
ລັດຖະບານໄດ້ມີຄວາມເອົາໃຈໃສ່ຢ່າງສູງໃນການກຽມຄວາມພ້ອມ ເພື່ອຮັບມືການລະບາດຂອງເຊື້ອພະຍາດ COVID-19 ຫາກໂຮງໝໍບໍ່ສາມາດຮອງຮັບໄດ້ຈະເຄື່ອນຍ້າຍໄປຈຸດທີ່ລັດຖະບານໄດ້ກຽມໄວ້ ໂດຍຈະສາມາດຮັບຮອງໄດ້ທັງໝົດ 1.500 ກວ່າຕຽງ.
ຂະນະທີ່ແຮງງານລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານຈຳນວນຫຼາຍພັນຄົນເດີນທາງກັບສູ່ປະເທດລາວແລ້ວ.
ວັນທີ 23 ມີນາ 2020 ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ລົງໄປກວດກາເບິ່ງພື້ນທີ່ກຳນົດເປັນຈຸດການແຍກປ່ຽວ ແລະ ການປິ່ນປົວ ຄື: ໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ ( ໜອງບົວທອງ ) ສູນຝຶກອົບຮົມວິຊາສະເພາະຄົບວົງຈອນກຳລັງປ້ອງກັນເຄື່ອນທີ່ ( ໂຮງຮຽນຕຳຫຼວດ ) ກະຊວງປ້ອງກັນຄວາມສະຫງົບບ້ານດົງຊຽງດີ ແລະ ສະໜາມກີລາແຫ່ງຊາດ ຫຼັກ 16.
ຜ່ານການລົງກວດກາເບິ່ງສະຖານທີ່ຕົວຈິງ ເຫັນວ່າ: ໂຮງຮຽນການເມືອງ- ການປົກຄອງໜອງບົວທອງ ມີຫໍພັກນັກສຶກສາສາມາດຮອງຮັບຕຽງຄົນເຈັບໄດ້ປະມານ 100 ກວ່າຕຽງ ສູນຝຶກອົບຮົມວິຊາສະເພາະຄົບວົງຈອນກຳລັງປ້ອງກັນເຄື່ອນທີ່ບ້ານດົງຊຽງດີ ມີຫໍພັກນັກຮຽນສາມາດຮອງຮັບຕຽງຄົນເຈັບໄດ້ປະມານ 200 ຕຽງ ສ່ວນສະໜາມກີລາແຫ່ງຊາດ ຫຼັກ 16 ໄດ້ແບ່ງອອກເປັນສະຖານທີ່ຮອງຮັບຫຼັກ ສາມາດຮອງຮັບໄດ້ຈຳນວນ 972 ຕຽງ ແລະ ສະຖານທີ່ສຳຮອງສາມາດຮອງຮັບໄດ້ 270 ຕຽງ ເຊິ່ງລວມທັງໝົດຈາກ 3 ສະຖານທີ່ ທີ່ໄດ້ລົງກວດກາພື້ນທີ່ຕົວຈິງໃນຄັ້ງນີ້ແມ່ນມີຄວາມສາມາດຮອງຮັບຕຽງຄົນເຈັບ ໄດ້ 1.500 ກວ່າຕຽງ.

ທ່ານ ວິໄຊ ມະນີແສງ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ ລາວ – ໄທ 1 ໄດ້ລາຍງານໃຫ້ຮູ້ວ່າ: ເພາະຕອນເຊົ້າຂອງວັນທີ 23 ມີນາ 2020 ມີແຮງງານລາວທີ່ເດີນທາງຜ່ານດ່ານຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ຈຳນວນ 521 ຄົນ ເຊິ່ງໃນນັ້ນມາຈາກ 12 ແຂວງ ຄື: ນະຄອນຫຼວງວຽງຈັນ 224 ຄົນ ແຂວງວຽງຈັນ 161 ຄົນ ໄຊຍະບູລີ 18 ຄົນ ບໍລິຄຳໄຊ 17 ຄົນ ສະຫວັນນະເຂດ 8 ຄົນ ຄຳມ່ວນ 17 ຄົນ ອຸດົມໄຊ 13 ຄົນ ຫຼວງພະບາງ 39 ຄົນ ສາລະວັນ 11 ຄົນ ຈຳປາສັກ 8 ຄົນ ບໍ່ແກ້ວ 1 ຄົນ ແລະ ໄຊສົມບູນ 4 ຄົນ.
ເພື່ອປະຕິບັດຕາມມາດຕະການຕ່າງໆທີ່ລັດຖະບານວາງອອກ. ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວບັນດາແຮງງານດັ່ງກ່າວ ຈຳນວນ 521 ຄົນ ໄວ້ທີ່ສະຖານີລົດໄຟທ່ານາແລ້ງ. ທັງນີ້ ກໍເພື່ອກັ່ນກອງຄົນເຂົ້າເມືອງຢ່າງລະອຽດ ພ້ອມໃຫ້ຄຳແນະນຳຂໍ້ມູນແກ່ເຂົາເຈົ້າເຫຼົ່ານັ້ນຮູ້ວິທີປະຕິບັດຕົນ ແລະ ມີຄວາມຮັບຜິດຊອບຕົນເອງຕໍ່ສັງຄົມ ກ່ອນຈັດສັນສົ່ງກັບພູມລຳເນົາ ພ້ອມມີເຈົ້າໜ້າທີ່ສັ່ງຢ້ຳໃຫ້ແຮງງານເຫຼົ່ານັ້ນມີການກັກຕົວ 14 ວັນ.

ນອກຈາກນີ້ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ແຮງງານລາວທີ່ກັບມາຈາກປະເທດໄທຫຼາຍແມ່ນນັບແຕ່ວັນທີ 22 ມີນາ ເປັນຕົ້ນມາ ສະເພາະຈຳນວນແຮງງານທີ່ເຂົ້າມາໃນຕອນເຊົ້າຂອງວັນທີ 23 ມີນາ 2020 ມີ 500 ກວ່າຄົນ ເຊິ່ງພວກເຮົາກໍເປັນຫ່ວງຊີວິດການເປັນຢູ່ເຂົາເຈົ້າເຫຼົ່ານັ້ນ ຈຶ່ງໄດ້ກັກຕົວໄວ້ກ່ອນເພື່ອກວດກາລະອຽດແລ້ວແນະນຳການກັກຕົວ 14 ວັນຢູ່ບ້ານ ຈາກນັ້ນກໍຈັດສົ່ງໃຫ້ກັບພູມລຳເນົາ.
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳພາດຕໍ່ສື່ມວນຊົນໃນຕອນແລງວັນທີ 22 ມີນານີ້ວ່າ: ກະຊວງສາທາລະນະສຸກ ໄດ້ມີແຈ້ງການດ່ວນເຖິງພະນັກງານທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບມືກັບແຮງງານລາວທີ່ໄປເຮັດວຽກຢູ່ໄທ ທີ່ກຳລັງເດີນທາງກັບບ້ານເກີດເມືອງນອນ ໃນຂະນະທີ່ມີການແຜ່ລະບາດຂອງພະຍາດCOVID-19ໂດຍໃຫ້ໃຊ້ມາດຕະການຄັດກອງກັບທຸກໆຄົນນັບທັງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວແມ່ນຕ້ອງຖືກຈຳກັດສະຖານທີ່ພັກເຊົາ ເປັນເວລາ 14 ວັນ ໂດຍກະຊວງສາທາລະນະສຸກ ໄດ້ຈັດສົ່ງພະນັກງານແພດ ແລະ ນັກສຶກສາພະຍາບານຫຼາຍໝື່ນຄົນ ອອກໄປສົມທົບກັບເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງໄປປະຈຳຢູ່ດ່ານຕ່າງໆໃນຂອບເຂດທົ່ວປະເທດເພາະມີແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ກຳລັງເດີນທາງກັບຄືນບ້ານເກີດເມືອງນອນຂອງຕົນ.

ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຍ້ອນປະເທດໄທໄດ້ປິດດ່ານຊາຍແດນຈາກວິກິດການພະຍາດ COVID-19 ກະຊວງສາທາລະນະສຸກ ຈຶ່ງຮຽກຮ້ອງເຖິງປະຊາຊົນ ແລະ ເຈົ້າໜ້າທີ່ ທີ່ປະຈຳຢູ່ບັນດາດ່ານ ເຂົ້າ – ອອກປະເທດ ຈົ່ງເອົາໃຈໃສ່ກວດກາຄົນທີ່ເຂົ້າ-ອອກດ່ານຢ່າງເຄັ່ງຄັດໂດຍປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ.
ຂໍ້ມູນຈາກເຈົ້າໜ້າທີ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ນັບແຕ່ທ້າຍອາທິດຜ່ານມາຈົນເຖິງປັດຈຸບັນ ໄດ້ມີແຮງງານລາວທະຍອຍກັບບ້ານຫຼາຍພັນຄົນຕໍ່ມື້. ສ່ວນໃຫຍ່ຈະແມ່ນປະຊາຊາຊົນໃນ 4 ແຂວງພາກໃຕ້ ຄື: ສາລະວັນ ເຊກອງ ອັດຕະປື ແລະ ຈຳປາສັກ ໂດຍຜ່ານດ່ານສາກົນແຫ່ງນີ້ເຊິ່ງເຈົ້າໜ້າທີ່ກໍຄືທຸກໜ່ວຍງານກ່ຽວຂ້ອງປະຈຳດ່ານກໍໄດ້ເອົາໃຈໃສ່ໃນການການກວດກາ ແລະ ເຝົ້າລະວັງຢ່າງເຄັ່ງຄັດ.
ຖ້າຫາກມີກໍລະນີສົງໄສທີມແພດຊ່ຽວຊານປະຈຳດ່ານກໍຈະໄດ້ກັກຕົວໄວ້ກ່ອນເພື່ອກວດກາຢ່າງລະອຽດໃຫ້ແນ່ໃຈວ່າບໍ່ມີແທ້ຈຶ່ງອະນຸຍາດໃຫ້ກັບບ້ານໄດ້.
ຂໍ້ມູນຈາກ: ເສດຖະກິດ-ການຄ້າ