ຍົກລະດັບຄວາມຮູ້ການເຮັດວຽກພະນັກງານຂະແໜງທ່ອງທ່ຽວ

    ຊຸດເຝິກອົບຮົມ ວົງຈອນຊີວິດການເຮັດວຽກຂອງພະນັກງານໃນຂະແໜງທ່ອງທ່ຽວ ທີ່ສະໜັບສະໜູນໂດຍ ໂຄງການທັກສະສໍາລັບວຽກງານທ່ອງທ່ຽວ (ລາວ/029) ໄດ້ຈັດຂຶ້ນວັນທີ 19-21 ສິງຫາ 2020 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ຄໍາຫຼ້າ ຍອຍສາຍຄໍາ ຫົວໜ້າສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງ ມີວິທະຍາກອນ ແລະ ສໍາມະນາກອນທີ່ມາຈາກຮ້ານອາຫານ ໂຮງແຮມ ແລະ ບໍລິສັດທ່ອງທ່ຽວປະມານ 30 ກວ່າຄົນ.

    ເນື້ອໃນການເຝິກອົບຮົມຄັ້ງນີ້ ປະກອບມີ ການສະເໜີພາບລວມຂອງ 6 ບາດກ້າວສູ່ຜົນສໍາເລັດ ກັບວົງຈອນຊີວິດການເຮັດວຽກຂອງພະນັກງານ ເປັນຕົ້ນ ການດຶງດູດ ການຮັບສະໝັກ ການບັນຈຸ-ປະຖົມນິເທດ ການພັດທະນາ ແລະ ການຮັກສາພະນັກງານ.

    # ຂ່າວ & ພາບ: ຂັນທະວີ

error: Content is protected !!