ສໍາມະນາການນຳໃຊ້ທຶນສົ່ງເສີມSME ເພື່ອຟື້ນຟູທຸລະກິດຫຼັງໂຄວິດ

ເພື່ອຫາທາງອອກໃຫ້ແກ່ພາກທຸລະກິດ ກໍຄືຜູ້ປະກອບການຕ່າງໆທີ່ໄດ້ຮັບຜົນກະທົບໃນໄລຍະໂຄວິດ-19 ດັ່ງນັ້ນ ສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ (ນວ) ໄດ້ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ນວ ຈັດສໍາມະນາຫົວຂໍ້: “ເສດຖະກິດໂລກ ແລະ ສປປ ລາວ ຫຼັງໂຄວິດ-19” ແລະ “ການນໍາໃຊ້ທຶນສົ່ງເສີມ SME ເພື່ອຟື້ນຟູທຸລະກິດຫຼັງໂຄວິດ-19” ຂຶ້ນວັນທີ 21 ສິງຫາ 2020 ຢູ່ສູນການຄ້າລາວ-ໄອເຕັກ ໂດຍມີທ່ານ ປອ ລີເບີ ລີບົວປາວ ປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນວ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ພ້ອມດ້ວຍບັນດາຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ. ລີເບີ ລີບົວປາວ ໄດ້ສະເໜີໃຫ້ຮູ້ກ່ຽວກັບສະພາບການຂອງໂລກ ອາຊຽນ ແລະ ສປປ ລາວ ວ່າ: ເພື່ອຍົກໃຫ້ເຫັນເຖິງບັນຫາທີ່ກ່ຽວຂ້ອງທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເວົ້າສໍາລັບລາວເຮົາ ທຸລະກິດ SME ໄດ້ຮັບຜົນກະທົບໂດຍກົງ ເປັນຕົ້ນ ຂະແໜງບໍລິການ ທ່ອງທ່ຽວ ການຜະລິດ ຂົນສົ່ງ ແລະ ອື່ນໆ ເຊິ່ງອິງຕາມການປະເມີນຂອງທະນາຄານໂລກຕໍ່ກັບການຂະຫຍາຍຕົວຂອງເສດຖະກິດລາວ ແມ່ນເຕີບໂຕຢູ່ລະດັບຕໍ່າພໍສົມຄວນໃນປີ 2020. ຜ່ານມາ ພາກລັດໄດ້ມີນະໂຍບາຍຫຼາຍດ້ານໃນໄລຍະໂຄວິດ-19 ເປັນຕົ້ນ ພາສີ-ອາກອນ ການຄ້າ ການລົງທຶນຕ່າງໆທີ່ເປັນການຊ່ວຍເຫຼືອພາກທຸລະກິດ ແລະ ໄດ້ອັດສີດເມັດເງິນຈໍານວນໜຶ່ງເຂົ້າໃນລະບົບເພື່ອແກ້ໄຂ ຟື້ນຟູຜູ້ທີ່ໄດ້ຮັບຜົນກະທົບ ນອກນັ້ນ ຍັງມີນະໂຍບາຍເງິນຕາທີ່ມີຄວາມຕ້ອງການສູງຂຶ້ນ ເຊິ່ງເປັນຄວາມຕ້ອງການທີ່ສູງໃນຮອບຫຼາຍປີ ສູງເຖິງ 19%.

ຈາກນັ້ນ ທ່ານນາງ ມອນວິໄລ ບໍລິບູນ ຮອງອໍານວຍການໃຫຍ່ ທະນາຄານ ຊາຄອມແບັງ ລາວ ໄດ້ຂຶ້ນສະເໜີ ແລະ ມີຄຳເຫັນກ່ຽວກັບບັນຫາດັ່ງກ່າວວ່າ: ທະນາຄານຊາຄອມແບັງ ລາວ ເປັນໜຶ່ງໃນ 4 ທະນາຄານທຸລະກິດທີ່ໄດ້ຮັບທຶນສົ່ງເສີມ SMEs ຈາກລັດຖະບານເພື່ອປ່ອຍກູ້ໃຫ້ບັນດາຜູ້ປະກອບການທົ່ວໄປ ທະນາຄານ ຊາຄອມແບັງລາວ ໄດ້ຊ່ວຍສົ່ງເສີມພາກທຸລະກິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ SMEs ຂອງລາວ ເຊິ່ງທະນາຄານໄດ້ມີນະໂຍບາຍເງິນກູ້ດອກເບ້ຍຕໍ່າ 3% ຕໍ່ປີ ສໍາລັບທຸລະກິດຂະແໜງປຸງແຕ່ງຜະລິດຕະພັນກະສິກໍາ ຫັດຖະກຳ ກະສິກຳປູກຝັງ ລ້ຽງສັດ ແລະ ທ່ອງທ່ຽວ ພ້ອມນັ້ນ ຍັງມີສິນເຊື່ອເງິນກູ້ເພື່ອໂຄວິດ-19 ດ້ວຍອັດຕາດອກເບ້ຍຕໍ່າ 45% ຕໍ່ປີ ແລະ ຍັງມີທຶນສະໜັບສະໜູນຈາກທະນາຄານໂລກຕື່ມອີກ.

ຄຽງຄູ່ກັນນັ້ນ ອຸປະສັກ ແລະ ຂໍ້ຈໍາກັດຂອງ SMEs ທີ່ບໍ່ສາມາດເຂົ້າຫາແຫຼ່ງທຶນຍ້ອນມີຫຼາຍສາເຫດ ເປັນຕົ້ນ ຜູ້ປະກອບການສ່ວນຫຼາຍແມ່ນບໍ່ສາມາດປະຕິບັດຕາມເງື່ອນໄຂຂອງການເຂົ້າຫາແຫຼ່ງທຶນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຂໍສິນເຊື່ອໃນຂັ້ນຕໍ່ໄປ ສິນຄ້າບາງປະເພດຍັງບໍ່ໄດ້ຄຸນະພາບ ເຮັດໃຫ້ບໍ່ສາມາດແຂ່ງຂັນໄດ້ ແລະ ຕະຫຼາດຈໍາໜ່າຍຢູ່ໃນວົງຈໍາກັດ ທັງໝົດນີ້ຍັງເປັນບັນຫາທີ່ພວກເຮົາທຸກຄົນຕ້ອງຮ່ວມກັນແກ້ໄຂ.

ສະນັ້ນເພື່ອເຮັດໃຫ້ SMEs ມີການພັດທະນາທີ່ໝັ້ນຄົງໃນອະນາຄົດ ຄວນກໍານົດຂອບເຂດການຜະລິດ ຂອບເຂດການນໍາໃຊ້ທຶນ ແລະ ປະເມີນຜົນໄດ້ຮັບເປັນແຕ່ລະໄລຍະ ເຊິ່ງອັນໃດທີ່ຜູ້ປະກອບການບໍ່ສາມາດກຸ້ມຕົນເອງໄດ້ ພາກລັດເຮົາຕ້ອງໄດ້ຊ່ວຍເຫຼືອ ຫຼື ຊອກຊ່ອງທາງການຜະລິດ ການຕະຫຼາດ ແລະ ວິທີການອື່ນໆ ເພື່ອໃຫ້ເຂົາເຈົ້າສາມາດພັດທະນາສິນຄ້າທີ່ມີຢູ່ໃຫ້ສາມາດແຂ່ງກັບຕະຫຼາດໄດ້. ນອກນັ້ນ ຜູ້ເຂົ້າຮ່ວມຍັງຮັບຟັງການສະເໜີກ່ຽວກັບການເຂົ້າເທິງແຫຼ່ງທຶນ ເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກໃຫ້ກັບຜູ້ປະກອບການ ໂດຍຜ່ານຊ່ອງທາງອື່ນໆທີ່ນໍາສະເໜີໂດຍທະນາຄານພັດທະນາລາວ ທະນາຄານ ມາຣູຮານ ເຈແປນ ລາວ ແລະ ທະຄານສົ່ງເສີມກະສິກຳ.

ໃນຕອນທ້າຍພິທີ ຍັງມີການມອບໃບຍ້ອງຍໍ ແລະ ໃບກຽດຕິຄຸນໃຫ້ກັບບັນດາຜູ້ສະໜັບສະໜູນງານ ຜູ້ປະກອບການດີເດັ່ນ ແລະ ພາກສ່ວນກ່ຽວຂ້ອງໃນການຈັດງານວາງສະແດງສິນຄ້າ ຂອງສະພາການຄ້າ ແລະ ອຸດສາຫະກໍາ ນວ ຄັ້ງນີ້ຕື່ມອີກ.

error: Content is protected !!