ປະກາດແຕ່ງຕັ້ງຫົວໜ້າ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ

    ພິທີປະກາດແຕ່ງຕັ້ງ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 19 ສິງຫາ 2020 ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ ໂດຍເປັນປະທານທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງ ວຽງຈັນ ມີທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າພະແນກ ທ່ານ ເຈົ້າເມືອງ ຮອງເຈົ້າເມືອງ ທ່ານຜູ້ບໍລິຫານການສຶກສາ ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.   

    ໂດຍອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ມາດຕາທີ 19 ແລະ ມາດຕາທີ 20 ໝວດທີ IV ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ  ແລະ  ໜັງສືສະເໜີຂອງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະບັບເລກທີ 638/ຄຈນວ ລົງວັນທີ 23 ກໍລະກົດ 2020.

    ເຈົ້າຄອງນະຄອນຫຼວງວຽງຈັນ ຕົກລົງແຕ່ງຕັ້ງ ທ່ານ ສົມພອນ ສອນດາລາ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເປັນຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!