ຜົນເສຍຂອງການເປີດແອປັບອາກາດ ໃນເວລານອນ

ການ​ເປີດ​ແອ​ປັບ​ອາ­ກາດ ຈະ​ເຮັດ​ໃຫ້​ເຮົາ​ຮູ້­ສຶກ​ເຢັນ​ສະ­ບາຍ ບໍ່​ຮ້ອນ ແຕ່​ທ່ານ​ຮູ້​ບໍ​ວ່າ ນອກ­ຈາກ​ຈະ​ເຮັດ​ໃຫ້​ເປືອງ​ໄຟ​ແລ້ວ ການ​ເປີດ​ແອ​ປັບ​ອາ­ກາດ​ໝົດ​ມື້​ໝົດ​ຄືນ ຈະ​ມີ​ຜົນ​ເສຍ​ຕໍ່​ສຸ­ຂະ­ພາບ ແລະ ການ​ເປີດ​ແອ​ປັບ​ອາ­ກາດ​ກໍ​ມີ​ຜົນ​ເສຍ​ດັ່ງ­ນີ້:

1. ການ​ໃຊ້​ແອ​ປັບ​ອາ­ກາດ​ຕະ­ຫຼອດ​ເວ­ລາ ຈະ​ເຮັດ​ໃຫ້​ອາ­ກາດ​ໃນ​ຫ້ອງ​ຖ່າຍ​ເທ​ບໍ່​ສະ­ດວກ ຖ້າ​ຫາກ​ມີ​ການ​ປິດ​ຜ້າ­ກັ້ງ​ກັນ­ແສງ​ເຂົ້າ​ຫ້ອງ​ອີກ ອາດ​ກາຍ­ເປັນ​ແຫຼ່ງ​ຂອງ​ເຊື້ອ​ລາ ຫຼື ຝຸ່ນ ຕາມ​ຜ້າ​ເຊັດ​ຕີນ ຜ້າ​ຂົນ­ໜູ ບ່ອນ​ນອນ ຜ້າ­ຫົ່ມ ຫາກ​ບໍ່​ສະ­ອາດ​ພຽງ­ພໍ.

2. ຫາກ​ປັບ​ອາ­ກາດ​ໃຫ້​ເຢັນ​ທັນ­ທີ ແລະ ແອ​ເຢັນ​ຢ່າງ​ໄວ ຈະ​ເຮັດ​ໃຫ້​ຫຼອດ​ເລືອດ​ໃນ​ຮ່າງ­ກາຍ​ອາດ​ປັບ​ໂຕ​ໄວ​ເກີນ​ໄປ ຈົນ​ເຮັດ​ໃຫ້​ເກີດ​ອາ­ການ​ເຈັບ​ຫົວ.

3. ອາ­ກາດ​ເຢັນ​ຈາກ​ແອ ເຮັດ​ໃຫ້​ຜິວ​ແຫ້ງ ດັງ​ແຫ້ງ ຕາ​ແຫ້ງ ຫາກ​ໃຜ​ຜິວ​ແຫ້ງ​ຫຼາຍ ອາດ​ເກີດ​ອາ­ການ​ຄັນ​ຕາມ​ຜິວ­ໜັງ​ໄດ້.

4. ຫາກ​ບໍ່​ທຳ​ຄວາມ​ສະ­ອາດ​ແອ​ປັບ​ອາ­ກາດ​ໃຫ້​ດີ ອາດ​ເປັນ​ສາ­ເຫດ​ຂອງ​ພະ­ຍາດ​ທາງ​ເດີນ​ຫາຍ­ໃຈ​ຕ່າງໆ ເຮັດ​ໃຫ້​ພູມ​ຕ້ານ­ທານ​ຕ່ຳ​ລົງ ຈົນ​ເຮັດ​ໃຫ້​ເປັນ­ຫວັດ ເຈັບ­ຄໍ​ໄດ້ ເພາະ​ບໍ­ລິ­ເວນ​ເຊວ​ໃນ​ດັງ ຄໍ ຫຼອດ​ລົມ​ແຫ້ງ​ເກີນ​ໄປ ບໍ່​ມີ​ເມືອກ​ທີ່​ຄອຍ​ຖ້າ​ດັກ​ຈັບ​ຝຸ່ນ ຫຼື​ເຊື້ອ​ພະ­ຍາດ ຈຶ່ງ​ເຮັດ​ໃຫ້​ເຊື້ອ​ພະ­ຍາດ​ເຂົ້າ​ສູ່​ຮ່າງ­ກາຍ​ໄດ້​ງ່າຍ​ຂຶ້ນ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!