ທ່ານ ເສດຖາ ພົມມະຈັກ ປະທານສະຫະພັນກີລາດອກປີກໄກ່ ນະຄອນຫຼວງວຽງຈັນ ປະທານສະໂມສອນດອກປີກໄກ່ເສດຖາ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສະໂມສອນເສດຖາ ສ້າງຕັ້ງປີ 2016 ເປົ້າໝາຍ ແມ່ນຢາກສ້າງເວທີໃຫ້ມວນຊົນຊາວລາວ ກໍຄື ຊາວນະຄອນ
ຫຼວງວຽງຈັນ ຫັນມາຫຼິ້ນກີລາ ເພື່ອໃຫ້ມີສຸຂະພາບແຂງແຮງແລະ ກັບມານິຍົມຊົມຊອບກີລາ ດອກປີກໄກ່ໃຫ້ເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເລື້ອຍໆ ທັງເປັນການສົ່ງເສີມໃຫ້ນັກກີລາຮຸ່ນໜຸ່ມເຂົ້າຮ່ວມສັງກັດສະໂມສອນເສດຖາ ເພື່ອພັດທະນາກ້າວສູ່ທີມຊາດ ປັດຈຸບັນສາມາດສ້າງນັກກີລາຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປໄດ້ແລ້ວ 20 ກວ່າຄົນ ນອກນີ້ ຍັງມີປະຊາຊົນຮຸ່ນໜຸ່ມນ້ອຍສະໝັກຫຼິ້ນອີກ 40 ກວ່າຄົນ ເຊິ່ງທັງໝົດຈະໄດ້ສົ່ງເຂົ້າຮ່ວມແຂ່ງຂັນກີລາດອກປີກໄກ່ ທົ່ວປະເທດ ຄັ້ງທີ 20 ຊີງຂັນປະ ທານສະພາແຫ່ງຊາດ ປະຈຳປີ 2020 ຄົບທຸກລາຍການ.
ຕົນຮູ້ສຶກເປັນກຽດ ແລະ ພາກ ພູມໃຈທີ່ສຸດ ທີ່ສະໂມສອນຂອງພວກເຮົາໄດ້ເປັນແຫຼ່ງສຳຄັນສືບຕໍ່ຈັດແຂ່ງຂັນລາຍການລະ ດັບນານາຊາດ ແລະ ລະດັບປະ ເທດຫຼາຍຄັ້ງ ໂດຍສະເພາະລາຍການຊີງແຊັມນານາຊາດ ອິນເຕີເນຊັນແນວ ຊີຣີ 2 ຄັ້ງພິ ເສດທີ່ສຸດປີນີ້ ພໍດີຄົບຮອບ 20 ປີ ໃນການຈັດແຂ່ງຂັນລາຍການເບຍລາວ ໂອເພັນ 2020 ສະ ໂມສອນພວກເຮົາຈະສົ່ງນັກກີ ລາຊຸດດຽວກັບຊຸດກຽມສົ່ງເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ແຂວງຊຽງຂວາງ ເຊິ່ງພວກເຮົາໝັ້ນໃຈວ່າຈະສາມາດສ້າງຜົນງານຄວ້າຫຼຽນໃດໜຶ່ງແລະ ຂັນຊະນະເລີດບາງລາຍ ການໄດ້.
ຄວາມຄືບໜ້າໃນການກະ ກຽມຄວາມພ້ອມສະໜາມຈັດການແຂ່ງຂັນ ປັດຈຸບັນໄດ້ປັບ ປຸງສະໜາມສຳເລັດ ເພື່ອໃຫ້ ເໝາະສົມກັບການແຂ່ງຂັນລະ ດັບປະເທດ ໂດຍມີ 10 ຂອດ ແຕ່ການແຂ່ງຂັນຕົວຈິງອາດຈະນຳໃຊ້ 5-6 ຂອດ ເພາະຈະໄດ້ຂະຫຍາຍບ່ອນນັ່ງກອງເຊຍຕື່ມອີກ ຄາດວ່າຈະສາມາດຮອງ ຮັບຜູ້ຊົມຜູ້ເຊຍເຖິງ 3.000-4.000 ຄົນ.
ການແຂ່ງຂັນດອກປີກໄກ່ ເບຍລາວ ໂອເພັນ 2020 ຈະແຂ່ງຂັນວັນທີ 20-23 ສິງຫາ ຢູ່ສະໂມສອນດອກປີກໄກ່ເສດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີ 11 ລາຍການ ຄື: ປະເພດດ່ຽວເຍົາວະຊົນຊາຍ 14 ປີ ດ່ຽວເຍົາວະຊົນຍິງ-ຊາຍ 17 ປີ ຄູ່ປະສົມເຍົາວະຊົນຊາຍ 17 ປີ ດ່ຽວຊາຍທົ່ວໄປ ຄູ່ຍິງ-ຄູ່ຊາຍທົ່ວໄປ ຄູ່ອາວຸໂສຊາຍອາຍຸລວມ 90 ປີຂຶ້ນໄປ ຄູ່ອາວຸໂສຊາຍອາ ຍຸລວມ 100 ປີຂຶ້ນໄປ ຄູ່ເຍົາວະຊົນຊາຍ 17 ປີ ຄູ່ສະໝັກຫຼິ້ນຊາຍ ແລະ ຄູ່ປະສົມທົ່ວໄປ.