ສົ່ງເສີມການຮຽນຮູ້ໜັງສື ແລະ ອາຫານທ່ຽງໃນໂຮງຮຽນ

    ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບອົງການບັນເທົາທຸກກາໂຕລິກ ແລະ ອົງການຊ່ວຍເຫຼືອສາກົນ ຈັດກອງປະຊຸມຖອດຖອນບົດຮຽນປະຈໍາປີຂັ້ນສູນກາງ ກ່ຽວກັບການສົ່ງເສີມການຮຽນຮູ້ໜັງສື ແລະ ອາຫານທ່ຽງໃນໂຮງຮຽນ ຂຶ້ນວັນທີ 19 ສິງຫາ 2020 ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ໄມເຄິລ ຣອນນິງ ຜູ້ຕາງໜ້າອົງການພັດທະນາສາກົນ ປະຈຳລາວ ມີບັນດາກົມ ສະຖາບັນ ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງເພື່ອສ້າງໂອກາດໃຫ້ບັນດາອົງການທີ່ເປັນຜູ້ນໍາທາງດ້ານການສຶກສາ ແລະ ອາຫານທ່ຽງໃນໂຮງຮຽນ ໄດ້ມີໂອກາດສົນທະນາ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ຊອກຫາເຫດຜົນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເຂົ້າໃນວຽກງານໃຫ້ຖືກຕ້ອງ ສອດຄ່ອງ ເປັນການທົບທວນຄືນຄວາມຮັບຜິດຊອບໃນຂະແໜງການສຶກສາ ເພື່ອເຮັດໃຫ້ການປັບປຸງວຽກງານການສຶກສາ ໂດຍສະເພາະການສຶກສາກ່ອນໄວຮຽນ ແລະ ອາຫານທ່ຽງໃນໂຮງຮຽນ  ຖືກຕ້ອງກັບກຸ່ມເປົ້າໝາຍ  ແລະ  ກ້າວໄປສູ່ການໃຫ້ຄວາມຊ່ວຍເຫຼືອກຸ່ມເປົ້າໝາຍໃນວຽກງານດັ່ງກ່າວຢ່າງມີປະສິດທິຜົນ.

    ທ່ານ ນາງ ຂັນທະລີ ສິຣິພົງພັນ ກ່າວວ່າ: ໂຄງການສົ່ງເສີມການຮຽນຮູ້ໜັງສື ແລະ ອາຫານທ່ຽງໃນໂຮງຮຽນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກລັດຖະບານອາເມຣິກາ ເຊັ່ນ: ກະຊວງກະສິກຳອາເມຣິກາ ແລະ ອົງການພັດທະນາສາກົນ ໂດຍຮ່ວມກັນຈັດຕັ້ງປະຕິບັດກັບອົງການບັນເທົາທຸກກາໂຕລິກ ແລະ ອົງການຊ່ວຍເຫຼືອສາກົນ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງໄລຍະຜ່ານມາ ໂຄງການສາມາດສະໜັບສະໜູນໂຮງຮຽນໃນກຸ່ມເປົ້າໝາຍໄດ້ຫຼາຍກວ່າ 1.000 ແຫ່ງທົ່ວປະເທດ ໂຄງການໄດ້ຊ່ວຍເຮັດໃຫ້ຕົວຊີ້ວັດດ້ານການສຶກສາເພີ່ມຂຶ້ນ ໂດຍສະເພາະ ອັດຕາການເຂົ້າຮຽນ ການຫຼຸດຜ່ອນປະລະການຮຽນ ແລະ ເພີ່ມອັດຕາການລອດເຫຼືອຂອງນັກຮຽນໄດ້ຫຼາຍຂຶ້ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຜົນສໍາເລັດ ບັນດາຜູ້ເຂົ້າຮ່ວມທີ່ເຮັດວຽກງານກ່ຽວກັບການສຶກສາ ຕ້ອງໄດ້ເປັນເຈົ້າການເຮັດວຽກຮ່ວມກັນຢ່າງຕັ້ງໜ້າ ເພື່ອໃຫ້ບັນລຸເປົ້າໝາຍດ້ານການສຶກສາ ແລະ ສ້າງອະນາຄົດທີ່ສົດໃສໃຫ້ເດັກນ້ອຍໃນໂຮງຮຽນ ເພື່ອເຮັດໃຫ້ແຜນພັດທະນາການສຶກສາຂອງລາວມີຜົນສໍາເລັດເທື່ອລະກ້າວ.

error: Content is protected !!