
ທ່ານ ພັນທະວິໄລ ນວນຮຸ່ນ ຮອງຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ ທັງເປັນປະທານສະໂມສອນ ລາວ-ທ໊ອບ ໃຫ້ສຳພາດໃນວັນທີ 20 ມີນາ 2020 ທີ່ວິທະຍາໄລ ລາວ-ທ໊ອບ ວ່າ: ປີ 2020 ພວກເຮົາໄດ້ເລີ່ມພັດທະນາກິດຈະກຳຂອງ ວິທະຍາໄລ ລາວ-ທ໊ອບ ຈາກການແຂ່ງຂັນເຕະບານພາຍໃນ ມາແຕ່ເດືອນກຸມພາ ຈົນມາຮອດເດືອນມີນາ ກໍສາມາດສຳເລັດເມື່ອບໍ່ດົນມານີ້ ທັງນີ້ ກໍເພື່ອກະກຽມທີມເຂົ້າຮ່ວມການແຂ່ງຂັນເຕະບານ ຄອມມານໂດ ລາວລີກ 2 (ສາຍ ກ) ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2020 ແລະ ກິດຈະກຳດັ່ງກ່າວ ກໍເປັນອີກໜຶ່ງທີ່ ເນັ້ນສົ່ງເສີມໃຫ້ນ້ອງນັກຮຽນ-ນັກສຶກສາໄດ້ມີຄວາມສາມັກຄີຮັກແພງ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະເປົ້າໝາຍແມ່ນເປັນການຄັດເລືອກນັກກີລາດີເດັ່ນ ກຽມເຂົ້າຮ່ວມ ລາວລີກ 2 ຜົນສຳເລັດດັ່ງກ່າວ ພວກເຮົາສາມາດຄັດເລືອກຄະນະທີມ ແລະ ນັກກີລາໄດ້ຄົບຕາມຈຳນວນແລ້ວ ແລະ ກຽມຊອກຫາຜູ້ສະໜັບສະໜູນ ລວມທັງກຽມສ້າງທີມເຊຍ ເພື່ອໄປສ້າງສີສັນໃນລາວລີກ 2 ປີນີ້ ໃຫ້ມີຂະບວນການຟົດຟື້ນ ແລະ ອີກຢ່າງກໍຈະເປັນກຳລັງໃຈທີ່ສຳຄັນເພື່ອເຊຍໃຫ້ນັກກີລາມີກຳລັງໃຈສູ້ເພື່ອເປົ້າໝາຍ ທີ່ວິທະຍາໄລລາວ-ທ໊ອບ ຫວັງຈະສ້າງຜົນງານໃຫ້ຕິດ 1 ໃນ 4 ລາຍການນີ້ອີກດ້ວຍ.
ສໍລັບຜົນງານຂອງວິທະຍາໄລ ລາວ-ທ໊ອບ ທີ່ຜ່ານມາ ນັບແຕ່ປີ 2012 ໄດ້ເຂົ້າຮ່ວມແຂ່ງຂັນລະດັບລີກ ໂດຍສະເພາະ ລາຍການ ມະຫາວິທະຍາໄລ ລີກ ຫຼື ຢູດລີກ ກໍສາມາດຄວ້າອັນດັບທີ 4 ມາຄອງ ແລະ ປີ 2013 ກໍຍັງສ້າງຜົນງານຢູ່ອັນດັບທີ 6 ລາຍການ ເຕະບານສາຍ ກ (ລາວລີກ 2 ປັດຈຸບັນ) ແລະ ລາຍການອື່ນໆອີກ.