທານທີ່ປຶກສາດ້ານກົນລະຍຸດພັນທະມິດທຸລະກິດ ແລະ ການພັດທະນາທຸລະກິດ ບໍລິສັດ ຊຳຊຸງເອເລັກໂຕຣນິກ ກ່າວ “ເມື່ອປີທີ່ຜ່ານມາ ເຮົາເປັນຜູ້ຜະລິດໂທລະພາບລາຍທຳອິດ ທີ່ລິເລີ່ມການມອບບໍລິການ Apple TV ແລະ ໃນວັນນີ້ເຮົາກໍເປັນຜູ້ລິເລີ່ມການໃຫ້ບໍລິການ Apple Music ແກ່ຜູ້ບໍລິໂພກ ແລະ ການຮ່ວມມືກັບ Apple ໃນຄັ້ງນີ້ ຈະຊ່ວຍມອບຕົວເລືອກຄວາມບັນເທິງທີ່ບໍ່ມີໃຜທຽບໄດ້ແກ່ຜູ້ບໍລິໂພກ ໂດຍສະເພາະຢ່າງຍິ່ງ ໃນເວລານີ້ ທີ່ທຸກຄົນຕ້ອງການຕົວເລືອກຄວາມບັນເທີງເທິງສະມາດທີວີຫຼາຍຍິ່ງກວ່າເດີມ”.
ທ່ານສາມາດດາວໂຫຼດ Apple Music ລົງເທິງສະມາດທີວີຊຳຊຸງຜ່ານ App Store ໂດຍລົງຊື່ເຂົ້າໃຊ້ບັນຊີທີ່ມີຢູ່ດ້ວຍ Apple ID ຫຼື ສະໝັກສະມາຊິກຜ່ານທາງໂທລະພາບ ນອກຈາກນີ້ ຍັງສາມາດທົດລອງໃຊ້ບໍລິການ Apple Music ໂດຍບໍ່ເສຍຄ່າ 3 ເດືອນ ແບບສ່ວນບຸກຄົນ ແບບຄອບຄົວ ຫຼືແບບນັກສຶກສາ.
ນອກຈາກສະມາຊິກຈະສາມາດເຂົ້າເຖິງ ຄັງເພງມະຫາສານຂອງ Apple Music ແລ້ວ ຍັງສາມາດຮັບຊົມເນື້ອຫາປະເພດອື່ນໆ ທີ່ກຳລັງໄດ້ຮັບຄວາມນິຍົມ ແລະ ຄວາມບັນເທີງສຸດປະທັບໃຈເທິງຊຳຊຸງ ສະມາດທີວີໄດ້ອີກດ້ວຍ ໂດຍຄົ້ນຫາຂໍ້ມູນສະມາດທີວີຂອງຊຳຊຸງເພີ່ມເຕີມໄດ້ທີ່: www.samsung.com/tvs/.