ສູນກາງຊາວໜຸ່ມ ຈັດກິດຈະກໍາບານເຕະຍິງ-ຊາຍ ສະເຫຼີມສະຫຼອງວັນສື່ມວນຊົນລາວ ຄົບຮອບ 70 ປີ

    ວັນທີ 21 ສິງຫາຜ່ານມານີ້ ທີ່ເດີ່ນຫຍ້າທຽມຂອງສະຖາບັນທຸລະກິດ ແສງສະຫວັນ ຫຼັກ 21 ເມືອງໄຊທານີ ສູນກາງຊາວໜຸ່ມໄດ້ຈັດກິດຈະກໍາແຂ່ງຂັນກີລາເຕະບານຍິງ-ຊາຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນລາວ ແລະ ວັນພິມຈໍາໜ່າຍ ຄົບຮອບ 70 ປີຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ປອ ຄໍາແສນ ສີສະວົງ ປະທານກຸ່ມການສຶກສາແສງສະຫວັນ ທັງເປັນປະທານສະມາຄົມນັກທຸລະກິດຫນຸ່ມ  ພ້ອມດ້ວຍນັກຂ່າວຈາກສຳນັກອ້ອມຂ້າງສູນກາງຈາກພາກສ່ວນຕ່າງໆ ແລະ ນັກກີລາເຂົ້າຮ່ວມ.

        ກິດຈະກໍາບານເຕະ-ຍິງຊາຍໃນຄັ້ງນີ້ ມີ 3 ພາກສ່ວນເຂົ້າຮ່ວມຄື: ທີມສູນກາງຊາວໜຸ່ມ, ທີມນັກຂ່າວຈາກສໍານັກອ້ອມຂ້າງສູນກາງ ແລະ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ.

    ບັນຍາກາດຂອງການແຂ່ງຂັນດັ່ງກ່າວເຕັມໄປດ້ວຍຄວາມມ່ວນຊື່ນ ຜົນການແຂ່ງຂັນມີດັ່ງນີ້:

    ທີມຊາຍ:

1. ທີມນັກຂ່າວຈາກສໍານັກອ້ອມຂ້າງສູນກາງ 1-3 ທີມສູນກາງຊາວໜຸ່ມ

2. ທີມສູນກາງຊາວໜຸ່ມ 2-1 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ

3. ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ 1-1 ທີມນັກຂ່າວຈາກສໍານັກອ້ອມຂ້າງສູນກາງ.

ທີມຍິງ:

1. ທີມສູນກາງຊາວໜຸ່ມ 0-0 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ

2. ທີມນັກຂ່າວຈາກສໍານັກອ້ອມຂ້າງສູນກາງ 0-1 ທີມສູນກາງຊາວໜຸ່ມ

3. ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ 2-0 ທີມນັກຂ່າວຈາກສໍານັກອ້ອມຂ້າງສູນກາງ.

error: Content is protected !!