ປະໂຫຍດ ແລະ ສັບພະຄຸນທາງຢາ ຈາກ ເຫັດເຂັມ

ເຫັດ​ເຂັມ​ເຮັດ​ຫຍັງ​ກິນ​ກໍ​ແຊບ ບໍ່​ວ່າ​ຈະ​ເອົາ​ມາ​ຕົ້ມ ຂົ້ວ ແກງ ຈືນ ຍຳ ໜຶ້ງ ເອົາ​ໃສ່​ລົງ​ໄປ​ໃນ​ອາ­ຫານ​ປະ­ເພດ​ໃດ​ກໍ​ແຊບ​ໄປ​ໝົດ ແລ້ວ​ທີ່​ສຳ­ຄັນ ເຫັດ​ເຂັມ​ບໍ່​ພຽງ​ແຕ່​ແຊບ​ຢ່າງ​ດຽວ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ປະ­ໂຫຍດ​ອີກ​ຫຼາຍ​ຢ່າງ​ທີ່​ອ່ານ​ແລ້ວ​ທ່ານ ຕ້ອງ​ຢາກ​ອອກ​ໄປ​ຊື້​ມາ​ກິນ​ທັນ­ທີ ຈະ​ມີ​ຫຍັງ​ແດ່​ມາ​ເບິ່ງ​ນຳ​ກັນ.

1. ຊ່ວຍ​ດັກ​ຈັບ​ໄຂ­ມັນ​ສ່ວນ​ເກີນ​ໃນ​ເລືອດ ຈຶ່ງ​ຊ່ວຍ​ຫຼຸດ​ນ້ຳ­ໜັກ​ໄດ້ ແລະ ຍັງ​ປ້ອງ​ກັນ​ໂຣກ​ອ້ວນ​ໄດ້​ອີກ​ດ້ວຍ.

2. ເຮັດ​ໃຫ້​ລະ­ບົບ​ຂັບ​ຖ່າຍ​ດີ​ຂຶ້ນ.

3. ບຳ­ລຸງ​ຜິວ​ພັນ​ໃຫ້​ມີ​ນ້ຳ​ມີ​ນວນ​ຂຶ້ນ.

4. ຊ່ວຍ​ຫຼຸດ​ຄໍ​ເລ​ສ​ເຕີ​ຣອນ​ໃນ​ຮ່າງ­ກາຍ ປິ່ນ­ປົວ​ໂຣກ​ຕັບ ກະ­ເພາະ​ອາ­ຫານ ແລະ ລຳ​ໄສ້​ຊຳ​ເຮື້ອ.

6. ມີ​ສານ​ເຟຣມ​ມູ​ລິນ (Flammulin) ທີ່​ສາ­ມາດ​ຍັບ​ຢັ້ງ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ເຊວ​ມະ​ເຮັງ.

7. ເສີມ​ສ້າງ​ລະ­ບົບ​ພູມ​ຕ້ານ­ທານ​ໂຣກ​ໃຫ້​ກັບ​ຮ່າງ­ກາຍ.

8. ຊ່ວຍ​ຄວບ​ຄຸມ​ລະ­ດັບ​ນ້ຳ­ຕານ​ໃນ​ເລືອດ​ໄດ້ ຈຶ່ງ​ເໝາະ​ກັບ​ຜູ້​ທີ່​ເປັນ​ໂຣກ​ເບົາ­ຫວານ.

9. ບຳ­ລຸງ​ສະ­ໝອງ ເສີມ​ສ້າງ​ຄວາມ​ຈຳ​ໃຫ້​ດີ​ຂຶ້ນ.

10. ກະ​ຕຸ້ນ​ການ​ເຮັດ​ວຽກ​ຂອງ​ລະ­ບົບ​ເຜົາ​ໄໝ້​ຮ່າງ­ກາຍ ຊ່ວຍ​ໃຫ້​ຮ່າງ­ກາຍ​ດູດ​ສານ​ອາ­ຫານ​ໄດ້​ດີ​ຂຶ້ນ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!