ປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ ເພື່ອເຕົ້າໂຮມຄວາມສາມັກຄີ

ພິ­ທີ​ປະ­ກາດ​ສ້າງ­ຕັ້ງ​ສະ­ຫະ­ພັນ​ຊາວ​ໜຸ່ມ​ລາວ ຈັດ​ຂຶ້ນ​ວັນ​ທີ 25 ສິງ­ຫາ 2020 ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ (ປປລ) ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ ອົງ­ການ ນະ­ຄອນ­ຫຼວງ ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ ປປລ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ທີ່​ເຮັດ​ວຽກ​ງານ​ຊາວ​ໜຸ່ມ-ເຍົາ­ວະ​ຊົນ ສະ­ມາ­ຊິກ​ຊາວ​ໜຸ່ມ ສະ­ມາ­ຄົມ ແລະ ມູນ​ນິ­ທິ​ເຂົ້າ​ຮ່ວມ.

ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ກ່າວ​ວ່າ: ຄະ­ນະ​ຊາວ​ໜຸ່ມ ປປລ ໄດ້​ມີ​ແນວ​ຄວາມ​ຄິດ​ລິ​ເລີ່ມ​ສ້າງ­ຕັ້ງ​ສະ­ຫະ­ພັນ​ຊາວ​ໜຸ່ມ​ລາວ ມາ​ຕັ້ງ­ແຕ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ I ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ­ເທດ ປີ 1983 ຈົນ​ເຖິງ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ­ເທດ ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ຕັ້ງ​ບັນ­ຫາ​ສຶກ​ສາ​ຄົ້ນ­ຄວ້າ ເກັບ​ກຳ​ຂໍ້​ມູນ ສຳ​ມະ​ນາ​ວິ­ທະ­ຍາ­ສາດ ໄປ​ຖອດ​ຖອນ​ແລກ­ປ່ຽນ​ບົດ­ຮຽນ​ກັບ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ແລະ ສາ­ກົນ​ມາ​ໂດຍ​ຕະ­ຫຼອດ ພ້ອມ​ທັງ​ເລັງ​ເຫັນ​ສະ­ພາບ​ເສດ­ຖະ­ກິດ-ສັງ­ຄົມ​ມີ​ການ​ຂະ­ຫຍາຍ­ຕົວ ສັງ­ຄົມ​ການ​ແບ່ງ​ງານ​ນັບ​ມື້​ນັບ​ລະ­ອຽດ​ອ່ອນ ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ຊາວ​ໜຸ່ມ​ນັບ​ມື້​ນັບ​ສູງ ການ­ຈັດ­ຕັ້ງ​ຊາວ​ໜຸ່ມ​ຕາມ​ສາ­ຂາ​ອາ­ຊີບ​ກໍ​ເກີດ​ຂຶ້ນ​ຢ່າງ​ຫຼວງ­ຫຼາຍ ແລະ ມີ​ລັກ­ສະ­ນະ​ວ່ອງ​ໄວ້ ມີ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ ແລະ ເຄື່ອນ​ໄຫວ​ຢ່າງ​ກວ້າງ­ຂວາງ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ ມີ​ທັງ​ການ­ເຄື່ອນ­ໄຫວ​ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ມີ​ການ­ເຄື່ອນ­ໄຫວ​ເພື່ອ​ຫວັງ​ຜົນ​ປະ­ໂຫຍດ​ທາງ​ດ້ານ​ການ­ເມືອງ ແລະ ເສດ­ຖະ­ກິດ.

ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ສະ­ມາ­ຄົມ ແລະ ມູນ​ນິ­ທິ​ທັງ​ໝົດ 189 ຫົວ­ໜ່ວຍ ໃນ​ນີ້​ໄດ້​ຂື້ນ​ທະ­ບຽນ​ມີ 43 ຫົວ­ໜ່ວຍ ມີ​ພະ­ນັກ­ງານ​ທັງ​ໝົດ 3.743 ຄົນ ແລະ 9 ມູນ​ນິ­ທິ ມີ​ພະ­ນັກ­ງານ​ທັງ​ໝົດ 59 ຄົນ ຕາມ​ສະ­ຖິ­ຕິ​ການ​ລົງ​ເກັບ​ກຳ​ຂອງ​ພະ​ແນກ​ຄຸ້ມ​ຄອງ​ການ­ຈັດ­ຕັ້ງ​ຊາວ​ໜຸ່ມ​ທາງ​ສັງ­ຄົມ ວັນ​ທີ19  ກັນ­ຍາ 2018 ສຳ­ລັບ​ສະ­ມາ­ຄົມ ແລະ ສະ­ໂມ­ສອນ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ຄະ­ນະ​ຊາວ​ໜຸ່ມ ປປລ ມີ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໜຸ່ມ ມີ​ສະ­ມາ­ຊິກ 309 ຄົນ ສະ­ໂມ­ສອນ​ຊາວ​ໜຸ່ມ​ເດີນ​ທະ­ເລ​ມີ 525 ຄົນ ສະ­ໂມ­ສອນ​ໂຄງ­ການ​ມິດ­ຕະ­ພາບ​ລາວ-ຍີ່­ປຸ່ນ ມີ​ສະ­ມາ­ຊິກ 468 ຄົນ ກອງ​ອາ­ສາ​ສະ­ໝັກ​ຊາວ​ໜຸ່ມ​ມີ 122 ກອງ ມີ​ສະ­ມາ­ຊິກ 12.810 ຄົນ ສະ­ໂມ­ສອນ​ປາກ­ກາ​ໃໝ່​ມີ 30 ຄົນ ນອກ​ນັ້ນ​ຍັງ​ມີ​ສະ­ມາ­ຄົມ ແລະ ການ­ຈັດ­ຕັ້ງ​ຂອງ​ຊາວ​ໜຸ່ມ​ທີ່​ຮ່ວມ​ມື​ກັບ​ສູນ​ກາງ​ຊາວ​ໜຸ່ມ ມີ​ສະ­ມາ­ຄົມ​ເພື່ອ​ສຸ­ຂະ­ພາບ​ຊາວ​ໜຸ່ມ​ຈຳ­ປາ​ຄລາ​ສິກ ແລະ ສະ­ມາ­ຄົມ​ພັດ­ທະ­ນາ​ບົດ­ບາດ​ຍິງ-ຊາຍ.

ໂອ­ກາດ​ນີ້ ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ກ່າວ​ວ່າ: ສະ­ຫະ­ພັນ​ຊາວ​ໜຸ່ມ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ ໃຫ້​ສືບ­ຕໍ່​ເຄື່ອນ​ໄຫວ​ເພື່ອ​ໃຫ້​ຖືກ​ຕາມ​ພາ­ລະ​ບົດ­ບາດ ແລະ ຈຸດ­ປະ­ສົງ​ທີ່​ໄດ້​ວາງ​ໄວ້​ນັ້ນ ແມ່ນ​ສິ່ງ​ທ້າ​ທາຍ​ຫຼາຍ ເພາະ­ວ່າ​ຄະ­ນະ​ຊາວ​ໜຸ່ມ​ເປັນ​ການ­ຈັດ­ຕັ້ງ​ທີ່​ມີ​ຂອບ​ເຂດ​ຄວາມ​ຮັບ­ຜິດ­ຊອບ​ກວ້າງ­ຂວາງ ແຕ່​ມາ­ໄລ​ຍະ​ນີ້​ຂັ້ນ​ເທິງ ກໍ​ຄື​ພັກ​ມອບ​ໝາຍ ສະ­ຫະ­ພັນ​ຊາວ​ໜຸ່ມ​ທີ່​ມີ​ບົດ­ບາດ​ກວ້າງ­ຂວາງ ແລະ ທ້າ​ທາຍ​ກວ່າ​ເກົ່າ ສະ­ນັ້ນ ໃຫ້​ຮີບ​ຮ້ອນ​ກະ­ກຽມ​ນຳ​ສະ­ເໜີ​ບຸ​ຄະ­ລາ​ກອນ ທີ່​ຈະ​ປະ­ກອບ​ເຂົ້າ​ໃນ​ໂຄງ​ປະ­ກອບ​ບຸກ​ຄະ­ລາ​ກອນ ຂອງ​ສະ­ຫະ­ພັນ​ຊາວ​ໜຸ່ມ​ລາວ ເພື່ອ​ໃຫ້​ໄດ້​ເຄື່ອນ​ໄຫວ​ຕາມ​ພາ­ລະ​ບົດ­ບາດ ເຕົ້າ­ໂຮມ ຄຸ້ມ​ຄອງ​ບັນ­ດາ​ສະ­ມາ­ຄົມ​ທີ່​ເຄື່ອນ​ໄຫວ​ພົວ­ພັນ​ກ່ຽວ​ກັບ​ຊາວ​ໜຸ່ມ ແລະ ບຸກ­ຄົນ​ທີ່​ມີ​ຄວາມ​ມັກ​ຮັກ​ໃນ​ວຽກ​ງານ​ຊາວ​ໜຸ່ມ ຄະ­ນະ​ພັກ ແລະ ຄະ­ນະ​ຊາວ​ໜຸ່ມ​ແຕ່​ລະ​ຂັ້ນ ຕ້ອງ​ນຳ​ເອົາ​ເນື້ອ​ໃນ​ທີ່​ຕັ້ງ​ພາ­ລະ​ບົດ­ບາດ​ຂອງ​ສະ­ຫະ­ພັນ​ຊາວ​ໜຸ່ມ​ລາວ ໄປ​ເຜີຍ­ແຜ່​ໃນ​ສະ­ມາ­ຊິກ​ຊາວ​ໜຸ່ມ ແລະ ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ​ໄດ້​ຮັບ​ຮູ້​ເຂົ້າ­ໃຈ ພ້ອມ​ທັງ​ພິ­ຈາ­ລະ­ນາ​ກະ­ກຽມ​ສ້າງ­ຕັ້ງ​ສະ­ຫະ­ພັນ​ຊາວ​ໜຸ່ມ​ຂັ້ນ​ແຂວງ ນະ­ຄອນ­ຫຼວງ ກະ­ຊວງ ແລະ ອົງ­ການ​ໃຫ້​ໄດ້​ເຄື່ອນ​ໄຫວ​ຄ່ຽງ​ຄູ່​ກັບ​ຄະ­ນະ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ສ້າງ​ໃຫ້​ພະ­ນັກ­ງານ​ຊາວ​ໜຸ່ມ​ທີ່​ມີ​ຄວາມ​ໜັກ​ແໜ້ນ​ເປັນ​ແບບ­ຢ່າງ​ນຳ​ໜ້າ​ໃນ​ດ້ານ​ຕ່າງໆ ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ຕົນ​ເອງ ການ­ຈັດ­ຕັ້ງ ແລະ ປະ­ເທດ​ຊາດ ກະ­ກຽມ​ແຜນ­ການ​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ຍາວ ລວມ​ທັງ​ຍຸດ​ທະ​ສາດ ຫຼື ແຜນ​ພັດ­ທະ­ນາ​ສະ­ຫະ­ພັນ​ຊາວ​ໜຸ່ມ​ລາວ ໂຄ­ສະ­ນາ​ສຶກ​ສາ​ອົບ­ຮົມ​ເຕົ້າ­ໂຮມ​ສະ­ມາ­ຊິກ ເພື່ອ​ມາ​ເຂົ້າ​ຮ່ວມ​ເປັນ​ສະ­ມາ­ຊິກ​ຂອງ​ສະ­ຫະ­ພັນ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ສ້າງ​ກົນ​ໄກ​ໃນ​ການ​ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ອັນ​ຊອບ​ທຳ​ໃຫ້​ສະ­ມາ­ຊິກ​ຕາມ​ກົດ­ໝາຍ ແລະ ລະ­ບຽບ​ການ​ຂອງ​ລັດ ເປັນ​ເຈົ້າ​ການ​ປະ­ສານ​ສົມ­ທົບ​ກັບ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຍາດ​ແຍ່ງ​ການ​ສະ­ໜັບ­ສະ­ໜູນ ແລະ ຊ່ວຍ­ເຫຼືອ​ຕ່າງໆ ໃຫ້​ສະ­ຫະ­ພັນ​ຊາວ​ໜຸ່ມ​ລາວ​ໄດ້​ເຄື່ອນ​ໄຫວ ຕາມ​ພາ­ລະ​ບົດ­ບາດ​ຢ່າງ​ແຂງ­ແຮງ.

error: Content is protected !!