ປິ່ງປ່ອງ ດາລາວອນ ຢຸດການເຝິກຊ້ອມຊົ່ວຄາວ ປ້ອງກັນໂຄວິດ-19

    ທ່ານ​ນາງ ດາ­ລາ​ວອນ ມະ­ນີ​ຈັນ ອະ­ດີດ​ນັກ­ກີ­ລາ​ປິ່ງ​ປ່ອງ​ທີມ​ຊາດ​ລາວ ທັງ​ເປັນ​ປະ­ທານ​ສະ​ໂມ ສອນ​ປິ່ງ​ປ່ອງ ດາ­ລາ​ວອນ ແຈ້ງ​ໃຫ້​ຊາບ​ວ່າ: ເພື່ອ​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ລັດ­ຖະ­ບານ ກໍ​ຄື ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ແຈ້ງ​ໃຫ້​ບັນ­ດາ​ໂຮງ­ຮຽນ ທຸກ​ພາກ­ສ່ວນ​ໃນ​ຂະ­ແໜງ​ສຶກ​ສາ ແລະ ບັນ­ດາ​ສະ­ໂມ­ສອນ​ຕ່າງໆ ໃຫ້​ຢຸດ​ເປັນ​ການ​ຊົ່ວ­ຄາວ​ນັບ​ແຕ່​ນີ້ ເປັນ­ຕົ້ນ​ໄປ ທາງ​ສະ­ໂມ­ສອນ ຈຶ່ງ​ໄດ້​ປະ­ກາດ​ໃຫ້​ນັກ­ກີ­ລາ​ພາຍ​ໃນ​ສະ­ໂມ­ສອນ​ໄດ້​ຮັບ​ຊາບ​ຢ່າງ​ທົ່ວ​ເຖິງ ເພື່ອ​ຢຸດ​ການ​ເຝິກ­ຊ້ອມ​ໃຫ້​ແກ່​ນັກ­ກີ­ລາ​ເຍົາ­ວະ​ຊົນ ແລະ ໄວ​ໜຸ່ມ ຊົ່ວ­ຄາວ ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ນັກ­ກີ­ລາ​ຕິດ­ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ຢ່າງ​ໜັກ​ໃນ​ທົ່ວ​ໂລກ ຫຼັງ​ຈາກ​ພະ­ຍາດ​ດັ່ງ­ກ່າວ ຢຸດ​ການ​ແຜ່​ລະ­ບາດ​ເປັນ​ທີ່​ຮຽບ​ຮ້ອຍ ທາງ​ສະ­ໂມ­ສອນ ດາ­ລາ​ວອນ ຈຶ່ງ​ຈະ​ກັບ​ມາ​ເປີດ​ສອນ​ເຝິກ­ຊ້ອມ​ຢ່າງ​ເປັນ​ທາງ​ປົກ­ກະ­ຕິ.

    ທ່ານ ນາງ ດາ­ລາ​ວອນ ມະ­ນີ​ຈັນ ບອກ​ຕື່ມ​ອີ​ກວ່າ: ສຸດ​ເສຍ­ດາຍ​ທີ່​ສຸດ ສູນ​ຂອງ​ພວກ​ເຮົາ​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ ນິ­ຍົມ​ຊົມ​ຊອບ​ຈາກ​ມວນ​ຊົນ​ເປັນ​ຢ່າງ​ຫຼວງ­ຫຼາຍ ແລະ ມີ​ທ່າ​ອ່ຽງ​ດີ​ຂຶ້ນ​ເລື້ອຍໆ ໂດຍ​ໄດ້​ມີ​ການ​ວາງ​ແຜນ​ກະ­ກຽມ​ຈະ​ຈັດ­ການ​ແຂ່ງ­ຂັນ ແລະ ຈັດ​ກິດ­ຈະ­ກຳ​ຫຼາຍ​ຢ່າງ ໃນ​ລະ­ຫວ່າງ​ເດືອນ​ມີ­ນາ ຫາ ເດືອນ​ທັນ­ວາ 2020 ແຕ່​ມາ​ພົບ​ກັບ​ບັນ­ຫາ​ພະ­ຍາດ​ໂຄ​ວິດ-19 ແຜ່​ລະ­ບາດ ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຈຳ­ເປັນ​ຢຸດ​ກິດ­ຈະ­ກຳ​ທຸກ​ຢ່າງ​ແບບ​ບໍ່​ມີ​ກຳ­ນົດ ໄດ້​ສ້າງ​ຜົນ​ເສຍ​ຫາຍ​ຫຼາຍ​ພໍ​ສົມ­ຄວນ ສະ­ເລ່ຍ​ໃນ​ຕອນ​ນີ້​ປະ­ມານ 40-50% ແຕ່​ຖ້າ​ແກ່­ຍາວ​ໄປ​ຮອດ​ເດືອນ​ພຶດ­ສະ­ພາ ຫຼື ເດືອນ​ມິ­ຖຸ­ນາ ຍັງ​ບໍ່​ສາ­ມາດ​ເປີດ​ບໍ­ລິ­ການ​ເຝິກ­ຊ້ອມ​ຢ່າງ​ເປັນ​ປົກ­ກະ­ຕິ ຈະ​ສ້າງ​ຜົນ​ເສຍ​ຫາຍ​ເພີ່ມ​ຂຶ້ນ​ຫຼາຍ​ຢ່າງ​ແນ່­ນອນ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ສິ່ງ​ທີ່​ເຮັດ​ໄດ້ ກໍ​ພະ­ຍາ­ຍາມ​ບອກ­ສອນ ແລະ ແນະ­ນຳ​ສະ­ມາ­ຊິກ​ຂອງ​ສະ­ໂມ­ສອນ ຈຳ­ນວນ 30-40 ຄົນ ເຖິງ​ວ່າ​ຈະ​ບໍ່​ໄດ້​ເຝິກ­ຊ້ອມ​ກັບ​ສະ­ໂມ­ສອນ​ພວກ​ເຮົາ ຢູ່​ທາງ​ບ້ານ​ກໍ​ຕ້ອງ​ເຝິກ​ທັກ​ສະ ແລະ ເທັກ​ນິກ​ຕ່າງໆ ເພື່ອ​ເສີມ​ສ້າງ ແລະ ຮັກ­ສາ​ສະ­ມັດ­ຖະ­ພາບ​ຂອງ​ຮ່າງ­ກາຍ​ໄວ້​ຄົງ​ເດີມ​ຄື­ເກົ່າ ແລະ ບັນ­ຫາ​ໃດ​ທີ່​ຍັງ​ບໍ່​ເຂົ້າ­ໃຈ​ກໍ​ສາ­ມາດ​ໂທ​ມາ​ສອບ​ຖາມ​ພົວ­ພັນ​ໄດ້.

    ປັດ­ຈຸ­ບັນ​ສະ­ໂມ­ສອນ ປິ່ງ​ປ່ອງ ດາ­ລາ​ວອນ ເປີດ​ສອນ​ຢູ່​ທີ່​ສູນ​ການ​ຄ້າ ລາວ-ໄອ​ເຕັກ (ຊັ້ນ 4) ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄູ​ເຝິກ​ສອນ 4 ທ່ານ ແລະ ນັກ­ກີ­ລາ​ປະ­ມານ 30-40 ຄົນ ຊ້ອມ​ທຸກໆ​ວັນ ເລີ່ມ​ແຕ່​ເວ­ລາ 10:00-20:00 ໂມງ ເປັນ­ຕົ້ນ​ໄປ.

error: Content is protected !!