ນວ ກຳນົດເອົາ 6 ຈຸດ ເປັນສະຖານທີ່ພັກເຊົາຊົ່ວຄາວ ຂອງແຮງງານລາວທີ່ເຂົ້າມາຈາກປະເທດໄທ

    ຕາມການລາຍງານຄະນະຮັບຜິດຊອບ ສະກັດກັັ້ນ ແລະ ປ້ອງກັນ COVID-19 ຕໍ່ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເມື່ອວັນທີ 24 ມີນາ 2020 ເພື່ອຮັບປະກັນການຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດການຕິດເຊື້ອ ແລະ ແຜ່ລະບາດຂອງ COVID-19 ມາສູ່ ນວ ຕ້ອງເພີ່ມທະວີກໍາລັງປ້ອງກັນຕາມຊາຍແດນແມ່ນໍ້າຂອງໃຫ້ເຂັ້ມງວດ ແລະ ມີການກະກຽມສະຖານຮອງຮັບບໍລິການກວດສຸຂະພາບ ແລະ ຈັດສົ່ງໄປສະຖານພູມລໍາເນົາຢ່າງປວດໄພ.

    ດັ່ງນັ້ນ ເຈົ້າຄອງນະຄອນຫຼວງວຽງຈັນອອກຄໍາສັັ່ງແນະນໍາຄື ທຸກຄົນທີ່ເດີນທາງເຂົ້າຈາກຕ່າງປະເທດເຂົ້າມາ ນວ ຕ້ອງປະຕິບັດຕາມມາດຕະການກຳຈັດບໍລິເວນຢູ່ສະຖານທີ່ພັກເຊົາເປັນເວລາ 14 ວັນ ໂດຍໃຫ້ເອົາໃຈໃສ່ວັດແທກອຸນຫະພູມຂອງຮ່າງກາຍສອງເທື່ອຕໍ່ມື້ (ເຊົ້າ-ແລງ) ສັງເກດຕົນເອງວ່າມີການໄຂ້ ໄອ ຫຼື ຫາຍໃຈຍາກ ແລະ ອາການອື່ນໆ (ພ້ອມທັງໝາຍໃສ່ຕາຕະລາງໃນການຕິດຕາມອາການ ແລະ ອຸນຫະພູມຮ່າງກາຍ) ໃຫ້ຢູ່ແຕ່ໃນສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ (ເຮືອນ ໂຮງແຮມ ຫໍພັກສະຖານທີ່ຈັດກຽມໄວ້) ເປັນເວລາ 14 ວັນ ໃຫ້ມີຜູ້ສົ່ງອາຫານ ແລະ ນໍ້າໃຫ້ຢູ່ໜ້າຫ້ອງ ບໍ່ໃຫ້ເດີນທາງໄປທາງນອກ ບໍ່ໃຫ້ໃກ້ຊິດກັບຄົນອື່ນໂດຍບໍ່ໄດ້ຮັບການອະນຸຍາດ ຖ້າວ່າບໍ່ມີຫ້ອງເປັນຂອງຕົນເອງ ໃຫ້ຈັດສັນບໍລິເວນພັກເຊົາຂອງຕົນເອງໃຫ້ຫ່າງຈາກຄົນອ້ອມຂ້າງຢ່າງໜ້ອຍ 2 ແມັດ ແລະ ບໍ່ໃຫ້ໃຊ້ເຄື່ອງຂອງປະປົນຄົນອື່ນ ເປີດປ່ອງຢ້ຽມເພື່ອລະບາຍອາກາດພາຍໃນຫ້ອງໃຫ້ຖ່າຍເທ ໝັ່ນລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ໃຊ້ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າແຕ່ 70%-95% ຮັກສາມາລະຍາດໃນເວລາມີອາການໄອ ແລະ ຈາມໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ຫຼື ໃຊ້ເຈ້ຍອະນາໄມ ແລະ ຖີ້ມເຈ້ຍອະນາໄມທີ່ໃຊ້ແລ້ວໃສັ່ຖັງຂີ້ເຫຍື້ອທັນທີ ຖ້າວ່າຮູ້ສືກບໍ່ສະບາຍ ມີໄຂ້ ໄອ ຫຼື ມີບັນຫາລະບົບຫາຍໃຈ ຫຼືມີຄວາມຕ້ອງການການບໍລິການທາງການແພດອື່ນໆ ແມ່ນໃຫ້ໂທປຶກສາສາຍດ່ວນ 166 ຫຼື +856 20 5406 6777 ພ້ອມທັງເລົ່າປະຫວັດການເດີນທາງມາແຕ່ເຂດສ່ຽງ ໃຫ້ທ່ານໝໍຢ່າງລະອຽດ ພາຍຫຼັງຕິດຕາມຄົບກຳນົດ 14 ວັນ ແລະ ບໍ່ມີອາການຜິດປົກກະຕິຫຍັງ ແມ່ນສາມາດອອກໄປເຄື່ອນໄຫວດໍາເນີນວຽກປະຈຳວັນຕາມປົກກະຕິ.

     ພ້ອມດຽວກັນນີ້ ກໍໄດ້ກຳນົດສະຖານທີ່ພັກເຊົາຊົ່ວຄາວຂອງແຮງງານລາວທີ່ຂ້າມມາຈາກປະເທດໄທ ຕາມຊາຍແດນລຽບແມ່ນໍ້າຂອງຄື ຈຸດພັກເຊົາຊົ່ວຄາວເມືອງປາກງື່ມ ແມ່ນກໍານົດເອົາ ມ.ສ ໝາກນາວ ເມືອງຫາດຊາຍຟອງ ແມ່ນກໍານົດເອົາ ມ ຕົ້ນ ດອນສະຫວ່າງ ເມືອງສີສັດຕະນາກແມ່ນກໍານົດເອົາໂຮງຮຽນປະຖົມດອນກອຍ ເມືອງຈັນທະບູລີກໍານົດເອົາ ມ ປາຍ ຈັນທະບູລີ (ອຸດົມເລກ 9) ເມືອງສີໂຄດຕະບອງ ກໍານົດເອົາໂຮງຮຽນປະຖົມບ້ານໃໝ່ ເມືອງສັງທອງກໍານົດເອົາ ມ.ສ ນໍ້າສັງ ເປັນຈຸດພັກເຊົາຊົ່ວຄາວ.

ຂ່າວ: ອົ່ນ

error: Content is protected !!