ປະດັບຫຼຽນກາມິດຕະພາບ ໃຫ້ທູດກໍາປູເຈຍ

    ໃນວັນທີ 23 ມີນາ 2020 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານ ແຈງ ມານິດ (CHENG Manith) ​ເອກ​ອັກຄະລາຊະທູດແຫ່ງລາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດຢູ່ລາວ ໂດຍແມ່ນທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ເປັນຜູ້ປະດັບໃນຄັ້ງນີ້.

    ທ່ານ ແຈງ ມານິດ ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລາຊະທູດແຫ່ງລາຊະອານາ ຈັກກໍາປູເຈຍ ປະຈໍາ ສປປ ລາວ ນັບຕັ້ງແຕ່ເດືອນພຶດສະພາ 2017 ຊຶ່ງຕະຫຼອດໄລຍະເວລາຂອງການປະຕິບັດໜ້າທີ່ ທ່ານໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບສອງຝ່າຍ ລາວ-ກໍາປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ແລະ ການຮ່ວມມືມາແຕ່ບູຮານນະການ ລະຫວ່າງສອງພັກ ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນວັນດຽວກັນ ທ່ານເອກອັກຄະລາຊະທູດ ແຈງ ມານິດ ກໍໄດ້ເຂົ້າຢ້ຽມອໍາລາທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນໂອກາດນີ້ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນທີ່ຫ້າວຫັນຂອງທ່ານເອກອັກຄະລາຊະທູດ ແຈງ ມານິດ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍສະເພາະແມ່ນການຮ່ວມມືໃນການຊຸກຍູ້ການເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ຄັ້ງທີ 13 ທີ່ນະຄອນຫຼວງວຽງຈັນ ໃນເດືອນກຸມພາ 2019 ຊຸກຍູ້ການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ ຊຸກຍູ້ການຍົກລະດັບການພົວພັນຮ່ວມມືສອງຝ່າຍຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຊຸກຍູ້ການຮ່ວມມື ລະຫວ່າງກະຊວງທີ່ກ່ຽວຂ້ອງຂອງສອງປະເທດ ໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກລວງກວ້າງ ຈົນສາມາດລົງນາມເອກະສານຮ່ວມກັນ 12 ສະບັບ ເປັນຕົ້ນ: ດ້ານພະລັງງານ ດ້ານວັດທະນະທໍາ ແລະ ສີລະປະກໍາ ດ້ານການສຶກສາ ດ້ານສາສະໜາ ແລະ ແຮງງານ ພິເສດແມ່ນຖະແຫຼງການຮ່ວມລະຫວ່າງສອງລັດຖະບານ ລາວ ແລະ ກໍາປູເຈຍ.

error: Content is protected !!