ນະຄອນຫຼວງ ຮັບເຂົ້າສອບເສັງລັດຖະກອນໃໝ່ປະຈຳປີ 2020

    ພາຍຫຼັງທີ່ລັດຖະບານໄດ້ແບ່ງປັນໂກຕາລັດຖະກອນປະຈໍາປີ 2020 ໃຫ້ບັນດາສໍານັກງານ ອົງການຂອງລັດ ນັບແຕ່ສູນກາງລົງຮອດທ້ອງຖິ່ນທຸກຂົງເຂດ ແລະ ຜ່ານມາກໍມີຫຼາຍສຳນັກງານອົງການກໍໄດ້ລົງປະກາດຮັບເຂົ້າສອບເສັງລັດຖະບກອນໃໝ່ປະຈຳປີ 2020 ເປັນທີ່ຮຽບຮ້ອຍ ແລະ ຫຼ້າສຸດ ວັນທີ 23 ມີນາ 2020 ພະແນກພາຍໃນນະຄອນຫຼວງວຽງຈັນ (ນວ) ກໍໄດ້ປະກາດຮັບສະໝັກເຂົ້າສອບເສັງລັດຖະກອນ   ໃໝ່ປະຈຳປີ 2020 ສະບັບເລກທີ 0443/ພນ.ນວ ເລີ່ມເປີດຈຳໜ່າຍແບບຟອມສອບເສັງວັນທີ 24 ມີນາ 2020 ເວລາ 9-15:00 ໂມງ ເປີດຮັບຄໍາຮ້ອງຮັບສະໝັກສອບເສັງວັນທີ 25-26 ມີນາ 2020 ຮັບຄໍາຮ້ອງສອບເສັງວັນທີ 27 ມີນາ 2020 ແລະ ສອບເສັງວັນທີ 28 ມີນາ 2020 ທີ່ຫ້ອງວ່າການ ນວ ຊັ້ນ 4.

    ສໍາລັບພາກສ່ວນທີ່ຈະບັນຈຸ ແລະ ວິຊາສະເພາະທີ່ຕ້ອງການດັ່ງນີ້: ຫ້ອງວ່າການ ນວ ວິຊາໄຟຟ້າເອເລັກໂຕຣນິກ ຫຼື ວິຊາບໍລິຫານການເງິນ  ຄະນະໂຄສະນາອົບຮົມ ນວ ວິຊາຄູການເມືອງ ແລະ ວິຊາໂຄສະນາສື່ສານມວນຊົນ  ໂຮງຮຽນການເມືອງ ແລະ ການປົກຄອງ ນວ ວິຊາກໍ່ສ້າງພັກ ວິຊາການ ເມືອງ ແລະ ບໍລິຫານລັດຖະກິດ ຫຼື ວິຊາການເມືອງ ແລະ ການປົກຄອງ  ພະແນກການຕ່າງປະເທດ ນວ ວິຊາພາສາຝຣັ່ງ ຫ້ອງວ່າການເມືອງຈັນທະບູລີ ວິຊາບໍລິຫານການເງິນ ຫຼື ວິຊາການເງິນ-ການທະນາຄານ ຫ້ອງວ່າການເມືອງສີໂຄດຕະບອງ ວິຊາເສດຖະສາດການເມືອງ ວິຊາກົດໝາຍປົກຄອງ ຫຼື ວິຊາຈັດສັນພື້ນທີ່ເພື່ອການພັດທະນາ ຫ້ອງວ່າການເມືອງສີສັດຕະນາກ ວິສະວະກຳຄອມພິວເຕີ (ໄອທີ) ຫ້ອງການສະຫະພັນນັກຮົບເກົ່າເມືອງໄຊເສດຖາ ວິຊາວິສະວະກຳຄອມພິວເຕີ (ໄອທີ) ຫ້ອງວ່າການເມືອງຫາດຊາຍຟອງ ວິຊາບັນຊີ-ການເງິນ ຫ້ອງວ່າການເມືອງໄຊທານີ ວິຊາກົດໝາຍປົກຄອງ ວິຊາເຄຫາຜັງເມືອງ ຫຼື ວິຊາພັດທະນາຊົນນະບົດ ຄະນະຊາວໜຸ່ມເມືອງຫາດຊາຍຟອງ ວິຊາບໍລິຫານທຸລະກິດ ແລະ ບັນຊີການເງິນ ຫຼື ວິຊາກົດໝາຍເສດຖະກິດ ແລະ ຫ້ອງການຄະນະກວດກາພັກ-ລັດ ເມືອງສັງທອງ ວິຊາຄົ້ນຄວ້າປຸງແຕ່ງແຮ່ ຫຼື ວິຊາບັນຊີ-ການເງິນ.     ສ່ວນມາດຖານເງື່ອນໄຂຂອງຜູ້ສະໝັກ ເປັນຄົນສັນຊາດລາວໂດຍກໍາເນີດ ຫຼື ຜູ້ທີ່ໄດ້ຮັບສັນຊາດລາວແຕ່ 3 ປີຂຶ້ນໄປ ມີອາຍຸ 18 ປີຂຶ້ນໄປ ແຕ່ບໍ່ເກີນ 35 ປີ ມີປະຫວັດການເຄື່ອນໄຫວຈະແຈ້ງ ມີວຸດທິການສຶກສາດ້ານວິຊາສະເພາະລະດັບຊັ້ນສູງຂຶ້ນໄປຕາມຕຳແໜ່ງງານທີ່ຕ້ອງການ ມີສຸຂະພາບແຂງແຮງດີ ມີບ່ອນພັກເຊົາ ແລະ ພາຫະນະໄປມາເປັນຂອງຕົນເອງ.

ຂ່າວ: ສົມສະຫວັນ

error: Content is protected !!