ພະຍາດຕິດຕໍ່ທາງເພດສຳພັນບາງຊະນິດທີ່ (ຖົງຢາງອະນາໄມ) ກໍຊ່ວຍຫຍັງບໍ່ໄດ້

ອ່ານ​ດ່ວນ.. ດ່ວນ..!! ພະຍາດ​ຕິດ­ຕໍ່​ທາງ​ເພດ​ສຳ­ພັນ ທີ່ (ຖົງ​ຢາງ​ອະ­ນາ­ໄມ) ກໍ​ຊ່ວຍ​ຫຍັງ​ບໍ່​ໄດ້ ?? ທຸກ​ຄົນ​ເຂົ້າ­ໃຈ​ວ່າ (ຖົງ​ຢາງ​ອະ­ນາ­ໄມ) ເປັນ​ສິ່ງ​ໜຶ່ງ​ທີ່​ຈະ​ບໍ່​ຍອມ​ໃຫ້​ຂາດ ເມື່ອ​ຕ້ອງ​ມີ​ເພດ​ສຳ­ພັນ ເພາະ­ວ່າ​ນອກ­ຈາກ​ຈະ​ປ້ອງ​ກັນ​ການ​ຖື­ພາ​ແລ້ວ ຍັງ​ຊ່ວຍ​ປ້ອງ​ກັນ​ໂລກ​ຕິດ­ຕໍ່​ທາງ​ເພດ​ສຳ­ພັນ​ໄດ້​ອີກ​ດ້ວຍ ແລະ ໂຣກ HIV ໄດ້​ເຖິງ 98% ເລີຍ.

ແຕ່​ມີພະຍາດ​ຕິດ­ຕໍ່​ທາງ​ເພດ​ສຳ­ພັນ​ບາງ​ຊະ­ນິດ ທີ່​ໃຊ້​ຖົງ​ຢາງ​ອະ­ນາ­ໄມ​ກໍ​ບໍ່​ໄດ້​ຊ່ວຍ​ຫຍັງ​ເລີຍ ນັ້ນ​ກໍ​ຄື ໂລກ​ຫອນ­ໄກ່ ໂລກ​ນີ້​ສາ­ມາດ​ແຜ່​ເຊື້ອ​ດ້ວຍ​ການ​ສຳ­ຜັດ​ທາງ​ຜິວ­ໜັງ​ໄດ້.

ມີ​ເພດ​ສຳ­ພັນ​ແບບ​ໃດ​ຈະ​ຕິດ­ເຊື້ອ ແລະ ຕິດ­ເຊື້ອ​ໄດ້​ຫຼາຍ​ທີ່​ສຸດ ຄື​ການ​ທີ່​ມີ​ເພດ​ສຳ­ພັນ​ທາງ​ປາກ ທາງ​ຮູ​ທະ­ວານ​ໜັກ ມີ​ຄວາມ​ສ່ຽງ​ສູງ ເພາະ​ອະ​ໄວ​ຍະ​ວະ​ເພດ​ຊາຍ​ເຮັດ​ໃຫ້​ເກີດ​ແຜ​ທະ​ລອກ​ໄດ້​ງ່າຍ ເຮັດ​ໃຫ້​ເຊື້ອ​ໂລກ​ຜ່ານ​ເຂົ້າ​ໄປ​ສູ່​ແຜ​ໄດ້​ງ່າຍ​ຂຶ້ນ.

+ ຖົງ​ຢາງ​ອະ­ນາ­ໄມ​ຊ່ວຍ​ໄດ້​ແນ່­ນອນ ຖ້າ​ໃຊ້​ຖືກ​ວິ­ທີ

1. ຄວນ​ເລືອກ​ຂະ­ໜາດ​ຖົງ​ຢາງ​ໃຫ້​ເໝາະ​ກັບ​ຂະ­ໜາດ​ອະ​ໄວ​ຍະ​ວະ​ເພດ​ຂອງ​ຜູ້​ຊາຍ ຫາກ​ບໍ່​ແນ່​ໃຈ​ວ່າ​ຕ້ອງ​ໃຊ້​ຂະ­ໜາດ​ໃດ ໃຫ້​ຊື້​ມາ​ຫຼາຍໆ​ຂະ­ໜາດ ແລ້ວ​ສັງ­ເກດ​ຄວາມ​ແໜ້ນ​ໃນ​ການ​ສວມ​ໃສ່.
2. ບໍ່​ຄວນ​ໃສ່​ຖົງ​ຢາງ​ອະ­ນາ­ໄມ 2 ຊ້ອນ​ຕໍ່​ການ​ໃຊ້ 1 ຄັ້ງ ເພາະ​ອາດ​ເຮັດ​ໃຫ້​ຖົງ​ຢາງ​ອະ­ນາ­ໄມ​ສຽດ​ສີ​ກັນ​ຈົນ​ຂາດ​ໄດ້​ງ່າຍ.
3. ຄວນ​ໃຊ້​ຖົງ​ຢາງ​ອະ­ນາ­ໄມ 1 ຄັ້ງ​ຕໍ່ 1 ຖົງ ໃຊ້​ແລ້ວ​ໃຫ້​ຖິ້ມ​ເລີຍ ຫ້າມ​ໃຊ້​ຮອບ​ສອງ.
4. ສາ­ມາດ​ໃຊ້​ສານ​ລໍ່​ລື້ນ ທາ​ພາຍ​ນອກ​ຖົງ​ຢາງ​ອະ­ນາ­ໄມ​ໄດ້ ເພື່ອ​ໃຫ້​ໃຊ້​ງ່າຍ​ຂຶ້ນ ແຕ່​ຄວນ​ເລືອກ​ໃຊ້​ຊະ­ນິດ​ເຈວ ບໍ່​ຄວນ​ໃຊ້​ນ້ຳ­ມັນ.
5. ຄວນ​ຮູດ​ອາ­ກາດ​ອອກ​ຈາກ​ຖົງ​ຢາງ​ໃຫ້​ໝົດ​ກ່ອນ​ໃສ່ ເພາະ​ອາ­ກາດ​ໃນ​ຖົງ​ຢາງ​ອາດ​ເຮັດ​ໃຫ້​ຖົງ​ຢາງ​ແຕກ ຫຼື ຂາດ.
6. ຫຼັງ​ຈາກ​ການ​ມີ​ເພດ​ສຳ­ພັນ​ສຳ­ເລັດ​ຮຽບ​ຮ້ອຍ ຝ່າຍ​ຊາຍ​ຄວນ​ຖອດ​ຖົງ​ຢາງ​ອະ­ນາ­ໄມ​ອອກ​ກ່ອນ​ທີ່​ອະ​ໄວ​ຍະ​ວະ​ຈະ​ອ່ອນ​ຕົວ ປ້ອງ​ກັນ​ຖົງ​ຢາງ​ຫຼຸດ​ເຂົ້າ​ໄປ​ໃນ​ຊ່ອງ​ຄອດ​ເພດ​ຍິງ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!