ສປປ ລາວ ຍັງເປັນປະເທດໜຶ່ງທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ເປັນວົງກວ້າງ ເນື່ອງຈາກປັດຈຸບັນ ບັນດາປະເທດໃກ້ຄຽງ ກໍຄື ສປປ ລາວ ເຮົາຍັງກວດພົບຄົນເຈັບຕິດເຊື້ອພະຍາດດັ່ງກ່າວ ເຖິງຈະເປັນການຕິດເຊື້ອພະຍາດມາຈາກປະເທດອື່ນກໍຕາມ ເພື່ອປ້ອງກັນບໍ່ໃຫ້ພະຍາດນີ້ເຂົ້າມາແຜ່ລະບາດເປັນວົງກວ້າງ ທຸກພາກສ່ວນໃນສັງຄົມຈົ່ງພາກັນເອົາໃຈໃສ່ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມລຶ້ງເຄີຍ ເຊັ່ນ: ອອກຈາກເຮືອນເມື່ອຈຳເປັນ ໃຫ້ໃສ່ຜ້າອັດປາກ-ດັງ ເວລາອອກຈາກເຮືອນ ຫຼືໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ລ້າງມືເລື້ອຍໆດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ປະຕິບັດການຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ ກິນອາຫານທີ່ປຸງສຸກ ໃໝ່ ຄວນແຍກຂອງໃຊ້ສ່ວນຕົວບໍ່ໃຊ້ຮ່ວມກັບຜູ້ອື່ນ ເມື່ອກັບຮອດເຮືອນ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາຮອບໃໝ່ໃນປະເທດເຮົາ.

ວັນທີ 20 ສິງຫາ 2020 ຢູ່ກະຊວງສາທາລະນະສຸກ ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວ ວ່າ: ມາຮອດວັນທີ 20 ສິງຫາ 2020 ທົ່ວໂລກມີການລາຍງານການລະບາດ 213 ປະເທດ/ເຂດ ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 22.547.652 ຄົນ ເສຍຊິວິດ 789.739 ຄົນ ກວມເອົາ 3,5% ຂອງຜູ້ຕິດເຊື້ອທັງໝົດ ປີ່ນປົວຫາຍດີ 15.280.567 ຄົນ ກວມເອົາ 67,7% ຂອງຜູ້ຕິດເຊື້ອທັງໝົດ.

ສໍາລັບ ສປປ ລາວ ມາຮອດວັນທີ 19 ສິງຫາ 2020 ມີຜູ້ເດີນທາງເຂົ້າມາ 2.003 ຄົນ ໃນນີ້ຜ່ານດ່ານ ລາວ-ໄທ 1.125 ຄົນ ຜ່ານດ່ານ ລາວ-ຈີນ 16 ຄົນ ຜ່ານດ່ານ ລາວ-ຫວຽດນາມ 707 ຄົນ ຜ່ານສະໜາມບິນສາກົນວັດໄຕ 155 ຄົນ ເຊິ່ງທຸກຄົນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ ມື້ດຽວກັນນີ້ ຍັງໄດ້ເກັບຕົວຢ່າງມາກວດວິເຄາະ 406 ຄົນ ເຊິ່ງທັງໝົດບໍ່ພົບເຊື້ອ ປັດຈຸບັນ ມີຄົນເຈັບຕິດເຊື້ອພະຍາດໂຄວິດ-19 ປີ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ.
# ຂ່າວ & ພາບ: ເພັດສະໝອນ