ຕະຫຼອດໄລຍະ 45 ປີ ທີ່ປະເທດຊາດໄດ້ຮັບການປົດປ່ອຍ ເຮັດໃຫ້ພື້ນຖານໂຄງລ່າງດ້ານຕ່າງໆ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເສັ້ນທາງຄົມມະນາຄົມໄດ້ໄປຮອດໄປເຖິງທ້ອງຖິ່ນຕ່າງໆ ປະຊາຊົນໄດ້ຮັບການສຶກສາ ເຂົ້າເຖິງບໍລິການດ້ານສາທາລະນະສຸກ ແລະ ອື່ນໆ ເຮັດໃຫ້ປະຊາຊົນສາມາດນຳຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.
ເມື່ອເວົ້າເຖິງການພັດທະນານັ້ນ ກໍເປັນເລື່ອງດີທີ່ທຸກຄົນສາມາດຍອມຮັບໄດ້ ເຖິງແມ່ນວ່າໃນບາງຄັ້ງຄາວອາດຈະຍັງບໍ່ທົ່ວເຖິງ ແຕ່ດ້ວຍຄວາມເປັນເຈົ້າການຂອງປະຊາຊົນ ຂອງພາກສ່ວນກ່ຽວຂ້ອງ ກໍສາມາດແກ້ໄຂບັນຫາ ເພື່ອເຮັດໃຫ້ການພັດທະນາສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ແຕ່ສິ່ງທີ່ສັງຄົມຍັງສົນໃຈ ກໍຄື ມີຫຼາຍໆຂອດທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີນັ້ນ ກໍຄື ການຄຸ້ມຄອງພື້ນຖານໂຄງລ່າງພາຍຫຼັງທີ່ໄດ້ຮັບການພັດທະນາ.
ກ່ຽວກັບບັນຫາດັ່ງກ່າວ ຜູ້ຂຽນຂໍນຳສະເໜີບາງກະທູ້ໃນຄໍລຳຈາລະຈອນມື້ນີ້ ທີ່ເຫັນວ່າມີຄວາມສຳຄັນ ໃນການສັນຈອນໃນຍາມວິການນັ້ນ ກໍແມ່ນບັນຫາກ່ຽວກັບໄຟເຍື່ອງທາງຕາມເສັ້ນທາງບາງເສັ້ນ ເຊັ່ນ: ທາງຕັດໃໝ່ ໜອງປິງ ໜອງບຶກ ເພາະຫຼາຍຄົນກໍສົງໃສວ່າ ມີເສົາໄຟເຍືອງທາງຕັ້ງລຽນກັນລ້າຍຊ້າຍ ແຕ່ບໍ່ສາມາດເປີດນຳໃຊ້ໄດ້.
ເສັ້ນທາງໜອງປິງ ໜອງບຶກ ສ້າງສຳເລັດ ແລະ ນຳໃຊ້ມາໄດ້ຫຼາຍປີສົມຄວນ ຖ້າບັນດາທ່ານເຄີຍເດີນທາງຜ່ານໄປມາ ກໍຈະເຫັນເສົາໄຟເຍືອງທາງທີ່ຕັ້ງຢັ່ງຢາຍກັນໄປຈົນສຸດເສັ້ນທາງ ໃນໄລຍະນຳໃຊ້ໃນເບື້ອງຕົ້ນ ໄຟເຍືອງທາງເຫຼົ່ານັ້ນ ສາມາດເປີດໃຫ້ຄວາມສະຫວ່າງ ເພື່ອສ້າງຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ລົດໃຊ້ຖະໜົນໃນຍາມວິການ ແຕ່ການນຳໃຊ້ຕ້ອງໄດ້ປະສົບກັບບັນຫາ ເມື່ອໃຊ້ໄປບໍ່ເທົ່າໃດກໍເກີດມີສິ່ງຜິດປົກກະຕິ ເສົາໄຟບາງເສົາໃຊ້ບໍ່ໄດ້ ບາງເສົາດອກໄຟບໍ່ມີ ຈົນມາເຖິງປັດຈຸບັນເຫັນໄດ້ວ່າ ເສົາໄຟເຍືອງທາງຕາມເສັ້ນທາງດັ່ງກ່າວນັ້ນ ເບິ່ງແລ້ວບໍ່ສາມາດນຳໃຊ້ໄດ້.
ຕາມການບອກເລົ່າຂອງຜູ້ໃຊ້ລົດໃຊ້ຖະໜົນ ທີ່ອາໄສໃກ້ຄຽງກັບເສັ້ນທາງດັ່ງກ່າວ ເຫັນວ່າມີບາງກຸ່ມຄົນໄດ້ມາລັກເອົາວົງຈອນຂອງໄຟຕາມເສົາ ໃນແຕ່ລະເສົານັ້ນ ກໍເປັນການບອກເລົ່າທີ່ຍັງບໍ່ທັນສາມາດພິສູດໄດ້ວ່າເປັນຄົນມາລັກເອົາ ຫຼື ບໍ່ ເມື່ອເປັນຄືແນວນັ້ນ ຜູ້ຂຽນເອງກໍໄດ້ລົງໄປສັງເກດເຫັນວ່າເສົາເຍືອງໄຟແຕ່ລະເສົາ ບໍ່ມີວົງຈອນອອກໄປ ເຮັດໃຫ້ບໍ່ສາມາດນຳໃຊ້ໄດ້ຕາມປົກກະຕິ ຍິ່ງໄປກວ່ານັ້ນ ກໍສັງເກດເຫັນບ່ອນທີ່ເທຕໍມໍ້ (ແທ່ງຊີມັງ) ເປັນຈຸດຕັ້ງຕູ້ວົງຈອນໄຟ ກໍບໍ່ມີຕູ້ຕັ້ງໄວ້.
ເມື່ອເປັນສະພາບການຄືແນວນັ້ນ ຈະເຮັດໃຫ້ການນຳໃຊ້ເສັ້ນທາງດັ່ງກ່າວໃນຍາມວິການມີຄວາມລຳບາກ ເພາະເສັ້ນທາງດັ່ງກ່າວຍັງເປັນເສັ້ນທາງປ່ຽວ ເຊິ່ງອາດສ່ຽງຕໍ່ການເກີດອຸບັດເຫດ ຍິ່ງໄປກວ່ານັ້ນແມ່ນຈະເກີດມີປາກົດການຫຍໍ້ທໍ້ເກີດຂຶ້ນນັ້ນ ກໍຄື ການປຸ້ນຈີ້ຊີງຊັບ ເນື່ອງຈາກວ່າໃນໄລຍະຜ່ານມາ ກໍປາກົດມີໃຫ້ເຫັນໂດຍຕົກເປັນຂ່າວຕາມສື່ຕ່າງໆມາແລ້ວ.
ຢ່າງໃດກໍຕາມ ເພື່ອເຮັດໃຫ້ສອດຄ່ອງກັບນະໂຍບາຍ 6ສ ຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນວາງໄວ້ ໂດຍສະເພາະແມ່ນ ສ.ສະຫວ່າງ ນັ້ນ ປະຊາຊົນທີ່ຢູ່ເຂດໃກ້ຄຽງເສັ້ນທາງນີ້ ກໍຄື ບັນດາຜູ້ໃຊ້ລົດ ໃຊ້ຖະໜົນ ຈຶ່ງຂໍຝາກໄປເຖິງພາກສ່ວນກ່ຽວຂ້ອງໃຫ້ແກ້ໄຂ ເຖິງແມ່ນວ່າບໍ່ເປີດໃຊ້ທຸກເສົາ ແຕ່ກໍຄວນໃຫ້ສາມາດເປີດນຳໃຊ້ໄດ້ເປັນໄລຍະ ໄລຍະ ເພື່ອສ້າງຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ລົດໃຊ້ຖະໜົນ ພ້ອມຫຼຸດຜ່ອນການເກີດອຸບັດເຫດ ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດປະກົດການຫຍໍ້ທໍ້ນຳອີກ.
ໂດຍ: ເມັດຝົນ