ເລືອກຊື້ສາຍ USB-C ຢ່າງໃດ ໃຫ້ປອດໄພກັບສະມາດໂຟນ ແລະ ໂນດບຸ໊ກຂອງເຮົາ

ຫາກ​ເປັນ​ສາຍ Lightning ຫຼື ອຸ­ປະ­ກອນ​ເສີມ​ຂອງ Apple ຈະ​ມີ​ວິ­ທີ​ການ​ເລືອກ​ງ່າຍໆ ຄື​ເລືອກ​ອຸ­ປະ­ກອນ​ທີ່ Certified by Apple ຫຼື ທີ່​ເຮົາ​ຄຸ້ນ​ເຄີຍ​ກັນ​ໃນ​ສັນ­ຍະ­ລັກ MFi (Made for iPhone ແລະ ອື່ນໆ) ຊຶ່ງ​ອຸ­ປະ­ກອນ​ເສີມ​ທີ່​ມີ​ເຄື່ອງ­ໝາຍ​ນີ້ ໝາຍ​ເຖິງ​ວ່າ​ໄດ້​ຮັບ​ການ​ຮັບ­ຮອງ​ຈາກ Apple ແລ້ວ ແຕ່​ຫາກ​ເປັນ​ສາຍ USB-C ທົ່ວໆ​ໄປ ສຳ­ລັບ​ສະ­ມາດ​ໂຟນ Android ເດ ຈະ​ເລືອກ​ແນວ­ໃດ​ດີ ?.

ສາຍ USB-C ທີ່​ບໍ່​ໄດ້​ມາດ­ຕະ­ຖານ ຈະ​ບໍ່​ສາ­ມາດ​ເຮັດ​ວຽກ​ທີ່​ຄວາມ​ໄວ​ສູງ​ສຸດ ຫຼື ເຮັດ​ວຽກ​ໄດ້​ເຕັມ​ປະ­ສິດ­ທິ­ພາບ ຫຼື​ສາຍ​ບາງ​ຊະ­ນິດ​ກໍ​ປ່ອຍ​ໄຟ​ເກີນ​ທີ່​ກຳ­ນົດ ຊຶ່ງ​ອາດ​ເຮັດ​ໃຫ້​ອຸ­ປະ­ກອນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ໄຟ​ທີ່​ເກີນ​ໄດ້ ສຳ­ລັບ​ໃຜ​ທີ່​ກັງ­ວົນ​ເລື່ອງ​ມາດ­ຕະ­ຖານ ຫຼື​ຄວາມ​ປອດ​ໄພ​ໃນ​ຕົວ​ສາຍ USB-C ມີ​ວິ­ທີ​ເລືອກ​ງ່າຍໆ 3 ວິ­ທີ​ຄື.

ວິ­ທີ​ທີ 1: ເລືອກ​ຈາກ​ຍີ່­ຫໍ້​ທີ່​ໜ້າ​ເຊື່ອ​ຖື ເຊັ່ນ Huawei, Samsung ແລະ Apple ເປັນ­ຕົ້ນ.

ວິ­ທີ​ທີ 2: ຫາ​ສັນ­ຍະ­ລັກ SuperSpeed+ (SS+) ແຕ່​ບາງ​ສາຍ​ອາດ​ໃຊ້​ໂລ​ໂກ​ເກົ່າ​ຢ່າງ SS ປົກ­ກະ­ຕິ ຊຶ່ງ​ໝາຍ​ເຖິງ​ການ​ມອບ​ປະ­ສິດ­ທິ­ພາບ​ຄວາມ​ໄວ​ໂອນ​ຖ່າຍ​ຂໍ້​ມູນ​ທີ 10Gbps.

ວິ­ທີ​ທີ 3: ເບິ່ງ​ສັນ­ຍະ­ລັກ USB Generation ສະ­ແດງ​ວ່າ​ສາຍ​ດັ່ງ­ກ່າວ​ຜ່ານ​ການ​ຮັບ­ຮອງ​ມາ​ແລ້ວ ອີກ​ທັງ​ຍັງ​ສາ­ມາດ​ຈຳ­ແນກ​ຮຸ່ນ​ຂອງ USB ເຊັ່ນ 3.0 ຫຼື 3.1 ໄດ້​ຢ່າງ​ຊັດ​ເຈນ​ອີກ​ດ້ວຍ.

ສ່ວນ​ສາຍ Thunderbolt ນັ້ນ ມີ​ລັກ­ສະ­ນະ​ທີ່​ເໝືອນ​ກັບ USB-C ທົ່ວໆ​ໄປ ແຕ່​ໃນ​ແງ່​ການ​ໃຊ້​ງານ​ຈິງ​ນັ້ນ​ແຕກ​ຕ່າງ​ຢ່າງ​ສິ້ນ​ເຊິງ ໂດຍ​ສະ­ເພາະ​ເລື່ອງ​ຄວາມ​ໄວ​ທີ່​ເໜືອກ​ວ່າ​ຫຼາຍ ໂດຍ Thunderbolt ຄວາມ​ຍາວ 0,5 ແມັດ ສາ­ມາດ​ໂອນ​ຖ່າຍ​ຂໍ້​ມູນ​ໄດ້​ໄວ​ເຖິງ 40Gbps ແຕ່​ເມື່ອ​ຍິ່ງ​ສາຍ​ຍາວ​ຫຼາຍ​ຂຶ້ນ​ເທົ່າ­ໃດ ຄວາມ​ໄວ​ຈະ​ຍິ່ງ​ຕົກ­ລົງ.

ຫາກ​ຕ້ອງ­ການ​ໃຊ້​ງານ Thunderbolt ກໍ​ຕ້ອງ​ໝັ້ນ​ໃຈ​ອຸ­ປະ­ກອນ​ຮອງ​ຮັບ​ດ້ວຍ ບໍ່​ດັ່ງ­ນັ້ນ ຊື້​ມາ​ເສຍ​ເງິນ​ລ້າ​ເພາະ​ລາ­ຄາ​ແພງ​ກວ່າ USB-C ທົ່ວ​ໄປ​ພໍ​ສົມ­ຄວນ.

error: Content is protected !!