ກອງປະຊຸມລັດຖະມົນຕີກະສິກໍາອາຊຽນ ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

    ກອງປະຊຸມສະໄໝພິເສດທາງໄກ ຂອງລັດຖະມົນຕີກະສິກໍາອາຊຽນ ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ພາຍໃຕ້ຫົວຂໍ້ “ການຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມຕ້ານທານໃນການສ້າງ ແລະ ຟື້ນນຟູແຜນພັດທະນາ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19” ຈັດຂື້້ນວັນທີ 19 ສິງຫາ 2020 ຢູ່ກະຊວງກະສິກໍາ ແລະ ປ່າໄມ້ ພາຍໃຕ້ການເປັນປະທານຂອງທ່ານ ອັງທູ ລັດຖະມົນຕີກະຊວງກະສິກໍາ ລ້ຽງສັດ ແລະ ຊົນລະປະທານຂອງມຽນມາ ແລະ ການເຂົ້າຮ່ວມຂອງທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມລັດຖະມົນຕີກະຊວງກະສິກໍາຈາກ 10 ປະເທດສະມາຊິກອາຊຽນ.

    ທ່ານ ລິນຄໍາ ດວງສະຫວັນ ມີຄໍາເຫັນໃນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈັດຂື້ນໃນໄລຍະທີ່ຫຼາຍປະເທດສະມາຊິກອາຊຽນກໍາລັງປະເຊີນກັບສິ່ງທ້າທາຍຈາກການລະບາດຂອງພະຍາດໂຄວິດ 19 ເຊິ່ງສົ່ງຜົນກະທົບຕໍ່ຫຼາຍໆດ້ານ ໃນການຜະລິດເປັນສິນຄ້າ ກໍຄືແຜນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ສະນັ້ນ ກອງປະຊຸມໃນເທື່ອນີ້ ຜູ້ເຂົ້າຮ່ວມຕ້ອງສົນທະນາກັນຢ່າງກົງໄປກົງມາ ແລະ ທົບທວນຄືນຫຼາຍໆບັນຫາທີ່ກ່ຽວຂ້ອງກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະແຕ່ປິ 2016 ຫາ 2020 ແລະ ແຜນວຽກທີ່ກ່ຽວຂ້ອງກັບອາຊຽນ ລວມທັງຄູ່ຮ່ວມມືຕ່າງໆຂອງອາຊຽນ ທ່ານ ລິນຄໍາ ດວງສະຫວັນ ເຊື່ອໝັ້ນວ່າ: ກອງປະຊຸມຄັ້ງນີ້ຍັງເປັນໂອກາດດີໃຫ້ແກ່ປະເທດສະມາຊິກອາຊຽນ ໃນການກ້າວໄປຂ້າງໜ້າ​ ໂດຍສະເພາະການສ້າງໂຄງການຫຼາຍຝ່າຍ ກ່ຽວກັບການຟື້ນຟູເສດຖະກິດໃນຊົນນະບົດ​ ການສົ່ງເສີມທີ່ມີປະສິດທິຜົນສໍາລັບການຫຼຸດຜ່ອນຄວາມທຸກຍາກເຊິ່ງກັນ ແລະ ກັນ ທີ່ສອດຄ່ອງກັບການຈັດຕັ້ງປະຕິບັດ SDG 1 ຮອດປີ 2030 ຂອງກອງປະຊຸມສະຫະປະຊາຊາດໄດ້ກໍານົດອອກ ໂດຍສອດຄ່ອງກັບແຜນປະຕິບັດງານຂອງອາຊຽນໃນປີ 2025 ລວມທັງແຜນການຂອງອາຊຽນເພື່ອຫຼຸດຜ່ອນຊ່ອງຫວ່າງຂອງການພັດທະນາລະຫວ່າງບັນດາປະເທດສະມາຊິກອາຊຽນດ້ວຍກັນ ຕະຫຼອດເຖິງຄູ່ຮ່ວມງານພາຍນອກ ເພື່ອສະໜັບສະໜູນກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບການລຶບລ້າງຄວາມທຸກຍາກ​ ການສ້າງພື້ນຖານໂຄງລ່າງ ລວມທັງການເຊື່ອມຕໍ່ໃນບັນດາປະເທດສະມາຊິກອາຊຽນໃໝ່ ຄືກໍາປູເຈຍ ​ລາວ​ ມຽນມາ ແລະ ໄທ ຫຼື​ CLMV ລວມທັງວຽກງານອື່ນໆອີກ.

  # ຂ່າວ & ພາບ: ສີພອນ

error: Content is protected !!