ຫວນຄືນມູນເຊື້ອວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ

    ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດພິທີຫວນຄືນວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ (13/8/1950-13/8/2020) ຂຶ້ນວັນທີ 19 ສິງຫາ 2020 ຢູ່ພະແນກດັ່ງກ່າວ ໂດຍມີທ່ານນາງ ບົວໄຂ ເພັງພະຈັນ ຫົວໜ້າກົມການພິມຈຳໜ່າຍ ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພອນຈັນ ແພງພູວັນ ກ່າວວ່າ: ວຽກງານສື່ມວນຊົນຂອງ ຖວທ ນວ ປະກອບມີໜັງສືພຶມວຽງຈັນໃໝ່ ເປັນໜັງສືພິມລາຍວັນ ມີຍອດພິມຈຳໜ່າຍ 4.300 ສະບັບຕໍ່ວັນ ວິທະຍຸ ນວ ມີ 2 ຄື້ນ ຄື: AM 105,5 ແລະ FM 98,8 ອອກອາກາດ 18 ຊົ່ວໂມງຕໍ່ມື້ ສະຖານີໂທລະພາບ ນວ ແລະ ສື່ອອນລາຍ ເພື່ອໂຄສະນາປະຊາສຳພັນວຽກງານຕ່າງໆ ມີລັດວິສາຫະກິດໂຮງພິມ ນວ 1 ແຫ່ງ ທີ່ຈັດຕັ້ງເຄື່ອນໄຫວທຸລະກິດການພິມ ແລະ ຈຳໜ່າຍທີ່ມີປະສິດທິຜົນ ພ້ອມນີ້ ຍັງໄດ້ເອົາໃຈໃສ່ການຄຸ້ມຄອງສຳນັກພິມ 10 ຫົວໜ່ວຍ ໂຮງພິມ 12 ຫົວໜ່ວຍ ບໍລິສັດໂຄສະນາ ແລະ ປ້າຍໂຄສະນາ 57 ຫົວໜ່ວຍ ບໍລິການແປພາສາ 35 ຫົວໜ່ວຍ ມີຫໍສະໝຸດ 1 ແຫ່ງ ໄລຍະຜ່ານມາໄດ້ເອົາໃຈໃສ່ຊຸກຍູ້ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ມີປະສິດທິຜົນ.

    ທ່ານ ອິນປອນ ນະຄອນສີ ໄດ້ຍົກໃຫ້ເຫັນບົດຮຽນໃນການປະກອບສ່ວນຂອງວຽກງານສື່ມວນຊົນໄລຍະຜ່ານມາວ່າ: ສື່ມວນຊົນມີບົດບາດສຳຄັນໃນການເປັນກະບອກສຽງທີ່ແຫຼມຄົມໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກແຕ່ລະໄລຍະ ພ້ອມທັງຄຽງບ່າຄຽງໄຫຼ່ກັບຂະແໜງການອື່ນໆໃນການປະກອບສ່ວນພັດທະນາສ້າງສາປະເທດຊາດ ເຮັດໃຫ້ວຽກງານສື່ວນຊົນ ແລະ ການພິມຈຳໜ່າຍ ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ເມື່ອເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ ຂະແໜງການກ່ຽວຂ້ອງຈຶ່ງໄດ້ມີການຍົກສູງບົດບາດຂອງສື່ມວນຊົນໃຫ້ສູງຂຶ້ນ ດ້ວຍການສ້າງກົດໝາຍ ນິຕິກຳ ຂໍ້ຕົກລົງຕ່າງໆເພື່ອອຳນວຍຄວາມສະດວກໃຫ້ການເຄື່ອນໄຫວວຽກງານທັນກັບສະພາບການຕົວຈິງແຕ່ລະໄລຍະ.

    ທ່ານນາງ ໄຂຄຳ ເພັງພະຈັນ ກ່າວວ່າ: ໄລຍະຜ່ານມາ ພັກ-ລັດຖະບານ ເຫັນໄດ້ຄວາມສຳຄັນຂອງວຽກງານການພິມຈຳໜ່າຍ ຈຶ່ງໄດ້ມີຫຼາຍທັດສະນະ ແລະ ນະໂຍບາຍທີ່ມີຕໍ່ວຽກງານດັ່ງກ່າວ ເຊິ່ງພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາຂະບວນການສື່ມວນຊົນ ແລະ ການພິມຈຳໜ່າຍທີ່ເກີດຂຶ້ນທ່າມກາງແປວໄຟປະຕິວັດ ການຕໍ່ສູ້ປົດປ່ອຍຊາດ ຖືເອົາວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ເປັນການປຸກລະດົມປະຊົນລາວບັນດາເຜົ່າ ເຂົ້າຮ່ວມໃນຂະບວນການປະຕິວັດ ກໍຄືການນຳສະເໜີແນວທາງນະໂຍບາຍຂອງພັກຈົນເຖິງປັດຈຸບັນ ພ້ອມນີ້ຍັງໄດ້ເອົາໃຈໃສ່ພັດທະນາບຸກຄະລາກອນໃຫ້ມີປະສິດທິຜົນ ຊຸກຍູ້ການປະດິດຄິດແຕ່ງ ການອ່ານ ການຂຽນ ການຊອກຮູ້ຮໍ່າຮຽນ ແລະ ອື່ນໆ ນອກນີ້ ທ່ານຍັງໄດ້ຍົກໃຫ້ເຫັນຈຸດອ່ອນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນການປະຕິບັດວຽກງານຜ່ານມາ ຕື່ມອີກ.

    ໂອກາດນີ້ ຍັງໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 7 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຖວທ ນວ ແລະ ມອບໃບຍ້ອງຍໍໃຫ້ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍ 3 ພາກສ່ວນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ກໍຄືການປະຕິບັດວຽກງານໄລຍະຜ່ານມາ ເຊິ່ງມອບໂດຍທ່ານ ພອນຈັນ ແພງພູວັນ.

error: Content is protected !!