ເສດຖະກິດເມືອງສັງທອງ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 7,4% ຕໍ່ປີ

ສະ­ຫາຍ ພົງ​ສະ­ຫວັນ ສິ­ລິ​ພັນ ໄດ້​ຜ່ານ​ຮ່າງ​ລົດ​ລາຍ​ງານ​ການ­ເມືອງ​ທັງ​ສອງ ພາກ​ຕໍ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທີ່​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ວັນ​ທີ 25 ສິງ­ຫາ 2020 ທີ່​ສະ­ໂມ­ສອນ​ເມືອງ​ດັ່ງ­ກ່າວ​ວ່າ: ໄລ­ຍະ 5 ປີ­ຜ່ານ­ມາ (2014-2019) ໄດ້​ນຳ­ພາ​ພັດ­ທະ­ນາ​ເສດ­ຖະ­ກິດ​ເປັນ­ໃຈ​ກາງ ມີ​ຜົນ­ສຳ­ເລັດ​ໃໝ່​ຫຼາຍ​ດ້ານ ອັນ​ໄດ້​ເຮັດ​ເສດ­ຖະ­ກິດ​ໄດ້​ສືບ­ຕໍ່​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ສະ­ເລ່ຍ 7,4% ຕໍ່​ປີ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ບັນ­ລຸ 1.114,87 ຕື້​ກີບ ລື່ນ​ຄາດ­ໝາຍ 96,42% ສະ­ເລ່ຍ​ລາຍ​ຮັບ​ຕໍ່​ຄົນ​ຕໍ່​ປີ​ໄດ້ 34 ລ້ານ​ກີບ ເທົ່າ​ກັບ 3.885 ໂດ​ລາ​ສະ­ຫະ­ລັດ (ລື່ນ​ແຜນ 1.812 ໂດ​ລາ ເທົ່າ​ກັບ 87,4%) ໃນ​ນັ້ນ: ກະ­ສິ­ກຳ-ປ່າ­ໄມ້ ເພີ່ມ​ຂຶ້ນ 3,69% ກວມ 34% ຂອງ GDP ອຸດ­ສາ­ຫະ­ກຳ-ຫັດ­ຖະ­ກຳ ເພີ່ມ​ຂຶ້ນ 9,65% ກວມ 35,2% ຂອງ GDP ການ​ບໍ­ລິ­ການ ເພີ່ມ​ຂຶ້ນ 8,82% ກວມ 30,8% ຂອງ GDP.

ສຳ­ລັບ​ການ​ລົງ­ທຶນ​ຂອງ​ລັດ​ທັງ​ໝົດ 20 ໂຄງ­ການ ໂຄງ­ການ​ສືບ­ຕໍ່ 35 ໂຄງ­ການ ລວມ​ມູນ​ຄ່າ 116,97 ຕື້​ກີບ ທຽບ­ໃສ່​ແຜນ​ປະ­ຕິ­ບັດ​ໄດ້ 17,69 % ຫຼາຍ​ໂຄງ­ການ​ໄດ້​ປະ­ກອບ­ສ່ວນ​ພັດ­ທະ­ນາ​ເມືອງ​ສັງ​ທອງ​ໃຫ້​ມີ​ໂສມ​ໜ້າ​ໃໝ່ ກາຍ­ເປັນ​ເຂດ​ທ່ອງ​ທ່ຽວ​ຕາມ​ທິດ​ຍືນ​ຍົງ ໄດ້​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແລະ ລະ­ບຽບ​ການ​ຕ່າງໆ ພົ້ນ​ເດັ່ນ ໄດ້​ນຳ​ໃຊ້​ເຄື່ອງ­ມື​ທັນ​ສະ­ໄໝ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ ສາ­ມາດ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ໄດ້ 28,69 ຕື້​ກີບ ເທົ່າ​ກັບ 136% ຂອງ​ແຜນ­ການ ສ່ວນ​ດ້ານ​ລາຍ​ຈ່າຍ​ງົບ­ປະ­ມານ​ປະ­ຕິ­ບັດ​ໄດ້ 88,73 ຕື້​ກີບ ເທົ່າ​ກັບ 100% ພ້ອມ​ນັ້ນ ໄດ້​ສຸມ​ໃສ່​ການ​ຜະ­ລິດ​ກະ­ສິ­ກຳ ເຊິ່ງ​ທົ່ວ​ເມືອງ​ມີ​ເນື້ອ­ທີ່​ນາ​ທັງ​ໝົດ 8.500 ເຮັກ­ຕາ ທຽບ­ໃສ່​ປີ 2014 ເພີ່ມ​ຂື້ນ 100 ເຮັກ­ຕາ ເທົ່າ​ກັບ 1,19% ສະ­ມັດ​ຕະ​ພາບ​ສະ­ເລ່ຍ 4,4 ໂຕນ​ຕໍ່​ເຮັກ­ຕາ ສະ­ເລ່ຍ​ໃສ່​ຫົວ​ຄົນ​ໄດ້ 1.224 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຂອງ​ປະ­ຊາ­ຊົນ​ມີ​ທ່ວງ​ທ່າ​ຂະ­ຫຍາຍ­ຕົວ ໄດ້​ເອົາ­ໃຈ­ໃສ່​ຊຸກ­ຍູ້​ສົ່ງ­ເສີມ​ທຸກ​ພາກ­ສ່ວນ​ເສດ­ຖະ­ກິດ ລົງ­ທຶນ​ເຂົ້າ​ໃສ່​ການ​ພັດ­ທະ­ນາ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ການ​ຄ້າ ແລະ ການ​ບໍ­ລິ­ການ​ທີ່​ໄດ້​ຮັບ­ຮອງ​ກາ​ໝາຍ​ສິນ­ຄ້າ 1 ເມືອງ 1 ຜະ­ລິດ​ຕະ​ພັນ​ແຫ່ງ​ຊາດ 3 ຜະ­ລິດ​ຕະ​ພັນ ເກີດ​ໃໝ່ 2 ຜະ­ລິດ​ຕະ​ພັນ ມີ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທັງ​ໝົດ 928 ຫົວ­ໜ່ວຍ.

error: Content is protected !!