ເສີມຂະຫຍາຍກີລາບານເຕະຂັ້ນພື້ນຖານເຂດທ້ອງຖິ່ນ

ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ຈັດ​ກອງ​ປະ­ຊຸມ​ພັດ­ທະ­ນາ​ກີ­ລາ​ບານ­ເຕະ​ທົ່ວ​ປະ­ເທດ ປະ­ຈຳ​ປີ 2020 ຂຶ້ນ​ວັນ​ທີ 22 ສິງ­ຫາ 2020 ຢູ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ວີ​ເພັດ ສີ​ຫາ​ຈັກ​ຣ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ມີ​ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ທີ່​ປຶກ­ສາ ສຕລ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ງານ ສຕລ ຜູ້​ສະ­ຫະ­ພັນ​ບານ­ເຕະ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບັນ­ດາ​ແຂວງ​ເຂົ້າ​ຮ່ວມ

ກອງ​ປະ­ຊຸມ​ຄັ້ງ​ນີ້​ແນ­ໃສ່​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ລະ­ຫວ່າງ ສຕລ ແລະ ສະ­ຫະ­ພັນ​ບານ­ເຕະ​ແຂວງ ໂດຍ​ເນັ້ນ​ໃຫ້​ບັນ­ດາ​ສະ­ຫະ­ພັນ​ບານ­ເຕະ​ແຂວງ ມີ​ຫ້ອງ­ການ​ປະ­ຈຳ​ຂອງ​ຕົນ ເພີ່ມ​ຈຳ­ນວນ​ພົນ​ກີ­ລາ​ບານ­ເຕະ​ໃຫ້​ຫຼາຍ​ຂຶ້ນ ໃນ​ທົ່ວ​ປະ­ເທດ ການ​ສ້າງ​ອາ­ຊີບ ແລະ ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ກີ­ລາ​ບານ­ເຕະ ເສີມ​ຂະ­ຫຍາຍ​ກີ­ລາ​ບານ­ເຕະ​ຂັ້ນ​ພື້ນ­ຖານ​ໃນ​ເຂດ​ຊຸມ​ຊົນ ແລະ ທ້ອງ­ຖິ່ນ ການ​ສ້າງ​ກີ­ລາ​ບານ­ເຕະ​ໃຫ້​ເປັນ​ກິດ­ຈະ­ກຳ​ຍອດ​ນິ­ຍົມ​ໃນ​ລາວ ນອກ​ນີ້ ກອງ​ປະ­ຊຸມ​ໄດ້​ປະ­ກອບ​ຄຳ​ຄິດ​ເຫັນ​ໃນ​ການ​ແບ່ງ​ກຸ່ມ​ສົນ­ທະ­ນາ 5 ຫົວ­ຂໍ້ ຄື: ການ­ຈັດ­ຕັ້ງ​ສະ­ຫະ­ພັນ​ບານ­ເຕະ​ແຂວງ ທິດ​ທາງ​ໃນ​ການ​ເພີ່ມ​ຈຳ­ນວນ​ພົນ​ກີ­ລາ​ບານ­ເຕະ​ໃນ​ທົ່ວ​ປະ­ເທດ ການ​ເຝິກ­ອົບ­ຮົມ​ຄູ​ເຝິກ ກຳ­ມະ­ການ​ຕັດ­ສິນ ບຸ​ຄະ­ລາ​ກອນ​ເຕັກ­ນິກ ແລະ ອື່ນໆ ການ​ສົ່ງ­ເສີມ​ນັກ­ກີ­ລາ​ບານ­ເຕະ​ພາຍ​ໃນ​ທ້ອງ­ຖິ່ນ ໃຫ້​ເປັນ​ຕົວ​ແທນ​ແຂວງ ແລະ ການ​ສະ­ກັດ​ກັ້ນ​ການ​ລົ້ມ​ບານ​ໃນ​ທຸກ​ຮູບ​ແບບ.

ທ່ານ ວີ​ເພັດ ສີ​ຫາ​ຈັກ​ຣ ກ່າວ​ວ່າ: ສຕລ ຈະ​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ງົບ­ປະ­ມານ​ບໍ­ລິ­ຫານ​ຫ້ອງ­ການ​ສະ­ຫະ­ພັນ​ບານ­ເຕະ​ແຂວງ (ສຕຂ) ຖ້າ ສຕຂ ມີ​ເງື່ອນ­ໄຂ​ຄົບ​ຖ້ວນ ກໍ​ຄື ຕ້ອງ​ມີ​ຄະ­ນະ​ບໍ­ລິ­ຫານ​ງານ ສຕຂ ຄະ­ນະ​ປະ­ທານ ສຕຂ ເລ­ຂາ­ທິ­ການ ສຕຂ ຫ້ອງ­ການ ສຕຂ ແລະ ເປີດ​ບັນ­ຊີ​ທະ­ນາ­ຄານ​ທີ່​ເປັນ​ຂອງ ສຕຂ ໂອ­ກາດ​ນີ້ ປະ­ທານ ສຕລ ໄດ້​ເຊີນ​ບັນ­ດາ​ສະ­ຫະ­ພັນ​ບານ­ເຕະ​ແຂວງ ແລະ ນະ­ຄອນ­ຫຼວງ ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ​ທົ່ວ​ປະ­ເທດ​ຍິງ-ຊາຍ ເພື່ອ​ຄຳ­ນັບ​ຮັບ​ຕ້ອນ​ວັນ­ຊາດ ທີ 2 ທັນ­ວາ ຄົບ­ຮອບ 45 ປີ ຈະ​ຈັດ​ຂຶ້ນ​ເດືອນ​ພະ­ຈິກ 2020 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ອີກ​ດ້ວຍ.

error: Content is protected !!