ຜະລິດສິ້ນຝ້າຍ ຕອບສະໜອງຕາມທ່າແຮງຂອງຜູ້ຊົມໃຊ້

    ທຸລະກິດຫັດຖະກໍາຜ້າໄໝ ຕ້ອງໄດ້ໃຊ້ຕົ້ນທຶນສູງໃນການຜະລິດ ແລະ ການຕໍ່າແມ່ນໃຊ້ເວລາດົນ ເຮັດໃຫ້ລາຄາການຈໍາໜ່າຍເພີ່ມສູງຂຶ້ນ ປະຊາຊົນທີ່ມີລາຍຮັບປານກາງ ບໍ່ສາມາດຊື້ມາຊົມໃຊ້ໄດ້ ແລະ ອີງໃສ່ສະພາບການປ່ຽນແປງດ້ານເສດຖະກິດໃນປັດຈຸບັນ ຫັດຖະກໍາຜ້າໄໝໄພວັນ ໄດ້ຫັນປ່ຽນຈາກການເຮັດຫັດຖະກໍາຜ້າໄໝ ມາເຮັດຫັດຖະກໍາຜ້າຝ້າຍທີ່ມີລວດລາຍມັດໝີ່ ເພື່ອຕອບສະໜອງຕາມຄ່ານິຍົມ ແລະ ທ່າແຮງຂອງຜູ້ຊົມໃຊ້.

    ທ່ານນາງ ໄພວັນ ພັນທະວົງ ເຈົ້າຂອງຫັດຖະກໍາຜ້າໄໝໄພວັນ ໃຫ້ສໍາພາດເມື່ອບໍ່ດົນມານີ້ ວ່າ: ພາຍຫຼັງຕົນຮຽນຈົບວິຊາຊີບການຕັດຫຍິບມາ  ເພື່ອຕັດເຄື່ຶອງຈໍາໜ່າຍຕາມທ້ອງຕະຫຼາດໃຫ້ມີຕົ້ນທຶນທີ່ຕໍ່າ  ຈຶ່ງໄດ້ເລີ່ມລົງທຶນຕໍ່າແພ  ຕັດເສື້ອໄໝມ້ອນ ແລະ ສິ້ນໄໝມ້ອນແຕ່ປີ 2003 ເປັນຕົ້ນມາ ໂດຍເບື້ອງຕົ້ນ ໄດ້ຮັບການຕອບຮັບຈາກລູກຄ້າ ກໍຄືຜູ້ຊົມໃຊ້ດີສົມຄວນ ໄລຍະຕໍ່ມາ ເສດຖະກິດມີການຜັນປ່ຽນໄປຕາມແຕ່ລະຍຸກແຕ່ສະໄໝ ການຄ້າ-ຂາຍພົບຄວາມຫຍຸ້ງຍາກ ແລະ ຄູ່ແຂ່ງດ້ານທຸລະກິດຜ້າໄໝມີຈໍານວນເພີ່ມຂຶ້ນ ມາຮອດປີ 2019 ຈຶ່ງໄດ້ປ່ຽນຈາກການເຮັດຖະກໍາໄໝລາບ-ໄໝມ້ອນ ມາເຮັດຫັດຖະກໍາສິ້ນຝ້າຍ ແພຝ້າຍ ໃນນີ້ໄດ້ນໍາເອົາລາຍໄໝລາບໃນຕອນນັ້ນມາປັບປ່ຽນໃສ່ກັບຝ້າຍ ໂດຍຕົນໄດ້ອອກແບບການມັດໝີ່ລວດລາຍຕ່າງໆແຕກຕ່າງກັນ ພ້ອມທັງຍ້ອມສີທໍາມະຊາດ ແລະ ໄດ້ລົງເຄືອຫູກໃຫ້ປະຊາຊົນເຂດບ້ານເວີນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຜູ້ຕໍ່າໃຫ້ 30 ກີ່ ໃນນີ້ ໄດ້ໄລ່ຄ່າແຮງງານຮັບເໝົາໝົດເຄືອມີ ສິ້ນ ຫຼື ຜືນສິ້ນ 30 ຜືນ ຕົ້ນທຶນ 400.000 ກີບ ພາຍຫຼັງທີ່ຕໍ່າແລ້ວ ຈະຫັກຕົ້ນທຶນອອກ ສ່ວນທີ່ເຫຼືອເປັນຂອງຜູ້ຕໍ່າ ແນໃສ່ເຮັດໃຫ້ທຸລະກິດຂອງຕົນມີຄວາມຍືນຍົງ ຜ່ານການຫັນປ່ຽນດັ່ງກ່າວ ຜູ້ຕໍ່າສິ້ນໃຫ້ຕົນມີຊີວິດການເປັນຢູ່ທີ່ດີຂຶ້ນ ສ່ວນຜູ້ຊົມໃຊ້ໄດ້ໃຫ້ຄວາມສົນໃຈ ແລະ ແມ່ຍິງລາວຈໍານວນຫຼາຍໄດ້ພ້ອມກັນນຸ່ງສິ້ນຝ້າຍມັດໝີ່ໃນການດໍາລົງຊີວິດປະຈໍາວັນ ແລະ ໃສ່ໄປງານສໍາຄັນຕ່າງໆນັບມື້ເພີ່ມຂຶ້ນ.

    ຜະລິດຕະພັນຂອງຫັດຖະກໍາຜ້າໄໝໄພວັນ ໄດ້ຮັບກາໝາຍສິນຄ້າໂອດ໋ອບ ປີ 2014 ເຊິ່ງການຫັນປ່ຽນຜະລິດຕະພັນຂອງຫັດຖະກໍາດັ່ງກ່າວ ຍັງຮັກກສາຄຸນນະພາບ ສີສັນສວຍງາມຄືເກົ່າ ແຕ່ຈະມີການປັບປ່ຽນຈາກໄໝມາເປັນຝ້າຍ ແລະ ລວດລາຍ ແນໃສ່ໃຫ້ມີຄວາມສອດຄ່ອງກັບຄ່ານິຍົມຂອງສັງຄົມໃນປັດຈຸບັນ ເຊິ່ງປະກອບມີຕີນສິ້ນ ຜືນສິ້ນ ກະເປົາ ແຜຕັດເສື້ອ ລາຄາຈໍາໜ່າຍ 50.000-250.000 ກີບ ໂດຍມີຮ້ານຈໍາໜ່າຍຢູ່ບ້ານໂພນປ່າເປົ້າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພ້ອມນີ້ ຍັງໄດ້ໄປຮ່ວມຈໍາໜ່າຍໃນງານວາງສະແດງຕ່າງໆ ທີ່ພັກ ແລະ ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງຈັດຂຶ້ນແຕ່ລະໄລຍະ ນອກນີ້ ຍັງໄດ້ຂາຍທາງອອນລາຍສົ່ງຮ້ານຂາຍສິ້ນໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງຈໍານວນໜຶ່ງ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!