ກຸ່ມກະສິກຳອິນຊີທົ່ງມັ່ງຂະຫຍາຍເນື້ອທີ່ການຜະລິດໄດ້ 31,5ເຮັກຕາ ສ້າງລາຍຮັບໄດ້ 346 ລ້ານກວ່າກີບ

    ກຸ່ມກະສິກຳອິນຊີ ບ້ານທົ່ງມັ່ງ ນະຄອນຫຼວງວຽງຈັນ ເປັນກຸ່ມໜຶ່ງທີ່ວາງເປົ້າໝາຍການຜະລິດໃສ່ຜູ້ມີລາຍຮັບໜ້ອຍ ໃຫ້ສາມາດບໍລິໂພກພືດຜັກປອດສານພິດ ແລະໃຫ້ມີພຶດຜັກອິນຊີເຂົ້າເຖິງຕະຫຼາດໃນທຸກລະດັບ ເພີ່ມປະລິມານການຜະລິດໃຫ້ມີຄຸນນະພາບ ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດ.

    ທ່ານ ນາງ ຄຳມອນ ຫຼວງລາດ ຕາງໜ້າໃຫ້ຜູ້ປູກພືດກະສິກຳອິນຊີບ້ານທົ່ງມັ່ງ ໄດ້ຂຶ້ນປະກອບຄຳເຫັນກ່ຽວກັບໝາກຜົນຂອງການດຳເນີນການປູກຜັກກະສິກຳອິນຊີໃນກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນແມ່ຍິງນະຄອນຫຼວງວຽງຈັນໃນວັນທີ 19 ສິງຫາ 2020 ວ່າ: ກຸ່ມກະສິກຳອິນຊີຂອງພວກເຮົາໄດ້ສ້າງຕັ້ງຂຶ້ນໃນເດືອນພຶດສະພາ ປີ 2015 ເບື້ອງຕົ້ນ ມີຊາວກະສິກອນເຂົ້າຮ່ວມເປັນສະມາຊິກ 12 ຄອບຄົວ ເຊິ່ງການດຳເນີນການປູກຜັກກະສິກຳອິນຊີໃນ 6 ເດືອນ ກຸ່ມມີທ່າອ່ຽງຈະລົ້ມລະລາຍ ເມື່ອເຫັນວ່າສະພາບຂອງກຸ່ມເປັນແນວນັ້ນ ໃນທ້າຍປີ 2015 ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລະດົມ ແລະ ປັບປຸງໂຄງຮ່າງການຈັດຕັ້ງ ແລະ ເລືອກເຟັ້ນສະມາຊິກຊຸດໃໝ່ ເຊິ່ງໃຫ້ໂອກາດສະເພາະຄອບຄົວທີ່ມີຄວາມເຂົ້າໃຈຕໍ່ຄວາມໝາຍຄວາມສຳຄັນຂອງພືດຜັກອິນຊີ ແລະ ຜູ້ທີ່ມີຄວາມຄິດອຸດົມການດຽວກັນ ພ້ອມທັງໄດ້ຈັດສັນເນື້ອທີ່ການຜະລິດຄືນໃໝ່ ເຊິ່ງໄດ້ເຊົ່າດິນ 1 ຕອນ ມີເນື້ອທີ່ 1,5 ເຮັກຕາ ໂດຍອອກທຶນກັນບຸກເບີກເນື້ອທີ່ ແລະ ທາງຫ້ອງການກະສິກຳ-ປ່າໄມ້ເມືອງໄດ້ສະໜັບສະໜູນຜ້າຢາງຈຳນວນ 5 ກໍ້ ແລະ ແນວພັນພືດ ມູນຄ່າ 18 ລ້ານກີບ ນອກນັ້ນແມ່ນທຶນຂອງຊາວສວນເອງ ສ່ວນທາງວິຊາການກໍໄດ້ຮັບການເຝິກອົບຮົມການເຮັດສະໝຸນໄພ ການເຮັດຝຸ່ນບົ່ມ ການບໍລິຫານຈັດການກຸ່ມ ການກວດມາດຕະຖານນາອິນຊີ ແລະ ອື່ນໆ.

    ມາຮອດປີ 2016 ໄດ້ຈັດຕັ້ງຄະນະຮັບຜິດຊອບບໍລິຫານງານກຸ່ມ ມີ 5 ສະຫາຍ ຍິງ 3 ສະຫາຍ ໄດ້ປັບປຸງນິຕິກຳຄືນໃໝ່ ໄດ້ຮັບຮອງມາດຕະຖານອິນຊີຈາກທາງການ ຫຼັງຈາກນັ້ນ ຈຶ່ງໄດ້ນຳຜົນຜະລິດເຂົ້າຂາຍໃນຕະຫຼາດກະສິກຳອິນຊີ ນວ ໃນເວລານັ້ນ ເນື້ອທີ່ການຜະລິດມີເຮືອນຮົ່ມພຽງ 15 ຫຼັງ ລາຍຮັບຂອງສະມາຊິກ 800.000 ກີບ ຕໍ່ເດືອນຕໍ່ຄອບຄົວ ມາຮອດປີ 2017 ຊາວສວນເຫັນວ່າການປູກຜັກອິນຊີມີລາຍໄດ້ດີ ຂາຍໄດ້ລາຄາດີ ຈຶ່ງໄດ້ຂະຫຍາຍເນື້ອທີ່ອອກເປັນ 1,5 ເຮັກຕາ ເພີ່ມຂຶ້ນເປັນ 4 ເຮັກຕາ ຂະຫຍາຍສະມາຊິກເພີ່ມຂຶ້ນເປັນ 18 ຄອບຄົວ ພິເສດ ໃນປີນີ້ໄດ້ເຂົ້າເປັນສະມາຊິກເຄືອຂ່າຍຊາວກະສິກອນລາວ ໄດ້ນຳສະເໜີຂໍໃບຢັ້ງຢືນມາດຕະຖານອິນຊີຈາກກົມປູກຝັງຢ່າງເປັນທາງການ ເພື່ອເປັນການຢັ້ງຢືນຜົນຜະລິດເປັນສິນຄ້າ ພ້ອມດຽວກັນນັ້ນຍັງຂະຫຍາຍເຮືອນຮົ່ມຈາກ 15 ຫຼັງເພີ່ມເປັນ 50 ຫຼັງ ມາຮອດປີ 2019 ໄດ້ຂະຫຍາຍເນື້ອທີ່ການຜະລິດເພີ່ມຂຶ້ນຈາກ 4 ເຮັກຕາ ມາເປັນ 31,5 ເຮັກຕາ ໃນນີ້ ມີໄມ້ໃຫ້ໝາກ 11,5 ເຮັກຕາ ຕົ້ນກ້ວຍ ແລະ ໝາກຫຸ່ງ 12 ເຮັກຕາ ພືດຜັກ 4 ເຮັກຕາ ສະມາຊິກເພີ່ມຂຶ້ນ 56 ຄົນ ແລະ ມີໄວໜຸ່ມມາເປັນອາສາສະໝັກ 12 ຄົນ ເຊິ່ງໃນ 6 ເດືອນທ້າຍປີ 2019 ສາມາດຜະລິດຜົນຜະລິດສົ່ງຂາຍປ້ອນຕະຫຼາດຄື: ຜະລິດພຶດກິນໝາກ ກິນໜໍ່ 5.240 ກິໂລ ຊະນິດກິນໃບ 29.400 ກິໂລ ລວມທັງໝົດ 34.640 ກິໂລ ສະເລ່ຍລາຄາຂາຍກິໂລລະ 10 ພັນກີບ ລວມເປັນເງິນ 346 ລ້ານກວ່າກີບຕໍ່ປີ.

 # ຂ່າວ & ພາບ: ເພັດສະໝອນ

error: Content is protected !!