7 ໜ່ວຍພັກ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

    ເພື່ອຢັ້ງຢືນຜົນງານໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ຂອງບັນດາໜ່ວຍພັກທີ່ຂຶ້ນກັບພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ວັນທີ 19 ສິງຫາ 2020 ພະແນກ ຖວທ ນວ ຈຶ່ງໄດ້ມີພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ  ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ໃຫ້ 7 ໜ່ວຍພັກ ເຊິ່ງມອບໂດຍສະຫາຍ ພອນຈັນ ແພງພູວັນ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຖວທ ນວ ມີຄະນະພັກຮາກຖານ ຮອງເລຂາຄະນະພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ສໍາລັບໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນໜ່ວຍປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ຄັ້ງນີ້ ປະ ກອບມີ ໜ່ວຍພັກຂະແໜງວັດທະນະທຳ ໜ່ວຍພັກຂະແໜງທ່ອງທ່ຽວ ໜ່ວຍພັກໜັງສືພິມວຽງຈັນໃໝ່ ແລະ ຖະແຫຼງຂ່າວ ໜ່ວຍພັກວິທະຍຸ-ໂທລະພາບ ນວ ໜ່ວຍພັກໂຮງພິມນະຄອນຫຼວງວຽງຈັນ ໜ່ວຍສະມາຄົມທ່ອງທ່ຽວລາວ ແລະ ໜ່ວຍພັກເຄຫາ ການຄ້າແມ່ຂອງ.

    ນອກນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍ 3 ພາກສ່ວນ ທີ່ມີຜົນງານດີ ເດັ່ນໃນການປະກອບສ່ວນປະຕິບັດວຽກງານໄລຍະຜ່ານມາ ຕື່ມອີກ.

# ຂ່າວ & ພາບ: ອົ່ນໄຟສົມທອງ

error: Content is protected !!