ເຊີນຊວນເຂົ້າຮ່ວມບໍລິຈາກເລືອດແບບເປີດກວ້າງ ເພື່ອຄຳນັບຊົມເຊີຍວັນຢຶດອຳນາດ 23 ສິງຫາ ຄົບຮອບ 45 ປີ (23/08/1975-23/08/2020) ພາຍໃຕ້ຫົວຂໍ້ “45 ປີ 23 ສິງຫາ ມີໄຊ ຮ່ວມໃຈບໍລິຈາກເລືອດຊ່ວຍຊີວິດ” ທີ່ສະໂມສອນ ຊັ້ນ 4 ອາຄານສຳນັກງານຫ້ອງວ່າການນະຄອນຫຼວງວຽງຈັນ 28 ສິງຫາ 2020.

ອີງຕາມມະຕິກອງປະຊຸມ ປຶກສາຫາລືຮ່ວມກັບພາກສ່ວນຕ່າງໆຢູ່ນະຄອນຫຼວງວຽງຈັນ ກ່ຽວກັບການປັບແຜນຮັບບໍລິຈາກເລືອດ ແລະ ການຈັດກິດຈະກຳບໍລິຈາກເລືອດແບບເປີດກວ້າງຂອງນະຄອນຫຼວງວຽງຈັນ ຄັ້ງວັນທີ 11 ສິງຫາ 2020 ທີ່ສູນເລືອດແຫ່ງຊາດ ອີງໃສ່ທິດຊີ້ນຳຂອງຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຮັບຜິດຊອບຂົງເຂດວຽກງານການປົກຄອງ ຍຸຕິທຳ ວັດທະນະທຳ-ສັງຄົມ ແລະ ການຕ່າງປະເທດ ກ່ຽວກັບການປະກອບສ່ວນບໍລິຈາກເລືອດ ອີງໃສ່ຄວາມຈຳເປັນການນຳໃຊ້ເລືອດເຂົ້າໃນການປິ່ນປົວຄົນເຈັບ ໂດຍສະເພາະແມ່ນ ໃນໄລຍະທີ່ມີລະບາດຂອງພະຍາດໂຄວິດ-19 ແລະ ພະຍາດໄຂ້ເລືອດອອກ.
ສູນເລືອດແຫ່ງຊາດ ອົງການກາແດງລາວ ໃນນາມກອງເລຂາຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໃນວັນທີ 28 ສິງຫາ 2020 ຢູ່ສຳນັກງານຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ຫ້ອງປະຊຸມໃຫຍ່ ຊັ້ນ 4) ຈະໄດ້ຈັດກິດຈະກຳຮັບບໍລິຈາກເລືອດແບບເປີດກວ້າງຂື້ນ ເຊິ່ງຈະເລິ່ມແຕ່ເວລາ 08:30 ຫາ 15:30 ໂມງ (ເປັນເວລາ 1 ວັນ) ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ເຂົ້າຮ່ວມບໍລິຈາກເລືອດໃນຄັ້ງນີ້ດ້ວຍ.