ກຽມສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ

    ກອງປະຊຸມຄະນະກໍາມະການລະດັບຊາດ ເພື່ອມໍລະດົກໂລກ ຄັ້ງທີ 9 ຈັດຂຶ້ນວັນທີ 20 ສິງຫາ 2020 ທີ່ຫໍວັດທະນະທຳ ແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕິກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມີທ່ານຮອງລັດຖະມົນຕິ ຖວທ ທ່ານຮອງເຈົ້າແຂວງ ຫົວໜ້າຫ້ອງການມໍລະດົກໂລກແຂວງຫຼວງພະບາງ ວັດພູຈຳປາສັກ ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.    

    ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ຫົວໜ້າກອງເລຂາຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກ ກ່າວວ່າ: ກອງປະຊຸມປະຈໍາປີ ຂອງຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກຄັ້ງນີ້ ມີຄວາມໝາຍສໍາຄັນທີ່ສຸດ ເຊິ່ງຈະໄດ້ຮັບຟັງ ປະກອບຄໍາຄິດຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ກັບການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານການປົກປັກຮັກສາມໍລະດົກໂລກທັງ 3 ແຫ່ງຂອງ ສປປ ລາວ ໃນຊຸມປີທີ່ຜ່ານມາ ບັນດາຜົນສໍາເລັດ ບັນຫາຂໍ້ຫຍຸ້ງຍາກ ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ ເປັນຕົ້ນ ການປົກປັກຮັກສາ ແລະ ພັດທະນາມໍລະດົກໂລກນະຄອນຫຼວງພະບາງ ການປົກປັກຮັກສາມໍລະດົກໂລກວັດພູຈໍາປາສັກ ແລະ ການປົກປັກຮັກສາມໍລະດົກໂລກທົ່ງໄຫຫີນ ແຂວງຊຽງຂວາງ ກອງປະຊຸມຄັ້ງນີ້ ກົມມໍລະດົກຍັງຈະໄດ້ລາຍງານເຖິງຄວາມຄືບໜ້າໃນການກະກຽມດ້ານເອກະສານຄໍາຮ້ອງ ນໍາສະເຫນີອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງ ຄໍາມ່ວນ ເຂົ້າເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນກັບ ສສ ຫວຽດນາມ ປະເດັນສໍາຄັນແມ່ນບັນຫາການພົວພັນຮ່ວມມືລະຫວ່າງຄະນະເຕັກນິກສະເພາະກິດຂອງຝ່າຍລາວ ກັບຄະນະຊ່ຽວຊານ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງຝ່າຍຫວຽດນາມ ລວມທັງຄວາມເຂົ້າໃຈຕໍ່ກັບເປົ້າໝາຍມໍລະດົກໂລກຮ່ວມຊາຍແດນລາວ-ຫວຽດນາມ ຕາມຄໍາສະເໜີແນະນໍາຂອງສູນມໍລະດົກໂລກ ອົງການອຸຍເນສໂກ ໃນເດືອນທີ່ຜ່ານມາ ທາງກົມມໍລະດົກກໍໄດ້ປັບປຸງເອກະສານບັນຊີລໍຖ້າຂອງຫີນໜາມໜໍ່ ແລະ ຈະໄດ້ຍື່ນຄືນຕໍ່ສູນມໍລະດົກໂລກ ທັງນີ້ກໍແມ່ນເພື່ອໃຫ້ມີຄວາມສອດຄ່ອງດ້ານມາດຖານ ແລະ ເງື່ອນໄຂເພື່ອຮັບຮອງເປັນມໍລະດົກໂລກໃນໂອກາດຕໍ່ໄປ.

# ຂ່າວ & ພາບ: ບຸນມີ

error: Content is protected !!