ເມືອງມໍລະດົກໂລກ ຈັດຊ່ວງເຮືອຮັກສາຮີດຄອງປະເພນີ

ວັນ​ທີ 18 ສິງ­ຫາ 2020  ນະ­ຄອນ­ຫຼວງ​ພະ​ບາງ ໄດ້​ຈັດ ການ​ຊ່ວງ​ເຮືອ ເພື່ອ​ຄອບ​ສາຍ​ນ້ຳ ແລະ ສະ­ຖານ­ທີ່​ສັກ­ສິດ ໂອ­ກາດ​ບຸນ​ຫໍ່​ເຂົ້າ­ປະ­ດັບ­ດິນ ປະ­ຈຳ​ປີ ພສ 2563 ຮັບ­ປະ­ກັນ​ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໂດຍ​ມີ​ການ​ນຳ​ຂອງ​ແຂວງ-ນະ­ຄອນ ແລະ ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ ຈັນ​ສຸກ ພັນ​ໂດ​ລັກ ເຈົ້າ​ນະ­ຄອນ­ຫຼວງ​ພະ​ບາງ ມີ​ຄຳ​ເຫັນ​ຕໍ່​ພິ­ທີ​ວ່າ: ເປັນ​ປະ­ຈຳ​ທຸກ​ປີ ພໍ​ຮອດ​ມື້​ແຮມ 14 ຄ່ຳ​ເດືອນ 9 ທີ່​ຊາວ​ຫຼວງ​ພະ​ບາງ ເມືອງ​ມໍ­ລະ­ດົກ​ໂລກ ໄດ້​ພ້ອມ​ກັນ​ເຮັດ­ບຸນ​ໃສ່​ບາດ ທັງ​ຈັດ​ໃຫ້​ມີ​ການ​ຊ່ວງ​ເຮືອ​ປະ­ເພ­ນີ ເນື່ອງ​ໃນ​ໂອ­ກາດ​ບຸນ​ຫໍ່​ເຂົ້າ​ປະ­ດັບ​ດີນ ອັນ​ເປັນ​ປາງ​ບຸນ​ໜຶ່ງ ທີ່​ໄດ້​ສືບ​ທອດ​ກັນ​ມາ​ແຕ່​ດຶກ​ດຳ​ບັນ ແລະ ຍັງ​ຄົງ​ຮັກ­ສາ​ໄດ້​ຮີດ­ຄອງ​ປະ­ເພ­ນີ ທີ່​ເປັນ​ເອ­ກະ­ລັກ​ອັນ​ດັ້ງ­ເດີມ ສະ­ເພາະ​ປີ​ນີ້ ຍ້ອນ​ສະ­ພາບ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ ລວມ​ທັງ​ປະ­ເທດ​ລາວ​ໄດ້​ປະ­ສົບ​ກັບ​ສະ­ພາບ​ການ​ລະ­ບາດ ຂອງ​ພະ­ຍາດ​ໂຄ​ວິດ-19 ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ພະ​ບາງ ຈື່ງ​ຈັດ​ໃຫ້​ມີ​ການ​ປະ­ກອບ​ພິ­ທີ​ທາງ​ສາ­ສະ­ໜາ ຕາມ​ຮີດ­ຄອງ​ປະ­ເພ­ນີ​ດັ້ງ­ເດີມ ເພື່ອ​ບໍ່​ໃຫ້​ມີ​ມວນ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳ­ນວນ​ຫຼາຍ ຮັບ­ປະ­ກັນ​ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແຕ່​ຕ້ອງ​ປະ­ຕິ­ບັດ​ຮີດ­ຄອງ​ໃຫ້​ຄົບ.

ການ​ຊ່ວງ​ເຮືອ​ໃນ​ປີ​ນີ້ ອົງ­ການ​ປົກ­ຄອງ​ນະ­ຄອນ ໄດ້​ຈັດ​ແບບ​ກະ­ທັດ​ຮັດ ໂດຍ​ອະ­ນຸ­ຍາດ​ໃຫ້​ເຮືອ​ຊ່ວງ​ເຂົ້າ​ຮ່ວມ​ຊ່ວງ​ທັງ​ໝົດ 4 ລຳ ມາ​ຈາກ​ບ້ານ​ຫາດ​ຮ່ຽນ 1 ລຳ ບ້ານ​ຊຽງ​ທອງ-ຄີ­ລີ 1 ລຳ ວັດ​ໃໝ່​ສຸ­ວັນ­ນະ​ພູມ​ມະ​ຣາມ 1 ລຳ ແລະ ບ້ານ​ສັງ­ຄະ​ໂລກ 1 ລຳ ໃນ​ນັ້ນ ເລີ່ມ​ຈາກ​ເຮືອ​ນາງ​ດຳ​ນາງ​ດ່ອນ ອັນ​ເປັນ​ເຮືອ​ຕາມ​ຮີດ­ຄອງ​ປະ­ເພ­ນີ ຈາກ​ນັ້ນ ໄດ້​ຈັດ­ການ​ຊ່ວງ​ແບບ​ພົບ​ກັນ​ໝົດ ລວມ​ທັງ​ໝົດ 7 ລ່ອງ ຕອນ​ທ້າຍ ໄດ້​ມີ​ການ​ມອບ​ເງິນ​ລາ­ງວັນ​ຊຸກ­ຍູ້​ເຮືອ​ຊ່ວງ​ທີ່​ເຂົ້າ​ຮ່ວມ ຕື່ມ​ອີກ.

error: Content is protected !!