
ໃນບົດປະຈຳວັນນີ້ ມີຂ່າວກ່ຽວກັບມາດຕະການກຳຈັດຂ່າວປອມ ຢູ່ອິນໂດເນເຊຍ ເລື່ອງຜົນສຳເລັດໃນບັ້ນຮົບຕ້ານການສໍ້ລາດບັງຫຼວງທີ່ ສປ ຈີນ ແລະ ຂ່າວການລົງໂທດຜູ້ມີສ່ວນຮ່ວມກັບການກໍ່ການຮ້າຍທີ່ ອົດສະຕຣາລີ
ທີ່ ອິນໂດເນເຊຍ: ຂ່າວທີ່ອອກມາຈາກ ອິນໂດເນເຊຍ ໃນຕົ້ນເດືອນກຸມພາ ຜ່ານມາ ໄດ້ເວົ້າກ່ຽວກັບຂ່າວບໍ່ມີມູນຄວາມຈິງທີ່ພົວພັນກັບການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ຫຼື ໂຄວິດ-19 ເຊິ່ງເປັນຂ່າວຫຼອກລວງທີ່ມີເປົ້າໝາຍສ້າງຄວາມແຕກຕື່ນໃນສັງຄົມ ແຕ່ໃນທີ່ສຸດ ທາງການກໍສາມາດປາບລົງໄດ້ ທ່ານ ຈອນນີ ຈີ ພະເລດ (Johnny G Plate) ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຖະແຫຼງຂ່າວ ອິນໂດເນເຊຍ ໄດ້ໃຫ້ຮູ້ກ່ຽວກັບເລື່ອງນີ້ວ່າ ໃນໄລຍະ 2 ອາທິດທ້າຍເດືອນມັງກອນ ເຖິງຕົ້ນເດືອນກຸມພາປີນີ້ ທາງການໄດ້ຄົ້ນພົບຂ່າວຫຼອກລວງກ່ຽວກັບພະຍາດໂຄວິດ-19 ຈຳນວນ 54 ເລື່ອງທີ່ເຜີຍແຜ່ຜ່ານເຄືອຄ່າຍສື່ສານສັງຄົມອອນລາຍ ແລະ ວ່າ ທາງກະຊວງໄດ້ແຈ້ງໃຫ້ທົ່ວສັງຄົມຊາບລະອຽດກ່ຽວກັບເນື້ອໃນຂ່າວຫຼອກລວງທັງໝົດ ພ້ອມທັງໄດ້ອະທິບາຍຂໍ້ມູນທີ່ຖືກຕ້ອງເປັນຈິງ ເພື່ອແກ້ໄຂຂ່າວດັ່ງກ່າວ.
ທີ່ ສປ ຈີນ: ບັ້ນຮົບຕ້ານພະຍາດສໍ້ລາດບັງຫຼວງຢູ່ ສປ ຈີນ ທີ່ດຳເນີນຢ່າງຈິງຈັງຕັ້ງໜ້າແຕ່ປີ 2012 ນັ້ນ ໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ ຄື: ສາມາດກຳຈັດຜູ້ມີພຶດຕິກຳສໍ້ລາດບັງຫຼວງທີ່ມີອຳນາດບາດໃຫຍ່ລະດັບ “ເສືອ” ລົງມາຮອດລະດັບ “ແມງວັນ” ຕົວຢ່າງ ຂ່າວຕ່າງປະເທດໃນທ້າຍເດືອນມັງກອນປີນີ້ໄດ້ໃຫ້ຊາບວ່າ ອະດີດຮອງລັດຖະມົນຕີກະຊວງຕຳຫຼວດ ແລະ ທັງເຄີຍເປັນຮອດປະທານອົງການຕຳຫຼວດສາກົນ ຊື່ທ່ານ ເມັງຮົງເວີຍ ກໍບໍ່ສາມາດລອດພົ້ນຈາກມືກົດໝາຍໄປໄດ້ ໃນຄະດີຮັບສິນບົນໃນຂະນະຢູ່ໃນຕຳແໜ່ງອັນສູງສົ່ງຜ່ານມາ.
ທ່ານ ເມັງຮົງເວີຍ ຖືກຕັດສິນຈຳຄຸກດົນເຖິງ 13 ປີ ແລະ ຖືກປັບໄໝເປັນເງິນຈຳນວນ 2 ລ້ານຢວນ ຫຼື ເທົ່າໆ 290.000 ໂດລາສະຫະລັດ ຄະດີດັ່ງກ່າວຖືເປັນເລື່ອງສຳຄັນ ແລະ ໂດ່ງດັງຫຼາຍ ເພາະຜູ້ກະທຳຜິດເປັນບຸກຄົນໃນຖານະຕຳແໜ່ງເປັນຜູ້ປົກປ້ອງກົດໝາຍ ແຕ່ຊ້ຳພັດລົງມືເຮັດຜິດກົດໝາຍເອງ.
ທີ່ ອົດສະຕຣາລີ: ຂ່າວວຽງຈັນທາມ ສະບັບວັນທີ 26 ເດືອນກຸມພາຜ່ານມາ ໄດ້ເວົ້າກ່ຽວກັບການຈັບກຸມຍິງຊາວອົດສະຕຣາລີຄົນໜຶ່ງທີ່ເຄືອນໄຫວຊຸກຍູ້ເພື່ອນຂອງຕົນໃຫ້ເຂົ້າຮ່ວມຕໍ່ສູ້ກັບກຸ່ມຫົວຮຸນແຮງເພື່ອສ້າງລັດອິດສະລາມ ຫຼື ໄອເອັສ (IS-ISLamic State) ຍິງອາຍຸພຽງ 22 ປີ ທີ່ຖືກເຈົ້າໜ້າທີ່ຕຳຫຼວດອົດສະຕຣາລີຈັບຄັ້ງນີ້ ມີປະຫວັດເບື້ອງຫຼັງທີ່ພັວພັນກັບກຸ່ມກໍ່ການຮ້າຍມາເປັນເວລານານປີ ຄືໃນປີ 2016 ເຂົາໄດ້ຊຸກຍູ້ຊັກຊວນ ແລະ ເອື້ອອຳນວຍຄວາມສະດວກໃຫ້ບຸກຄົນໃກ້ສິດຂອງຕົນຄົນໜຶ່ງເດີນທາງໄປປະເທດຊີຣີ ແລະ ອີຣັກ ເພື່ອຮ່ວມຂະບວນການຕໍ່ສູ້ຂອງກຸ່ມລັດອິດສະລາມ ນອກຈາກນັ້ນ ເຂົາຍັງໄດ້ສ້າງຕັ້ງເຄືອຄ່າຍສື່ອອນລາຍເພື່ອໃຫ້ການສະໜັບສະໜູນຊາຍອົດສະຕຣາລີຜູ້ໜຶ່ງທີ່ພວມສູ້ຮົບກັບກຸ່ມ IS ທີ່ປະເທດຊີຣີ ຜ່ານການສືບສວນສອບສວນທີ່ໃຊ້ເວລາດົນນານພໍສົມຄວນນັ້ນ ເຈົ້າໜ້າທີ່ຕຳຫຼວດອົດສະຕຣາລີ ໄດ້ສະຫຼຸບວ່າ ນາງຄົນນີ້ມີໂທດ 3 ສະຖານຄື: ໄດ້ໃຫ້ບໍລິການແກ່ບຸກຄົນເພື່ອເດີນທາງໄປເຄື່ອນ ໄຫວກໍ່ການຮ້າຍຢູ່ຕ່າງປະເທດ ເປັນເຈົ້າການຂົນຂວາຍເອົາຄົນໄປເຂົ້າຮ່ວມກັບກຸ່ມກໍ່ການຮ້ານ ແລະ ມີຄວາມຜິດຖານໄດ້ມີສ່ວນພົວພັນກັບອົງການຈັດຕັ້ງດັ່ງກ່າວຕາມກົດໝາຍຂອງອົດສະຕຣາລີ ໂທດສູງສຸດສຳລັບຄວາມຜິດລະດັບນີ້ ກໍຄື ຖືກຕັດອິດສະຫຼະພາບຕະຫຼອດຊີວິດ.